ຕຳຫລວດແຫ່ງຊາດ ອິນໂດເນເຊຍ (POLRI) ພ້ອມດ້ວຍ
ກະຊວງສິ່ງແວດລ້ອມ ກ່າວວ່າ ເຂົາເຈົ້າຍັງສືບຕໍ່ທຳການ
ກວດລ້າງ ພວກບໍລິສັດສວນຟາມທີ່ຕັດໄມ້ຈູດປ່າ ແລະ
ເຮັດໃຫ້ເກີດມີຄວັນໄຟໜາຕຶບປົກຄຸມໄປທົ່ວນັ້ນ.
ຫົວໜ້າຕຳ ຫລວດແຫ່ງຊາດ ນາຍພົນ Sutarman ກ່າວ
ໃນວັນພຸດວານນີ້ວ່າ ຕຳຫລວດໄດ້ເອົາບາດກ້າວ ຕ້ານ
ສາມບໍລິສັດ ທີ່ຖືກກ່າວຫາວ່າ ຈູດປ່າໃນຄວາມພະຍາ
ຍາມເພື່ອສະສາງພື້ນທີ່ໜ້າດິນ. ທ່ານ ກ່າວວ່າ :
“ແມ່ນໃຜກໍຕາມ ທີ່ຈູດປ່າ ທີ່ກໍ່ໃຫ້ເກີດມົນລະພິດອາກາດ
ແມ່ນຈະຖືກຈັບ. ມັນມີຄວາມຕັ້ງໃຈໃນການກະທຳເຊັ່ນນັ້ນ ຈາພວກທີ່ກະທຳຜິດ.
ພວກເຮົາໄດ້ພົບເຫັນວ່າ ຜູ້ກະທຳຜິດແມ່ນມາຈາກສອງບ່ອນ ຄືຈາກພວກບໍລິສັດ
ສວນຟາມ ຕ່າງໆ ແລະບັນດາປະຊາຄົມ.
ທ່ານກ່າວເພີ້ມເຕີມອີກວ່າ ມີ 25 ຄົນ ກຳລັງຖືກສອບສວນ. ທ່ານ ຍັງໄດ້ເນັ້ນອີກວ່າ
ທາງຕຳຫລວດມີໝາຍໝັ້ນ ທີ່ຈະຄ້ຳປະກັນໃຫ້ມີການປະຕິບັດກົດໝາຍ ໂດຍທຸກຄົນ
ທີ່ພົວພັນ ກັບເລື້ອງນີ້.
ວີດີໂອພາສາລາວ ກ່ຽວກັບບັນຫາຄວັນໄຟ ຈາກອິນໂດເນເຊຍ ເມື່ອປີ 2013:
ກ່ອນໜ້ານີ້ ປະທານາທິບໍດີ Susilo Bambang Yudhoyono ໄດ້ຕິຕຽນວ່າ “ບັນຫາ
ເລື້ອງຄວັນໄຟ ບໍ່ໄດ້ມີການແກ້ໄຂຢ່າງເຕັມທີ່.” ປະທານາທິບໍດີກ່າວວ່າພວກເຈົ້າໜ້າທີ່
ຕ້ອງເອົາມາດຕະການຢ່າງໜັກແໜ້ນ ກັບຜູ້ໃດກໍຕາມທີ່ພົບເຫັນວ່າ ບໍ່ຫົວຊາແລະມີ
ສ່ວນເຮັດໃຫ້ເກີດຄວາມຫາຍະນະດັ່ງກ່າວ.
ວີດີໂອ: ຄວັນໄຟຈາກອິນໂດເນເຊຍ ປົກຄຸມໄປຮອດ ສິງປະໂປ ໃນປີ 2013: