ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເນເທີແລນ ຂໍຂະມາໂທດ ຕໍ່ການສັງຫານໝູ່ ໃນອິນໂດເນເຊຍ


People try to rescue a buffalo which was trapped in mud in Allahabad, India.
People try to rescue a buffalo which was trapped in mud in Allahabad, India.

ລັດຖະບານເນເທີແລນ ໄດ້ຂໍຂະມາໂທດຢ່າງເປັນທາງການ ກ່ຽວກັບການສັງຫານໝູ່ພວກ
ຊາຍສະກັນແລະເດັກນ້ອຍຜູ້ຊາຍ ຫຼາຍເຖິງ 430 ຄົນ ໃນປີ 1947 ໃນລະຫວ່າງສົງຄາມ
ເພື່ອຄວາມເປັນເອກກະລາດຂອງອິນໂດເນເຊຍ.

ເອກອັກຄະລັດຖະທູດຂອງເນເທີແລນປະຈຳອິນໂດເນເຊຍທ່ານ Tjeerd de Zwaan ໄດ້
ຂໍຂະມາໂທດຕໍ່ບັນດາຄອບຄົວຂອງພວກເຄາະຮ້າຍ ໃນພິທີທີ່ເຕັມໄປດ້ວຍການຮ້ອງໄຫ້ໃນ
ວັນສຸກມື້ນີ້ທີ່ເມືອງ Rawagede ຂອງອິນໂດເນເຊຍ.

ເມື່ອ 60 ກວ່າປີຜ່ານມາແລ້ວນັ້ນ ທະຫານເນເທີແລນໄດ້ບຸກເຂົ້າໄປໃນເມືອງດັ່ງກ່າວເພື່ອ
ຊອກຄົ້ນຫາຫົວໜ້າພວກຕໍ່ຕ້ານອິນໂດເນເຊຍ ທີ່ໄດ້ທຳການໂຈມຕີຕໍ່ກອງກຳລັງຂອງເນເທີ
ແລນ. ເວລາພວກຊາວບ້ານບອກວ່າ ເຂົາເຈົ້າບໍ່ຮູ້ບ່ອນຢູ່ຂອງຜູ້ກ່ຽວພວກຜູ້ຊາຍກໍຖືກຈັບໂຕ
ໄປແລະຖືກຂ້າດ້ວຍການຍິງສັງຫານ.

ການຂໍຂະມາໂທດທີ່ວ່ານີ້ ມີຂຶ້ນຫຼັງຈາກຄຳຕັດສິນຂອງສານ ທີ່ນະຄອນ Hague ພົບວ່າ
ປະເທດເນເທີແລນ ເປັນຜູ້ຮັບຜິດຊອບຕໍ່ການສັງຫານໝູ່ດັ່ງກ່າວ.

XS
SM
MD
LG