ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນ້ຳຖ້ວມ ແລະ ດິນເຈື່ອນ ເຮັດໃຫ້ 24 ຄົນເສຍຊີວິດ ໃນ ອິນໂດເນເຊຍ


ປະຊາຊົນຢືນຢູ່ຕໍ່ໜ້າເຂດທີ່ຖືກນ້ຳຖ້ວມໃນເມືອງ Kampung Sewuresidential ທີ່ຖືກຕັດໂດດດ່ຽວ, ໃຈກາງແຂວງ Java, ອິນໂດເນເຊຍ. 19 ມິຖຸນາ, 2016.
ປະຊາຊົນຢືນຢູ່ຕໍ່ໜ້າເຂດທີ່ຖືກນ້ຳຖ້ວມໃນເມືອງ Kampung Sewuresidential ທີ່ຖືກຕັດໂດດດ່ຽວ, ໃຈກາງແຂວງ Java, ອິນໂດເນເຊຍ. 19 ມິຖຸນາ, 2016.

ນ້ຳຖ້ວມ ແລະ ດິນເຈື່ອນໃນກາງເກາະ Java ໄດ້ເຮັດໃຫ້ປະຊາຊົນເສຍຊີວິດ 24 ຄົນ, ໃນຂະນະທີ່ 26 ຄົນໄດ້ຫາຍສາບສູນໃນເກາະດັ່ງກ່າວຂອງປະເທດ ອິນໂດເນເຊຍ.

ຝົນທີ່ຕົກໜັກ ໄດ້ສົ່ງຜົນກະທົບໃຫ້ກັບບ້ານເຮືອນຂອງປະຊາຊົນຫຼາຍພັນຫຼັງ, ພ້ອມກັບ ໂຄງຮ່າງຫຼາຍຢ່າງຕົກຢູ່ພື້ນນ້ຳ.

ນອກນັ້ນນໍ້າຝົນຍັງໄດ້ກະຕຸ້ນໃຫ້ເກີດດິນເຈື່ອນ, ນ້ຳພັດເອົາລົດຫຼາຍຄັນ ແລະ ປະຊາຊົນ ອອກຈາກຫົນທາງ ແລະ ໄດ້ເຮັດໃຫ້ຜູ້ຄົນຈົມຢູ່ໃນເຮືອນຂອງພວກ ເຂົາເຈົ້າ.

ເຈົ້າໜ້າທີ່ກູ້ໄພກຳລັງຊອກຫາຜູ້ລອດຊີວິດໃນເກາະ Java, ທາງພາກໃຕ້ສຸດໃນ ເກາະ ໃຫຍ່ຂອງປະເທດ ແລະ ເປັນທີ່ຕັ້ງຂອງນະຄອນຫຼວງ Jakarta.

ໄພນ້ຳຖ້ວມ ແລະ ດິນເຈື່ອນ ແມ່ນເຫດການທີ່ເກີດຂຶ້ນເປັນປະຈຳໃນປະເທດ ອິນໂດເນ ເຊຍ ຊຶ່ງ ເປັນປະເທດທີ່ກວ້າງໃຫຍ່, ຮ້ອນຊຸ່ມ, ເປັນໝູ່ເກາະທີ່ ມັກມີໄພພິບັດ ແລະ ເປັນ ບ່ອນຢູ່ອາໄສສຳລັບປະຊາຊົນຫຼາຍກວ່າ 250 ລ້ານ ຄົນ. ເກາະ Java ເປັນເກາະທີ່ມີຄົນ ອາໄສຢູ່ໜາແໜ້ນທີ່ສຸດໃນໂລກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG