ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຈຳນວນ ຜູ້ເສຍຊີວິດ ຍ້ອນດິນເຈື່ອນ ໃນອິນໂດເນເຊຍ ເພີ້ມຂຶ້ນເປັນ 20 ຄົນ


ບັນດາພະນັກງານກູ້ໄພ ຍົກຍ້າຍສົບຂອງຜູ້ເຄາະຮ້າຍ ຍ້ອນດິນເຈື່ອນ ທີ່ໄດ້ພັດເອົາເຮືອນຊານບ້ານຊ່ອງຂອງ ປະຊາຊົນໄປ ໃນໝູ່ບ້ານ Jemblung ​ເມືອງ Banjarnegara ຂອງແຂວງ Java ​ ​ກາງ ປະເທດອິນໂດເນເຊຍ, ເມື່ອວັນເສົາທີ 13 ທັນວາ 2014.
ບັນດາພະນັກງານກູ້ໄພ ຍົກຍ້າຍສົບຂອງຜູ້ເຄາະຮ້າຍ ຍ້ອນດິນເຈື່ອນ ທີ່ໄດ້ພັດເອົາເຮືອນຊານບ້ານຊ່ອງຂອງ ປະຊາຊົນໄປ ໃນໝູ່ບ້ານ Jemblung ​ເມືອງ Banjarnegara ຂອງແຂວງ Java ​ ​ກາງ ປະເທດອິນໂດເນເຊຍ, ເມື່ອວັນເສົາທີ 13 ທັນວາ 2014.

ບັນດາພະນັກງານ​ກູ້​ໄພ​ອິນ​ໂດ​ເນ​ເຊຍ ​ໄດ້​ເລີ້ມ​ນຳ​ໃຊ້​ເຄື່ອງຈັກ​
ໜັກ ​ໃນ​ການ​ຊອກ​ຫາ ຜູ້​ທີ່​ຍັງ​ຫາຍ​ສາບສູນ ຫຼາຍກວ່າ 80 ຄົນ
ຫຼັງຈາກມີ​ຝົນ​ຕົກລົງ​ມາ​ຢ່າງ​ໜັກ ທີ່​ກໍ່​ໃຫ້​ເກີດດິນເຈື່ອນ ລົງ​ມາ
ຖົມ​ໝູ່​ບ້ານ​ແຫ່ງ​ໜຶ່ງ ​ໃນ​ວັນ​ສຸກ​ຜ່ານ​ມາ.

ປະທານາທິບໍດີ Joko Widodo ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ
​ບໍລິ​ເວນ​ທີ່​ເກີດ​ເຫດ ​ໃນ​ວັນ​ອາທິດ​ມື້​ນີ້ ​ແລະ ​ໄດ້​ເນັ້ນໜັກ​ເຖິງ
ຄວາມຈຳ​ເປັນ​ ທີ່​ຈະ​ຕ້ອງ​ເລັ່ງລັດ ຄວາມພະຍາຍາມ​ໃນ​ການ​
ຊອກ​ຫາ. ພວກ​ກູ້​ໄພ​ໄດ້​ພາກັນ ​ຊອກ​ຫາ​ຜູ້​ປະສົບ​ໄພ ​ໃນ​ຂີ້ຕົມ
​ແລະ​ ຊາກ​ຫັກ​ພັງ ​ດ້ວຍ​ມື​ເປົ່າ​ຂອງ​ເຂົາ​ເຈົ້າ ​ແລະດ້ວຍສິ່ງ​ໃດໆ
​ກໍ​ຕາມ​ ທີ່​ເອົາ​ມາ​ໃຊ້​ເປັນ​ເຄື່ອງມື​ໄດ້​ນັ້ນ.

ບັນດາ​ເຈົ້າໜ້າ​ທີ່ກ່າວ​ວ່າ ມາ​ເຖິງ​ວັນ​ອາທິດ​ມື້​ນີ້ ຈຳນວນ​ຜູ້​ເສຍ​ຊີວິດ ​ຢູ່ບ້ານ Jemblung ​
ໃນ​ເມືອງ Banjarnegara ຂອງແຂວງ Java ​ ​ກາງ ​ໄດ້​ເພີ້​ມຂຶ້ນ​ເປັນຢ່າງ​ນ້ອຍ 24 ຄົນ
ພ້ອມ​ກັບ​ຍັງມີຜູ້​ທີ່​ຫາຍ​ສາບ​ສູນຢູ່ 84 ຄົນ.

ອົງການ​ຮັບ​ມື​ກັບໄພພິບັດ​ແຫ່ງ​ຊາດ ກ່າວ​ວ່າ ໄດ້​ຊ່ວຍ​ເຫຼືອ ຜູ້​ລອດຊີວິດ​ມາ​ໄດ້ 15 ຄົນ. ​
ໃນ​ນັ້ນ 11 ຄົນ​ແມ່ນຖືກ​ນຳ​ສົ່ງ​ໄປ​ຮັກສາ​ ຢູ່ໂຮງພະຍາບານ ​ເພາະ​ໄດ້​ຮັບບາດ​ເຈັບ​ສາຫັດ.

ຝົນ​ທີ່​ຕົກ​ລົງ​ມາອີກ ໃນ​ວັນ​ເສົາ​ວານ​ນີ້ ໄດ້​ຂັດຂວາງ​ຄວາ​ມພະຍາຍາມ ​ໃນ​ການ​ກູ້​ໄພ.

ລະດູຝົນ​ໄດ້​ເລີ້ມ​ຕົ້ນຂຶ້ນ​ແລ້ວ​ໃນ​ອິນ​ໂດ​ເນ​ເຊຍ ຊຶ່ງ​ເປັນ​ໄລຍະ ​ທີ່ມັກເກີດ​ດິນ​ເຈື່ອນ​ຢູ່​
ເລື້ອຍໆ ຍ້ອນ​ຝົນຕົກ​ໜັກ ​ແລະນ້ຳຖ້ວມ.

indonesia-landslide-video
please wait

No media source currently available

0:00 0:00:51 0:00

XS
SM
MD
LG