ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ໄຟໄໝ້ປ່າ ຍັງເປັນບັນຫາ ທີ່ປ້ອງກັນຍາກ ຢູ່ ອິນໂດເນເຊຍ


ພວກດັບໄຟ ພວມພະຍາຍາມມອດໄຟປ່າ ໃນເຂດ Ogan Ilir regency ສຸມາດຕຣາໃຕ້ ປະເທດອິນໂດເນເຊຍ. (4 ສິງຫາ 2017)

ອິນໂດ​ເນ​ເຊຍ​ພວມ​ກຽມ​ຮັບ​ມື​ກັບ​ໄຟ​ໄໝ້​ປ່າຕື່ມ ຫລັງ​ຈາກ​ໄດ້​ມີ​ການຄົ້ນພົບຈຸດ​ຮ້ອນ​
ແຮງ​ຫຼາຍຮ້ອຍ​ບ່ອນ​ໃນ​ອາທິດ​ແລ້ວນີ້ ຊຶ່ງ​ເປັນ​ຂີດ​ໝາຍ​ຂອງ​ການ​ເພີ້ມຂຶ້ນຢ່າງ​ຫຼວງ
ຫຼາຍ ​ໃນ​ປີນີ້.

ສຳລັບ​ອິນ​ໂດ​ເນ​ເຊຍ​ແລ້ວ ​ໄຟ​ໄໝ້​ປ່າ​ເຫຼົ່ານີ້ ​ໄດ້​ກາຍ​ເປັນ​ບັນຫາ​ປະຈຳ​ປີ​ທີ່​ສາມາດ
ທຳນາຍ​ໄດ້​ແລະ​ຄຸ້ມ​ຄອງ​ໄດ້​ຍາກ.

5 ​ແຂວງ ທີ່​ປະກອບ​ດ້ວຍ Riau, Jambi, ສຸ​ມາດຕຣາ​ໃຕ້, ກາລີ​ມັນ​ຕັນ​ຕາເວັນ​ຕົກ ​
ແລະ​ກາລີ​ມັນ​ຕັນ​ໃຕ້ ​ໄດ້​ພາກັນ​ປະກາດ​ພາວະ​ສຸກ​ເສີນ ​ແລະ​ເຈົ້າໜ້າທີ່​ສຸ​ມາດຕຣາ
ຄົນ​ນຶ່ງ ຮຽກຮ້ອງ​ໃຫ້​ປະຫານ ​ຜູ້​ໃດ​ກໍ​ຕາມ ທີ່​ເປັນ​ຜູ້​ຈູດ​ໄຟ. ຫົວ​ເມືອງ​ໃຫຍ່ໆ ເຊັ່ນ
Pontianak, ກາລີ​ມັນ​ຕັນຕ​າ​ເວັນ​ຕົກ, Pekanbaru ​ແລະ ສຸ​ມາດຕຣາ ໄດ້​ຖືກ​ປົກ​
ຄຸມ​ຢ່າງ​ຕໍ່​ເນື່ອງ​ຈາກ​ຄວັນ​ໄຟ​ໄໝ້​ປ່າ 282 ແຫ່ງ.

ຜູ້ຄົນຂີ່ລົດຈັກຜ່ານຄວັນຈາກໄຟໄໝ້ປ່າ
ຜູ້ຄົນຂີ່ລົດຈັກຜ່ານຄວັນຈາກໄຟໄໝ້ປ່າ

ຄຳ​ຖາມ ​ທີ່​ຍັງ​ມີ​ຢູ່​ສຳລັບ​ປີ 2017​ ນີ້ກໍ​ຄື​ວ່າ ​ເປັນ​ຫຍັງ​ຈຶ່ງ​ມີ​ຄວາມ​ກ້າວໜ້າ ​ຍາກ​ແທ້
​ກ່ຽວ​ກັບ​ບັນຫາ​ທີ່​ມີ​ມາ​ເປັນ​ປະຈຳ. ປີ 2015 ​ເປັນ​ປີ​ທີ່​ມີ​ໄຟໄໝ້​ປ່າຫຼາຍທີ່​ສຸດ​ເປັນ​ປະ
ຫວັດ​ການຍ້ອນ​ໄພ​ແຫ້ງ​ແລ້ງທີ່​ເຊື່ອມ​ໂຍງ​ໃສ່ລະບົບ​ອາກາດ El-Nino ທີ່​ກໍ່​ໃຫ້​ເກີດ
​ມີ​ຄວັນ​ໄຟ​ໄໝ້​ປ່າ​ຮ້າຍ​ແຮງ​ທີ່​ສຸດ​ຢູ່​ໃນ​ຂົງ​ເຂດ ທີ່​ໄດ້​ກວມ​ໄປ​ເຖິງ​ ສິງກະ​ໂປ​ແລະ​ມາ
ເລ​ເຊຍ. ​ແຕ່​ໃນໄລຍະ​ສອງ​ປີ​ຕໍ່​ມາທີ່​ບໍ່​ໄດ້​ມີ El-Nino ຫລື​ໄພ​ແຫ້ງ​ແລ້ງ​ໃດໆ​ນັ້ນ ​ໄຟ
​ໄໝ້​ປ່າ​ກໍ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ​ແລະ​ຍັງ​ໄດ້​ລາມ​ອອກ​ໄປ​ໃສ່ຫຼາຍໆ​ແຂວງ ທີ່​ບໍ່​ເຄີຍ​ມີ​ມາ
​ກ່ອນ ​ເຊັ່ນ​ວ່າ​ແຂວງ​ອາ​ເຈ່​ເປັນຕົ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG