ຢ່າງໜ້ອຍ 5 ຄົນໄດ້ເສຍຊີວິດຈາກແຜ່ນດິນໄຫວຮ້າຍແຮງ ທີ່ສັ່ນສະເທືອນເກາະທ່ອງ
ທ່ຽວລົມບັອກຂອງອິນໂດເນເຊຍ ແລະເກາະໃກ້ຄຽງຊຳບາວາໃນຕອນແລງວັນອາທິດ
ວານນີ້.
ທ່ານຊູໂຕໂປ ປູຣໂວ ນູໂກຣໂຮ ໂຄສົກຂອງອົງການກູ້ໄພພິບັດແຫ່ງຊາດ ກ່າວໃນວັນ
ຈັນມື້ນີ້ວ່າ ການເສຍຊີວິດຈາກແຜ່ນດິນໄຫວຄວາມແຮງ 6.9 ໄດ້ເກີດມາຈາກຊາກຫັກ
ພັງຂອງຕຶກ. ແຜ່ນດິນໄຫວດັ່ງກ່າວເກີດຂຶ້ນພຽງບໍ່ເທົ່າໃດ
ຊົ່ວໂມງຫຼັງຈາກແຜ່ນດິນໄຫວຄວາມແຮງ 6.3 ໄດ້ສັ່ນເກາະລົມບັອກ ຕັດພະລັງງານ
ໄຟຟ້າຢູ່ຫຼາຍພາກສ່ວນຂອງເກາະດັ່ງກ່າວ.
ທ່ານນູໂກຣໂຮ ກ່າວວ່າ ມີການສັ່ນສະເທືອນຫຼາຍຮ້ອຍຄັ້ງທີ່ຕິດຕາມຫຼັງຈາກການເກີດ
ແຜ່ນດິນໄຫວໃນວັນອາທິດ ທີ່ເຮັດໃຫ້ເກີດດິນເຈື່ອນຢູ່ຫຼາຍພາກສ່ວນຂອງເກາະລົມ
ບັອກ ແລະເຮັດໃຫ້ພວກຊາວບ້ານພາກັນປົບໜີອອກມາສູ່ຖະໜົນຫົນທາງດ້ວຍຄວາມ
ຢ້ານກົວ.
ແຜ່່ນດິນໄຫວໃນວັນອາທິດວານນີ້ ໄດ້ເກີດຂຶ້ນພຽງສອງອາທິດ ຫຼັງຈາກແຜ່ນດິນໄຫວ
ເກີດຂຶ້ນຢູ່ເກາະດຽວກັນ ທີ່ໄດ້ເຮັດໃຫ້ 400 ຄົນເສຍຊີວິດ.
ທ່ານນາງນິນິກ ຣາຮາຢູ ຂອງອົງການອົມບັສແມນ ອິນໂດເນເຊຍ ໄດ້ກ່າວຕໍ່ວີໂອເອ
ພະແນກອິນໂດເນເຊຍວ່າ ທ່ານນາງໄດ້ຖືກບອກໃຫ້ອອກຈາກໂຮງແຮມຂອງທ່ານນາງ
ໃນເກາະລົມບັອກໃນວັນອາທິດວານນີ້. ທ່ານນາງກ່າວວ່າ “ພວກເຮົາຢ້ານຕາຍຈຶ່ງປົບ
ໜີອອກໄປນອກ.” ນາງກ່າວເພີ້ມອີກວ່າ ຜູ້ບໍລິຫານໂຮງແຮມກີດກັ້ນບໍ່ໃຫ້ແຂກກັບຄືນ
ເຂົ້າໄປອີກ “ເພາະມັນມີການສັ່ນສະເທື່ອນຕິດຕາມມາ.”
ນາງຊຳບາວາ ຊາວບ້ານມູຕາ ອາຣີຢານີ ກ່າວຕໍ່ ວີໂອເອວ່າ “ນີ້ອາດເປັນແຜ່ນດິນ
ໄຫວຄັ້ງໃຫຍ່ເທື່ອທີຫ້າມື້ນີ້.” ນາງກ່າວວ່າ ພວກເຈົ້າໜ້າທີ່ບ້ານນີ້ ໄດ້ບອກໃຫ້ພວກ
ຊາວບ້ານທີ່ຢ້ານກົວນັ້ນ ໃຫ້ພາກັນຍົກຍ້າຍໄປຢູ່ບ່ອນປອດໄພ. ນາງກ່າວວ່າ “ບັດນີ້
ພວກເຮົາໄດ້ພາກັນໜີມາຢູ່ທົ່ງກວ້າງ.”
ດິນເຈື່ອນໄດ້ຖືກລາຍງານຢູ່ອຸດທະຍານແຫ່ງຊາດ ໃນວັນອາທິດວານນີ້ ທີ່ພູ ຣິນຈານີ
ບ່ອນທີ່ຫຼາຍຮ້ອຍຄົນຖືກຕິດຄ້າງຢູ່ ຫຼັງຈາກແຜ່ນດິນໄຫວໃນວັນທີ 29 ກໍລະກົດ ໄດ້
ເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ. ສວນອຸດທະຍານດັ່ງກ່າວ ໄດ້ຖືກປິດລົງນັບແຕ່ນັ້ນມາ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ