ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

8 ຄົນເສຍຊີວິດ ຍ້ອນໄຟໄໝ້ ເຮືອຂ້າມຟາກທີ່ອິນໂດເນເຊຍ


ຍາດຕິພີ່ນ້ອງຂອງພວກເຄາະຮ້າຍທີ່ເສຍຊີວິດໃນເຮືອຂ້າມຟາກທີ່ເກີດ
ໄຟໄໝ້ ພາກັນໄປເບິ່ງສົບຂອງພີ່ນ້ອງທີ່ເກັບໄວ້ໃກ້ກັບໂຮງໝໍແຫ່ງນຶ່ງ ທີ່ເມືອງຊູຣາບາຢາ ໃນແຂວງ Java ຕາເວັນອອກ, ອິນໂດເນເຊຍ,
ວັນທີ 28 ກັນຍາ 2011.
ຍາດຕິພີ່ນ້ອງຂອງພວກເຄາະຮ້າຍທີ່ເສຍຊີວິດໃນເຮືອຂ້າມຟາກທີ່ເກີດ ໄຟໄໝ້ ພາກັນໄປເບິ່ງສົບຂອງພີ່ນ້ອງທີ່ເກັບໄວ້ໃກ້ກັບໂຮງໝໍແຫ່ງນຶ່ງ ທີ່ເມືອງຊູຣາບາຢາ ໃນແຂວງ Java ຕາເວັນອອກ, ອິນໂດເນເຊຍ, ວັນທີ 28 ກັນຍາ 2011.




















ປະຊາຊົນ 8 ຄົນ​ເສຍ​ຊີວິດ ຫລັງຈາກ​ແລ່ນ​ຢຽບ​ກັນ​ໃນ​ເຮືອ​ຂ້າມ​ຟາກ​ລໍາ​ນຶ່ງ​ທີ່​ຈອດ​ຢູ່​ໃນ
​ທ່າ​ເຮືອຂອງ​ອິນ​ໂດ​ເນ​ເຊຍ. ​ໂສກ​ນາຕະ​ກໍາ​ດັ່ງກ່າວໄດ້​ເກີດ​ຂຶ້ນ​ໃນ​ວັນ​ພຸດ​ມື້​ນີ້ ​ເວລາ​ລົດ​
ບັນທຸກຄັນ​ນຶ່ງ​ເກີດ​ໄຟ​ໄໝ້​ຢູ່​ໃນ​ເຮືອຂ້າມຟາກ ແລະພວກ​ຄົນ​ໂດຍສານ​ໃນເຮືອທີ່ຕື່ນຕົກ
ໃຈແລະຢ້ານກົວ​ ພາກັນ​ພະຍາ​ຍາມຫາທາງ​ຫລົບໜີ​ອອກຈາກ​ເຮືອ​ລໍາ​ນີ້.

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ພວກ​ຄົນ​ໂດຍສານ 8 ຄົນ​ໄດ້​ພາກັນ​ແລ່ນ​ຢຽບ​ກັນ​ຕາຍ​ແລະ​ອີກ
ຫລາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ເຮືອ​ຂ້າມ​ຟາກ​ລໍາ​ນີ້​ໄດ້​ຈອດ​ຢູ່​ທີ່​ທ່າ​ເຮືອ Tanjung Perak ​ໃນນະ ຄອນຫລວງ​ Suraba
ya ຂອງ​ແຂວງ Java ​ຕາ​ເວັນ​ອອກ​ຂອງ​ອິນໂດ​ເນ​ເຊຍ ຊຶ່ງ​ມີ​ໝາຍ​ກໍານົດ​ທີ່​ຈະ​ສົ່ງ​ພວກ​
ຄົນ​ໂດຍສານ​ໄປຍັງ​ເມືອງ Banjarmasin ທີ່ເກາະ Borneo ນັ້ນ.

ອຸບັດ​ເຫ​ດເຮືອ​ຂ້າມ​ຟາກ ຖື​ເປັນ​ຂອງ​ທໍາ​ມະ​ດາ​ໃນ​ອິນ​ໂດ​ເນ​ເຊ​ຍ ​ເນື່ອງ​ຈາກ​ບໍ່ມີມາດຕະ
ຖານທາງຄວາມ​ປອດ​ໄພທີ່​ດີ ຢູ່ໃນ​ເຮືອ.

XS
SM
MD
LG