ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດເນເຊຍ ສະກັດກັ້ນ ເຮືອທີ່ເແອອັດໄປດ້ວຍ ອົບພະຍົບຊາວໂຣຮິງຢາ ຈາກມຽນມາ


Rohingya Migrants
please wait
Embed

No media source currently available

0:00 0:02:03 0:00

ເຈົ້າໜ້າທີ່ອິນໂດເນເຊຍ ໄດ້ສະກັດກັ້ນເຮືອອີກລຳນຶ່ງ ທີ່ເຕັມ
ໄປດ້ວຍອົບພະຍົບຊາວໂຣຮິງ ຢາ ຈາກມຽນມາ ໃນຂະນະທີ່
ເຈົ້າໜ້າທີ່ເອເຊຍອາຄະເນ ສືບຕໍ່ພະຍາຍາມ​ຮັບ​ມືກັບບັນຫາ
ຊາວມຸສລິມໂຣຮິງຢາ ຈຳນວນນັບພັນ ທີ່ຖືກປ່ອຍຖິ້ມໄວ້ໃນ
ກາງທະເລ ​ໂດຍພວກຂະບວນ ການຄ້າມະນຸດ.

​ກອງທັບ​ເຮືອອິນ​ໂດ​ເນ​ເຊຍ ໄດ້ຢຸດເຮືອລຳດັ່ງກ່າວໃນແລງ
ວັນຈັນວານນີ້ ຢູ່​ນອກຝັ່ງທະເລ ຂອງ​ແຂວງ Aceh ເໜືອ
ແລະໄດ້ໃຫ້ເຂົ້າປາອາຫານ ນ້ຳດື່ມ ແລະຢຸກຢາ ​ແກ່ພວກທີ່ຢູ່
ໃນເຮືອ ກ່ອນທີ່ຈະສົ່ງພວກເຂົາເຈົ້າ ໄປຕາມເສັ້ນທາງຂອງ
ພວກເຂົາເຈົ້າ ອິງ​ຕາມໂຄສົກ ຄົນ​ໜຶ່ງ ທີ່ຍັງໄດ້ກ່າວອີກວ່າ
ຊາວອົບພະຍົບເຫຼົ່ານີ້ບໍ່ໄດ້ພະຍາຍາມທີ່ຈະລົງທີ່ອິນໂດເນເຊຍ ​ແຕ່ຈຸດໝາຍປາງທາງຂອງ
ພວກເຂົາເຈົ້ານັ້ນຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ.

ມີຊາວໂຣຮິງຢາຈາກມຽນມາ ແລະຊາວອົບພະຍົບຊອກ​ວຽກ​ ຈາກບັງກລາແດັສ ຫຼາຍກວ່າ
2 ພັນຄົນ ໄດ້ຖືກຊ່ອຍຊີ​ວິດ​ໄວ້ໃນທ້ອງທະເລ ໃນຫຼາຍໆມື້ທີ່ຜ່ານມາ. ພວກນັກເຄື່ອນໄຫວ ແລະເຈົ້າໜ້າທີ່ເຕືອນວ່າ ອາດມີອີກຫຼາຍພັນຄົນ ທີ່ຍັງຕົກຄ້າງຢູ່ໃນພວກເຮືອທີ່ອັດ​ແອ
ໄປດ້ວຍຜູ້ຄົນນັ້ນ.

ເຊື່ອກັນວ່າ ວິກິດການທີ່ວ່ານີ້ ມີ​ສ່ວນເສື່ອມໂຍງກັບ​ການກວດ​ລ້າງ ຂະບວນການຄ້າມະນຸດ ຢູ່​ໃນປະເທດໄທ ເມື່ອໄວໆມານີ້.

XS
SM
MD
LG