ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພທຳມະຊາດໃນອິນໂດເນເຊຍ


ຄວັນທີ່ກຳລັງພຸ່ງຂຶ້ນຈາກພູໄຟ Merapi ໃນອິນໂດເນເຊຍ
ຄວັນທີ່ກຳລັງພຸ່ງຂຶ້ນຈາກພູໄຟ Merapi ໃນອິນໂດເນເຊຍ

ໃນວັນສຸກມື້ນີ້ເຈົ້າໜ້າທີ່ຄຸ້ມຄອງໄພພິບັດຂອງອິນໂດເນເຊຍ
ພວມດີ້ນຮົນຊອກຫາຊ່ອງທາງເພື່ອຈະຈັດສົ່ງການຊ່ອຍເຫຼືອ
ໄປໃຫ້ພວກທີ່ໄດ້ຮັບເຄາະຈາກຟອງຍັກສຸນາມິຂະນະທີ່ພູໄຟ
ທີ່ມີການເໜັງຕີງຫຼາຍທີ່ສຸດຂອງອິນໂດເນເຊຍ ຍັງສືບຕໍ່ພົ່ນ
ແກັສແລະຂີ້ເຖົ່າຮ້ອນອອກມາ.

ທີ່ພາກກາງຂອງເກາະ Java ພູໄຟ Merapi ທີ່ເຮັດໃຫ້ມີ
ຜູ້ເສຍຊີວິດໄປແລ້ວ 33 ຄົນແລະບັງຄັບໃຫ້ອີກ 40,000
ຄົນ ຕ້ອງໄດ້ຫຼົບໜີໄປ ຈາກເຮືອນຊານບ້ານຊ່ອງ ຂອງ
ພວກເຂົາເຈົ້ານັ້ນ ໄດ້ລະເບີດຂຶ້ນອີກໃນວັນສຸກມື້ນີ້ ແຕ່ບໍ່
ໄດ້ມີລາຍງານ ແຈ້ງໃຫ້ຊາບ ກ່ຽວກັບຈຳນວນຜູ້ບາດເຈັບ
ລົ້ມຕາຍ.

ການລະເບີດຂອງພູໄຟປະກອບກັບການເກີດຟອງຍັກສຸ
ນາມິ ໃນມື້ວັນຈັນຜ່ານມາທີ່ໝູ່ເກາະ Mentawai ເຮັດໃຫ້
ຈຳນວນຜູ້ເສຍຊີວິດ ຍ້ອນໄພທຳມະຊາດທັງ 2 ມີກາຍ
400 ຄົນ. ຄວາມຫວັງກໍໄດ້ຈາງຫາຍໄປ ໃນການທີ່ຈະພົບ
ເຫັນຜູ້ຄົນຈຳນວນຫຼາຍຮ້ອຍຄົນໃນບັນຊີພວກຫາຍສາບ ສູນ ຫຼັງຈາກຟອງທີ່ສູງ 3 ແມັດ
ຊັດເຂົ້າຖະຫຼົ່ມ ລຸນຫຼັງທີ່ໄດ້ເກີດແຜ່ນດິນໄຫວຢູ່ໃນຂົງເຂດ ທີ່ມີຄວາມແຮງແທກໄດ້ 7.7

ປະທານາທິບໍດີອິນໂດເນເຊຍທ່ານ Susilo Bambang Yudhoyono ໄດ້ເດີນທາງໄປ
ຢ້ຽມຢາມເຂດປະສົບໄພນອກແຄມຝັ່ງທະເລກໍ້າຕາເວັນຕົກຂອງເກາະສຸມາຕຣາໃນວັນພະ
ຫັດວານນີ້ ຫຼັງຈາກໄດ້ຕັດສິນໃຈ ບໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊ່ຽນ ທີ່ຫວຽດນາມ.
ພວກກູ້ໄພໄດ້ຈັດຫາອາຫານການກິນ ຕູບຜ້າຕັ້ງ ແລະເຄື່ອງນຸ່ງຫົ່ມ ໃຫ້ແກ່ພວກທີ່ລອດ ຊີວິດມາໄດ້.

XS
SM
MD
LG