ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

10 ຄົນເສຍຊີວິດ ຍ້ອນເຮືອຂ້າມຟາກຫຼົ້ມ ຢູ່ອິນໂດເນເຊຍ


ແຜນທີ່ອິນໂດເນເຊຍ
ແຜນທີ່ອິນໂດເນເຊຍ

ເຈົ້າໜ້າທີ່ອິນໂດເນເຊຍກ່າວວ່າ ມີຜູ້ເສຍຊີວິດຢ່າງນ້ອຍ 10 ຄົນແລະອີກຈຳນວນນຶ່ງຍັງ
ຫາຍສາບສູນ ຫຼັງຈາກເຮືອຂ້າມຟາກລຳນຶ່ງ ໄດ້ປະສົບອຸບັດຕິເຫດຫຼົ້ມ ຍ້ອນສະພາບດິນ
ຟ້າອາກາດປັ່ນປ່ວນຢູ່ນອກແຄມຝັ່ງຂອງເກາະ Sulawesi ໃນຕອນເຊົ້າຂອງວັນເສົາມື້ນີ້.

ຕຳຫຼວດເວົ້າວ່າ ພວກກູ້ໄພໄດ້ຊ່ອຍກູ້ເອົາຜູ້ທີ່ລອດຊີວິດມາໄດ້ຢ່າງນ້ອຍ 93 ຄົນຂຶ້ນມາ
ຈາກນໍ້າໃກ້ໆເມືອງ Kolata. ເຈົ້າໜ້າທີ່ບໍ່ຮູ້ຈັກວ່າ ມີຜູ້ຄົນຫຼາຍປານໃດຍັງຫາຍສາບສູນ
ຍ້ອນເຂົາເຈົ້າສົງໄສວ່າ ບັນຊີລາຍຊື່ຂອງເຮືອຂ້າມຟາກ ທີ່ບັນທຸກຜູ້ໂດຍສານເກີນອັດຕາ
ລຳນີ້ອາດຈະບໍ່ຖືກຕ້ອງ.

ການໃຫ້ບໍລິການຂອງເຮືອຂ້າມຟາກ ແມ່ນວິທີການທີ່ສຳຄັນອັນດັບນຶ່ງ ສຳຫຼັບການເດີນ
ທາງໄປມາລະຫວ່າງ 17,000 ເກາະດອນຂອງອິນໂດເນເຊຍ ແຕ່ເຮືອຂ້າມຟາກເຫຼົ່ານີ້
ໄດ້ເກີດອຸບັດຕິເຫດຫຼົ້ມຫຼາຍໆຄັ້ງ ຍ້ອນບັນທຸກຜູ້ໂດຍສານເກີນອັດຕາ ແລະບໍ່ມີມາດຕະ
ຖານດ້ານຄວາມປອດໄພທີ່ເຄັ່ງຄັດ.

XS
SM
MD
LG