ເດັກນ້ອຍຜູ້ຊາຍຄົນນຶ່ງໄວ 12 ຂວບເສຍຊີວິດໃນອິນໂດເນເຊຍບ່ອນ ທີ່ແຜ່ນດິນໄຫວ
ຂະໜາດແຮງ ເຮັດໃຫ້ປະຊາຊົນພາກັນແຕກຕື່ນລຸກຈາກຕຽງນອນຂອງເຂົາເຈົ້າ ແລະ
ພາກັນຫລັ່ງໄຫລອອກໄປຢູ່ຕາມຖະໜົນຫົນທາງສາຍຕ່າງໆນັ້ນ.
ແຜ່ນດິນໄຫວທີ່ມີຄວາມແຮງ 6.6 ຣິກເຕີໄດ້ເກີດຂຶ້ນໃນຕອນເຊົ້າມືດໃນວັນອັງຄານມື້
ນີ້ທີ່ເກາະຊູມາຕຣາທາງພາກຕາເວັນຕົກຂອງປະເທດ ເຮັດໃຫ້ພວກຊາວບ້ານຊາວເມືອງ
ພາກັນຫລົບໜີອອກຈາກບ້ານເຮືອນ ຈາກໂຮງແຮມແລະຢ່າງນ້ອຍຈາກໂຮງໝໍແຫ່ງນຶ່ງ.
ບັນດາເຈົ້າໜ້າທີ່ກ່າວວ່າ ເດັກນ້ອຍຜູ້ຊາຍຄົນນີ້ໄດ້ຖືກສິ່ງຂອງຕົກລົງທັບຢູ່ໃນຕຽງ
ນອນຂອງລາວ ແລະອີກຄົນນຶ່ງໄດ້ຮັບບາດເຈັບຢ່າງສາຫັດ.
ແຜ່ນດິນໄຫວດັ່ງກ່າວມີຈຸດໃຈກາງປະມານ 100 ຫລັກກິໂລແມັດທາງພາກຕາເວັນຕົກ
ສຽງໃຕ້ຂອງເມືອງ Medan ໃກ້ກັບແຂວງ Aceh ໃນ ພາກເໜືອສຸດຂອງອິນໂດເນ
ເຊຍ ຊຶ່ງໄດ້ປະເຊີນກັບແຜ່ນດິນໄຫວແລະຄື້ນຟອງຍັກສຸນາມິຢ່າງຮ້າຍແຮງທີ່ສຸດໃນ
ເດືອນທັນວາປີ 2004 ນັ້ນ.
ແຜ່ນດິນໄຫວໃນວັນອັງຄານມື້ນີ້ ໄດ້ເຮັດໃຫ້ຝາຕຶກອາຄານແຕກແຫງແລະສ້າງຄວາມ
ເສຍຫາຍໃຫ້ແກ່ພວກຕຶກອາຄານຫລາຍຫລັງ ແຕ່ນັກວິທະຍາສາດກ່າວວ່າ ແຜ່ນດິນ
ໄຫວໃນຄັ້ງນີ້ແມ່ນຢູ່ເລິກເຂົ້າໄປໃນຫລາຍຈາກແຄມທະເລ ຈຶ່ງບໍ່ພາໃຫ້ເກີດຄື້ນຟອງຍັກ
ສຸນາມິ.