ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອິນໂດເນເຊຍ ປະ​ຕິ​ເສດການກ່າວອ້າງຈາກພວກກະ ບົດ ກ່ຽວ​ກັບ ການເສຍຊີວິດຂອງພວກທະຫານໃນພາກ​ພື້ນ ປາປົວ


ຫົວໜ້າກອງທັບອິນໂດເນເຊຍ ນາຍພົນເຮືອຢູໂດ ມາໂກໂນ ກອງປະຊຸມນັກຂ່າວ ທີ່ ມີມິກາ ແຂວງປາປົວ ອິນໂດເນເຊຍ ວັນທີ18, 2023
ຫົວໜ້າກອງທັບອິນໂດເນເຊຍ ນາຍພົນເຮືອຢູໂດ ມາໂກໂນ ກອງປະຊຸມນັກຂ່າວ ທີ່ ມີມິກາ ແຂວງປາປົວ ອິນໂດເນເຊຍ ວັນທີ18, 2023

ຫົວໜ້າກອງທັບ ອິນໂດເນເຊຍ ໄດ້​ປະ​ຕິ​ເສດການກ່າວອ້າງຈາກກຸ່ມແບ່ງແຍກ ດິນແດນ ທີ່ວ່າພວກເຂົາໄດ້ສັງຫານທະຫານລັດຖະບານຫລາຍກວ່າສິບຄົນ ຜູ້ທີ່ ໄດ້ຊອກຫານັກບິນຊ​າວ ນິວຊີແລນ ທີ່ຖືກຈັບເປັນໂຕປະກັນໂດຍພວກກະບົດ ຢູ່ໃນພາກ​ພື້ນ ປາປົວ ທີ່​ມີ​ບັນ​ຫາ, ອີງ​ຕາມອົງການຂ່າວເອພີ ໄດ້ລາຍງານ.

ພົນເຮືອເອກ ຢູໂດ ມາໂກໂນ ແລະ ເຈົ້າໜ້າທີ່ລະ​ດັບສູງສຸດຂອງກອງທັບໄດ້ເດີນ​ທາງໄປພາກ​ພື້ນ​ດັ່ງ​ກ່າວ ຫລັງຈາກຂໍ້ມູນໃນ​ເບື້ອງ​ຕົ້ນກ່າວວ່າ ພວກນັກໂຈມຕີຈາກ ກອງທັບປົດ​ປ່ອຍ​ແຫ່ງ​ຊາດປາປົວຕາເວັນຕົກ ທີ່ເປັນກຸ່ມ​ຕິດອາວຸດຂອງ ຂະ​ບວນການ ປາປົວ ເສ​ລີ ໄດ້​ຊຸ້ມ​ໂຈມ​ຕີທະຫານລັດຖະບານ 36 ຄົນ ຢູ່ເຂດພູຜາ ດູກາ. ໂຄສົກພວກກະບົດໄດ້ກ່າວຢູ່ໃນຖະແຫລງການວ່າ ພວກນັກລົບຂອງລາວ ໄດ້ຮັກສາຊາກສົບຂອງທະຫານ 12ຄົນນັ້ນໄວ້ ຮວມອີກເກົ້າຄົນ ຜູ້ທີ່ລາວກ່າວວ່າ “ພວກເຮົາໄດ້ຈັບ ແລະສັງຫານ.” ພວກກະບົດບໍ່ໄດ້ສະແດງຫລັກຖານ. ພົນເຮືອເອກ ອິນໂດເນເຊຍ ດັ່ງ​ກ່າວໄດ້ຢືນຢັນພຽງນຶງຄົນເສຍຊີວິດ ແລະກ່າວວ່າ ທະຫານສີ່​ຄົນ​ໄດ້ຫາຍສາບສູນ.

Indonesia's military chief has dismissed a separatist group claim that they had killed more than a dozen government soldiers who were searching for a New Zealand pilot taken hostage by the rebels in the restive Papua region. Admiral Yudo Margono and the military's top brass flew to the region after initial information said attackers from the West Papua National Liberation Army, the armed wing of the Free Papua Movement, ambushed 36 government soldiers in the hilly district of Nduga. The rebel spokesperson said in a statement that his fighters were holding the remains of 12 soldiers, including nine who he said "were arrested and executed." The rebels offered no proof. The Indonesian admiral confirmed only one fatality and said four soldiers are missing.

XS
SM
MD
LG