ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

11 ຄົນເສຍຊີວິດ ໃນເຫດ ໄຟໄໝ້ເຮືອ ຢູ່ອິນໂດເນເຊຍ


ເຮືອຂ້າມຟາກ Laut Teduh 2 ທີ່ໄດ້ຮັບຄວາມເສຍຫາຍ ຍ້ອນອັກຄີໄພ ຖືກແກ່ໄປຍັງຫາດ Anyer ໃນແຂວງ Banten (28 ມັງກອນ 2011)
ເຮືອຂ້າມຟາກ Laut Teduh 2 ທີ່ໄດ້ຮັບຄວາມເສຍຫາຍ ຍ້ອນອັກຄີໄພ ຖືກແກ່ໄປຍັງຫາດ Anyer ໃນແຂວງ Banten (28 ມັງກອນ 2011)

ເຈົ້າໜ້າທີ່ອິນໂດເນເຊຍກ່າວວ່າ
ເຮືອໂດຍສານ ຂ້າມຟາກລຳນຶ່ງ
ທີ່ເກີດໄຟໄໝ້ ໃກ້ໆກັບເກາະ
Java ເຮັດໃຫ້ຜູ້ເສຍຊີວິດຢ່າງ
ນ້ອຍ 11 ຄົນ.

ເຈົ້າໜ້າທີ່ກະຊວງຂົນສົ່ງ ຂອງ
ອິນໂດເນເຊຍກ່າວວ່າ ໄຟເລີ້ມ
ລຸກໄໝ້ບໍ່ດົນຫຼັງຈາກເຮືອໂດຍ
ສານລຳນີ້ ອອກຈາກເມືອງທ່າ Merak ເທິງເກາະ Java ເພື່ອເດີນທາງໄປຍັງເກາະສຸມາດ
ຕຣາທີ່ຕັ້ງຢູ່ໃນບໍລິເວນໃກ້ຄຽງ.

ໂຄສົກຂອງກະຊວງຂົນສົ່ງອິນໂດເນເຊຍກ່າວຕໍ່ອົງການຂ່າວເອພີວ່າຜູ້ໂດຍສານ 427 ຄົນ ໄດ້ຖືກຊ່ອຍອອກມາຈາກເຮືອຂ້າມຟາກດ້ວຍຄວາມປອດໄພ. ໂຄສົກເວົ້າຕື່ມວ່າບໍ່ທັນຮູ້ຈັກ
ຄັກແນ່ເທື່ອວ່າມີຜູ້ຫາຍສາບສູນໄປຫຼືບໍ່.

ໃນເວລານີ້ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າແມ່ນຫຍັງຄືສາເຫດທີ່ພາໃຫ້ເກີດອັກຄີໄພດັ່ງກ່າວ.
ຕຳຫຼວດເວົ້າວ່າຕົນພວມທຳການສືບສວນກ່ຽວກັບເລື່ອງນີ້.

XS
SM
MD
LG