ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຮງໝໍ ອິນໂດເນເຊຍ ສູນເສຍຄົນໄຂ້ COVID-19 63 ຄົນ ຍ້ອນການຂາດອົກຊີເຈັນ


ພະນັກງານແພດປິ່ນປົວຄົນໄຂ້ຢູ່ຕູບຜ້າສຸກເສີນ ທີ່ຖືກຕັ້ງຂຶ້ນ ເພື່ອຮັບກໍລະນີ COVID-19 ທີ່ເພີ່ມສູງຂຶ້ນ ຢູ່ໂຮງໝໍ ດຣ. ຊາຈິໂຕ ເຈເນີໂຣລ ໃນເມືອງ ຢອກຈາກາຕ້າ, ອິນໂດເນເຊຍ. 4 ກໍລະກົດ, 2021.
ພະນັກງານແພດປິ່ນປົວຄົນໄຂ້ຢູ່ຕູບຜ້າສຸກເສີນ ທີ່ຖືກຕັ້ງຂຶ້ນ ເພື່ອຮັບກໍລະນີ COVID-19 ທີ່ເພີ່ມສູງຂຶ້ນ ຢູ່ໂຮງໝໍ ດຣ. ຊາຈິໂຕ ເຈເນີໂຣລ ໃນເມືອງ ຢອກຈາກາຕ້າ, ອິນໂດເນເຊຍ. 4 ກໍລະກົດ, 2021.

ຫຼາຍສິບຄົນທີ່ຕິດ COVID-19 ໄດ້ເສຍຊີວິດໃນ ອິນໂດເນເຊຍ ໃນທ້າຍອາທິດທີ່ຜ່ານມາ ເວລາທີ່ໂຮງໝໍໃນເມືອງ ຢອກຈາກາຕ້າ ໄດ້ໝົດອົກຊີເຈັນ.

ໂຮງໝໍ ດຣ. ຊາດຈິໂຕ ເຈເນີໂຣລ ໄດ້ພະຍາຍາມທີ່ຈະປ່ຽນຖັງອົກຊີ ໃນລະຫວ່າງການໝົດຂອງອົກຊີນັ້ນ ແຕ່ບໍ່ສາມາດທີ່ຈະຊ່ວຍຊີວິດຄົນໄຂ້ COVID-19 61 ຄົນຂອງເຂົາເຈົ້າໄວ້ ໃນຂະນະທີ່ເມືອງຕ່າງໆໃນທົ່ວປະເທດກຳລັງປະເຊີນກັບການເພີ່ມຂຶ້ນໃນກໍລະນີຂອງໄວຣັສໂຄໂຣນາ.

ຜູ້ອຳນວຍການໂຮງໝໍ ທ່ານ ຣຸກໂມໂນ ຊິສວິຊານໂຕ ໄດ້ກ່າວໃນຖະແຫຼງການສະບັບນຶ່ງເມື່ອຕອນເຊົ້າວັນອາທິດວານນີ້ວ່າ “ໂຮງໝໍດັ່ງກ່າວໄດ້ປ່ຽນຖັງອົກຊີເຈັນ, ລວມທັງ 100 ຖັງທີ່ໄດ້ຮັບບໍລິຈາກໂດຍຕຳຫຼວດພາກພື້ນ ຢອກຈາກາຕ້າ. ແນວໃດກໍຕາມ, ຄວາມພະຍາຍາມທັງໝົດແມ່ນຊ້າເກີນໄປ.”

ທ່ານ ຊິສວິຊານໂຕ ໄດ້ກ່າວວ່າ ທ່ານໄດ້ແຈ້ງບັນດາເຈົ້າໜ້າທີ່ຫຼາຍຄົນ ລວມທັງລັດຖະມົນຕີສາທາ ລະນະສຸກວ່າ ໂຮງໝໍດັ່ງກ່າວແມ່ນມີກຳນົດທີ່ຈະໝົດອົກຊີເຈັນໃນຕອນແລງວັນເສົາທີ່ຜ່ານມາ.

ການເພີ່ມຂຶ້ນໃນກໍລະນີໃໝ່ປະຈຳວັນໃນ ອິນໂດເນເຊຍ ໄດ້ຜັກດັນໃຫ້ໂຮງໝໍຕ່າງໆສ້າງຫ້ອງຜູ້ປ່ວຍໜັກຊົ່ວຄາວຂຶ້ນ ແລະ ສູນກັກບໍລິເວນໃໝ່. ມີສຸສານໃໝ່ຢ່າງໜ້ອຍສາມແຫ່ງໄດ້ຖືກຕັ້ງຂຶ້ນສຳລັບຜູ້ທີ່ຕິດ COVID-19 ໃນນະຄອນຫຼວງ ຈາກາຕ້າ.

ໃນໝູ່ບ້ານນຶ່ງຂອງນະຄອນຫຼວງ ຈາກາຕ້າ, ປະຊາຊົນທີ່ຕ້ອງການອົກຊີເຈັນໄດ້ລຽນແຖວເພື່ອຕື່ມຖັງໃຫ້ຄົນຮັກຂອງເຂົາເຈົ້າຕັ້ງແຕ່ 6 ໂມງເຊົ້າ, ອີງຕາມການລາຍງານຂອງວີໂອເອພະແນກ ອິນໂຕເນເຊຍ.

ໃນອາທິດທີ່ຜ່ານມາ, ອິນໂດເນເຊຍ ໄດ້ພົບເຫັນຕົວເລກທີ່ສູງທີ່ສຸດຂອງກໍລະ ນີໃໝ່ ແລະ ການເສຍຊີວິດຍ້ອນໄວຣັສໂຄໂຣນາ. ປະເທດດັ່ງກ່າວໄດ້ບັນທຶກຜູ້ເສຍຊີວິດ 3,298 ຄົນໃນອາທິດທີ່ຜ່ານມາ, ອີງຕາມສູນກາງແຫຼ່ງຂໍ້ມູນ ໄວຣັສໂຄໂຣນາ ຈອນສ໌ ຮັອບກິນສ໌.

ໃນປະເທດ ອິນເດຍ, ບັນດາເຈົ້າໜ້າທີ່ໄດ້ປະກາດວ່າ ຜູ້ອາໄສໃນທ້ອງຖິ່ນຫຼາຍພັນຄົນໄດ້ຖືກສັກຢາວັກຊີນປອມໃຫ້.​ ບັນດາເຈົ້າໜ້າທີ່ເວົ້າວ່າ ຢາດັ່ງກ່າວໄດ້ຖືກສັກໃຫ້ຢູ່ສູນຢາວັກຊີນປອມທີ່ຖືກຕັ້ງຂຶ້ນໃນຫຼາຍຕົວເມືອງ, ລວມທັງນະຄອນ ມຸມໄບ ແລະ ຄອລຄາຕ້າ. ບັນດາເຈົ້າໜ້າກ່າວວ່າປັດຈຸບັນນີ້ 6 ຄົນແມ່ນໄດ້ຖືກຈັບກຸມໃນການເຊື່ອມໂຍງກັບຢາວັກຊີນປອມນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG