ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດເນເຊຍ ເປີດທາງລົດໄຟຄວາມໄວສູງ 'Whoosh' ​ທີ່ໜູນຫລັງໂດຍຈີນ


ລົດໄຟຄວາມໄວສູງ ຈອດຢູ່ບ່ອນເປີດພິທີ ເປັນເທື່ອທຳອິດຂອງປະເທດເອເຊຍອາຄະເນ ຢູ່ສະຖານີ ຮາລິມ ໃນນະຄອນຫລສວງຈາກາຕາ ປະເທດອິນໂດເນເຊຍ ວັນທີ 2 ຕຸລາ 2023
ລົດໄຟຄວາມໄວສູງ ຈອດຢູ່ບ່ອນເປີດພິທີ ເປັນເທື່ອທຳອິດຂອງປະເທດເອເຊຍອາຄະເນ ຢູ່ສະຖານີ ຮາລິມ ໃນນະຄອນຫລສວງຈາກາຕາ ປະເທດອິນໂດເນເຊຍ ວັນທີ 2 ຕຸລາ 2023

ປະທານາທິບໍດີອິນໂດເນເຊຍ ທ່ານໂຈໂກ ວີໂດໂດ ໃນວັນຈັນມື້ນີ້ໄດ້ເປີດທາງ ລົດໄຟຄວາມໄວສູງ ມູນຄ່າ 7.3 ພັນລ້ານໂດລາສະຫະລັດ ເຊື່ອມຕໍ່ລະ​ຫວ່າງ ນະຄອນຫລວງຂອງປະເທດ ກັບເມືອງບັນ​ດຸງ ທີ່ເປັນໂຄງການຈີນໜູນຫລັງໄດ້ ປະສົບກັບບັນຫາຕ່າງໆ ອິງຕາມລາຍງານອົງການຂ່າວຣອຍເຕີ.

ທາງລົດໄຟຍາວ 142 ກິໂລແມັດ ເປັນໂຄງການ​ພື້ນ​ຖານ​ໂຄງ​ລ່າງງສຳຄັນຂອງປະທານາທິບໍດີ ແລະ​ພາກສ່ວນ​ຂອງ​ໂຄງ​ການນຶ່ງແລວ​ທາງນຶ່ງເສັ້ນທາງຂອງຈີນ ແລະໄດ້ປະເຊີນໜ້າກັບບັນຫາຕ່າງໆເລີ້ມຈາກບັນຫາຈ່າຍເງິນຄ່າທີ່ດິນ ຊັກຊ້າຍ້ອນການແຜ່ລະບາດ​ຂອງ​ໂຄວິດ ແລະຄ່າໃຊ້ຈ່າຍ​ທີ່ເພິີ້ມຂຶ້ນ.

ການເປີດໃນວັນຈັນມື້ນີ້ ສຳລັບລົດໄຟຄວາມໄວສູງ ຊື່ວ່າ “Whoosh” ໄດ້ໄກຈາກເປົ້າໝາຍທີ່ໄດ້ວາງເອົາໄວ້ ຂອງການປະຕິບັດງານໃນປີ 2019.

“ຊື່ໄດ້ດົນບັນດານໃຈໂດຍ ສຽງຂອງລົດໄຟຄວາມໄວສູງ” ທ່ານໂຈໂກວີ ໃນນາມປະທານາທິບໍດີ ​ຊຶ່ງເປັນທີ່ນິຍົມ ໄດ້ຮ້ອງກ່າວຢູ່ໃນພິທີເປີດ.

“ຄວາມໄວສູງສຸດຂອງການປະຕິບັດງານ ຂອງລົດໄຟສາມາດບັນລຸເຖິງ 350 ກິໂລແມັດ ຕໍ່ຊົ່ວໂມງ ທີີທ່ານໂກໂຈວີ ກ່າວ ໂດຍຮ້ອງວ່າ “ການຄົມມະນາຄົມສະໄໝໃໝ່ ອັນຍິ່ງໃຫຍ່ຂອງພວກເຮົາ ເປັນເພື່ອນກັບສິ່ງແວດລ້ອມທີ່ດີ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG