ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳສະຫະລັດ ເລື່ອນການ ຢ້ຽມຢາມ ອິນໂດເນເຊຍ


ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາຍົກເລີກແຜນ ການເດີນທາງ ໄປຢ້ຽມຢາມ ອິນໂດ ເນເຊຍ ແລະ ອອສເຕຣເລຍ ໃນທ້າຍເດືອນນີ້ ເພື່ອຈະໄດ້ ຮັບມືກັບ ການຮົ່ວໄຫຼ ຂອງນໍ້າມັນ ຄັ້ງໃຫຍ່ ໃນບໍລິເວນ ອ່າວເມັກຊິໂກ.

ທຳນຽບຂາວ ໄດ້ປະກາດໃຫ້ຊາບ ກ່ຽວກັບເລື່ອງ ດັ່ງກ່າວ ໃນຕອນເຊົ້າ ຂອງວັນສຸກມື້ນີ້ ແລະເວົ້າວ່າ ທ່ານໂອບາມາ ໄດ້ໂທລະສັບ ໄປຫາພວກຜູ້ນຳ ຂອງປະເທດທັງ 2 ເພື່ອ ແຈ້ງໃຫ້ພວກທ່ານຊາບ ກ່ຽວກັບ ການຕັດສິນໃຈ ຍົກເລີກ ການເດີນທາງ ໄປຢ້ຽມຢາມ.

ໂຄສົກຂອງ ທຳນຽບຂາວ ທ່ານ ROBERT GIBBS ກ່າວວ່າ ປະທານາທິບໍດີ ໂອບາມາ ໄດ້ສະແດງຄວາມເສຍໃຈເປັນທີ່ສຸດ ແລະຈະພະຍາຍາມ ກຳນົດວັນເວລາໃນການເດີນທາງ ໄປຢ້ຽມຢາມໃໝ່ ໃນໄວໆນີ້.

ນີ້ແມ່ນເທື່ອທີ 2 ໃນປີນີ້ ທີ່ປະທານາທິບໍດີ ໂອບາມາ ໄດ້ຍົກເລີກ ແຜນການເດີນທາງ ໄປ ຢ້ຽມຢາມ ອິນໂດເນເຊຍ ແລະ ອອສເຕຣເລຍ.

ທຳອິດນັ້ນ ປະທານາທິບໍດີ ໂອບາມາ ມີໝາຍກຳນົດການ ເດີນທາງໄປຢ້ຽມຢາມ ປະເທດ ທັງ 2 ໃນເດືອນມີນາ ຜ່ານມາ ແຕ່ໄດ້ຕັດສິນໃຈ ຢູ່ທີ່ກຸງວໍຊິງຕັນ ເພື່ອຊອກຫາ ສຽງສະໜັບສະນຸນ ກ່ອນໜ້າ ການລົງຄະແນນສຽງ ກ່ຽວກັບ ຮ່າງກົດໝາຍ ປະຕິຮູບ ລະບົບຮັກສາ ສຸຂະພາບ ຂອງທ່ານ ຢູ່ໃນ ລັດຖະສະພາ ສະຫະລັດ.

XS
SM
MD
LG