ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄອນເສີຕຂອງ Lady Gaga ທີ່ອິນໂດເນເຊຍ ຖືກຍົກເລີກ


Lady Gaga ນ້ກຮ້ອງຊື່ດັງອາເມຣິກັນ
Lady Gaga ນ້ກຮ້ອງຊື່ດັງອາເມຣິກັນ

ບັນດາ​ຜູ້​ຈັດ​ຄອນ​ເສີຕຂອງ​ນັກ​ຮ້ອງ​ພ໊ອບອາ​ເມຣິກັນ​ຊື່​ດັງ ​ເລ​ດີ້ ກາກາ ກ່າວໃນ​ວັນອາ​ທິດ
​ມື້​ນີ້​ວ່າ ງານ​ສະ​ແດງ​ດົນຕີ​ຂອງ​ນາງ​ທີ່​ມີ​ກໍານົດ​ ຈະ​ຈັດ​ຂຶ້ນ​ໃນວັນ​ທີ 3 ມິ​ຖຸນາ ທີ່​ອິນໂດ​ເນ​ເຊ​ຍ
ນັ້ນ ​ໄດ້​ຖືກ​ລົບ​ລ້າງ​ໄປ​ແລ້ວ ຫຼັງຈາກ​ກຸ່ມ​ອີສລາມ​ຫົວ​ຮຸນ​ແຮງ ຂູ່​ວ່າ​ຈະ​ກໍ່​ຄວາມ​ຮຸນ​ແຮງ ​ຖ້າ​ຍັງຂືນສະ​ແດງຢູ່.

ທ່ານ Minola Sebayang ທະນາຍຄວາມ​ພວກ​ຈັດ​ງານ​ສະ​ແດງ​ດົນຕີ ກ່າວ​ວ່າ ການ​ຍົກ​ເລີກ​ການສະ​ແດງ​ນີ້ ບໍ່​ແມ່ນ​ພຽງ​ແຕ່ເພື່ອ​ຄວາມປອດ​ໄພ​ຂອງ​ເລ​ດີ້​ ກາກາ ​ເທົ່າ​ນັ້ນ ​ແຕ່​ແມ່ນ​ຄວາມ​ປອດ​ໄພ​ຂອງ​ພວກ​ທີ່ຈະມາ​ເບິ່ງ​ຊົມ​ຄອນ​ເສີຕຂອງ​ນາງ​ນັ້ນ​ນໍາ.

ຕໍາຫຼວດອິນ​ໂດ​ເນ​ເຊຍ​ໄດ້​ປະຕິ​ເສດ​ ບໍ່​ຍອມອອກໃບ​ອະນຸຍາດ​ທີ່​ຈໍາ​ເປັນ​ໃຫ້ ​ເວັ້ນເສຍ​ແຕ່​ວ່າ​ເລ​ດີ້​ ກາກາ ຕົກລົງ​ທີ່​ຈະປັບ​ລາຍການ​ສະ​ແດງ​ຂອງ​ນາງ​ລົງ. ​ແນວ​ໂຮມ ປ້ອງ​ກັນ​ອີສລາມ ຫລື FPI ​ໄດ້ຂູ່​ວ່າ​ ຈະ​ສົ່ງ​ສະມາຊິກຂອງ​ຕົນ ​ 30,000 ຄົນ​ ​ອອກ​ໄປຂັດຂວາງ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເລ​ດີ້ ກາກາ ລົງ​ຈາກ​ເຮືອບິນ​ໄດ້.

ປາກົດ​ວ່າ​ປີ້​ເຂົ້າຊົມ​ຄອນ​ເສີຕຄັ້ງ​ນີ້ ​ໄດ້​ຂາຍ​ລ່ວງ​ໜ້າ​ໄປ​ໝົດແລ້ວ ຊຶ່ງ​ມີ ຫລາຍ​ກວ່າ 52,000 ປີ້ ​ເຮັດ​ໃຫ້​ຄອນ​ເສີຕຄັ້ງ​ນີ້ ​ເປັນງານ​ສະ​ແດງ​ດົນຕີ​ທີ່ໃຫຍ່ ທີ່​ສຸດຂອງ​ນາງ​ໃນ​ຂົງ​ເຂດ​ເອ​ເຊ​ຍ.

XS
SM
MD
LG