ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການເບືອຢາຊ້າງທີ່ຫາຍາກ ຢູ່ໃນອິນໂດເນເຊຍ


ຊ້າງນ້ອຍອາຍຸ 3 ເດືອນ ຊື່ນາງ ກຣິສຕີນາ ເປັນຊ້າງຊູມັດຕຣາ ທີ່ຫາຍາກ ກຳລັງຍ່າງໄປກັບໝູ່ຂອງລາວ
ໃນສວນສັດ Prigen Safari ຢູ່ເມືອງ Pasuruan, ເກາະຈາວາຕາເວັນອອກ ທີ່ອິນໂດເນຍ ໃນວັນທີ 18 ມີນາ, 2010. (AP Photo/Trisnadi)
ຊ້າງນ້ອຍອາຍຸ 3 ເດືອນ ຊື່ນາງ ກຣິສຕີນາ ເປັນຊ້າງຊູມັດຕຣາ ທີ່ຫາຍາກ ກຳລັງຍ່າງໄປກັບໝູ່ຂອງລາວ ໃນສວນສັດ Prigen Safari ຢູ່ເມືອງ Pasuruan, ເກາະຈາວາຕາເວັນອອກ ທີ່ອິນໂດເນຍ ໃນວັນທີ 18 ມີນາ, 2010. (AP Photo/Trisnadi)

ເຈົ້າໜ້າທີ່ ອິນ​ໂດ​ເນຍ​ເຊຍ​ເວົ້າວ່າ ​ມີ​ການ​ພົບ​ເຫັນຊ້າງຊູ​ມັດຕຣາ​ທີ່​ຫາ​ຍາກຕາຍ 5 ​ໂຕຢູ່​ໃນ​ອິນ​ໂດ​ເນຍ​ເຊຍ ຊຶ່ງ​ຄິດກັນວ່າ ອາດ​ຕາຍ​ຍ້ອນຖືກ​ຢາເບືອ.

ທ່ານ Edi Susantao ນັກອານຸລັກ​ສັດປ່າ​ຂອງ​ລັດຖະບານ​ກ່າວ ​ໃນ​ວັນ​ອາທິດ​ມື້ນີ້ວ່າ ຊ້າງພວກ​ນີ້ ຊຶ່ງມີ​ອາຍຸ ບໍ່ຮອດ 5 ປີທັງໝົດນັ້ນ ອາດ​ໄດ້​ຖືກພວກ​ຊາວບ້ານ​ເບືອ ​ເພື່ອ​ບໍ່​ໃຫ້​ພວກມັນໄປ​ລົບ​ກວນ​ທຳລາຍຜົນລະ​ປູກ​ຂອງ​ພວກ​ເຂົາ​ເຈົ້າ.

ທ່ານ Susantao ​ເວົ້າອີກ​ວ່າ ການ​ສືບສວນ​ກຳລັງ​ດຳ​ເນີນ​ໄປ ​ແລະ ກໍ​ກຳ​ລັງ​ມີ​ການ​ຊອກ​ຫາຜູ້​ຕ້ອງ​ສົງ​ໃສຢູ່​ໃນ​ເວລາ​ນີ້.
ເຊື່ອ​ກັນ​ວ່າ ມີຊ້າງຊູ​ມັດຕຣາ ​ປະມານ 3 ພັນ​ໂຕ ທີ່​ຍັງ​ຫລົງ​ເຫລືອ​ຢູ່​ໃນ​ປ່າ ​ແລະຈຳ ນວນ​ນີ້​ກໍກຳລັງຫລຸດ​ລົງ​ໃນ​ແຕ່ລະ​ປີ ຍ້ອນ​ການ​ລ່າ​ຈັບ ​ແລະ ການ​ຂ້າໃຫ້​ຕາຍ​ໂດຍ​ພວກ​ຊາວນາ​ທີ່​ໃຈຮ້າຍວ່າ ຜົນລະ​ປູກ​ຂອງ​ພວກ​ເຂົາ​ເຈົ້າຖືກ​ທຳລາຍຍ້ອນ​ຊ້າງ​ພວກນີ້.

XS
SM
MD
LG