ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຜູ້ເສຍຊີວິດເພີ່ມຂຶ້ນ ໃນອິນໂດເນເຊຍ


ພວກທີ່ລອດຊີວິດມາໄດ້ ຈາກຟອງຍັກສຶນາມິທີ່ເກາະ Pagai ໃນເຂດໝູ່ເກາະ Mentawai ຂອງອິນໂດເນເຊຍ (28 ຕຸລາ 2010)
ພວກທີ່ລອດຊີວິດມາໄດ້ ຈາກຟອງຍັກສຶນາມິທີ່ເກາະ Pagai ໃນເຂດໝູ່ເກາະ Mentawai ຂອງອິນໂດເນເຊຍ (28 ຕຸລາ 2010)

ປະທານາທິບໍດີອິນໂດເນເຊຍ ທ່ານ Susilo Bambang
Yudhoyono ມີກຳນົດເດີນທາງໄປຢ້ຽມຢາມ ເຂດປະສົບ
ໄພແຜ່ນດິນໄຫວແລະຟອງຍັກສຶນາມິໃກ້ໆເກາະ Suma
tra ໃນສັບປະດານີ້ບ່ອນທີ່ຈຳນວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນ
ເປັນ 343 ຄົນ ແລະຄາດວ່າຈະສູງຂຶ້ນຕື່ມ.

ເຈົ້າໜ້າທີ່ຄຸ້ມຄອງໄພພິບັດຂອງອິນໂດເນເຊຍກ່າວວ່າໄດ້
ມີການພົບເຫັນສົບຄົນຕາຍຕື່ມອີກຢູ່ຕາມຫາດຊາຍຕ່າງໆ
ທີ່ໝູ່ເກາະ Mentawai ຊຶ່ງເປັນໝູ່ເກາະ ທີ່ສອກຫີຼກຫ່າງ
ໄກ ຕັ້ງຢູ່ນອກແຄມຝັ່ງທະເລ ກໍ້າຕາເວັນຕົກ ຂອງເກາະ
Sumatra ນັ້ນ. ພວກກູ້ໄພພວມຊອກຫາຢ່າງນ້ອຍ 338
ຄົນທີ່ໄດ້ຫາຍສາບສູນໄປ ນັບແຕ່ຟອງຍັກສຶນາມິສູງ 3
ແມັດ ພັດເຂົ້າຖະຫຼົ່ມໝູ່ເກາະດັ່ງກ່າວ ໃນມື້ວັນຈັນຜ່ານ ມາ ​ແລະໄດ້ພັດເອົາຫຼາຍໆບ້ານໄປໝົດທັງບ້ານ.

ສະພາບດິນຟ້າອາກາດປັ່ນປ່ວນໄດ້ເປັນອຸບປະສັກຂັດຂວາງຕໍ່ການປະຕິບັດງານກູ້ໄພແລະ
ການຈັດສົ່ງປັດໄຈບັນເທົາທຸກ ໄປຍັງບໍລິເວນທີ່ເກີດເຫດ ຈົນ​ຮອດວັນພຸດວານນີ້.

ຟອງຍັກໄດ້ພັດເຂົ້າຖະຫຼົ່ມຢ່າງໄວຫຼັງຈາກໄດ້ເກີດແຜ່ນດິນໄຫວທີ່ມີຄວາມແຮງແທກໄດ້ 7.7
ແຕ່ເຈົ້າໜ້າທີ່ຈາກພະແນກພະຍາກອນອາກາດຂອງອິນໂດເນເຊຍ ແຈ້ງໃຫ້ VOA ຊາບວ່າ
ຫຼາຍໆຄົນອາດໄດ້ຮັບການຊ່ອຍຊີວິດໄວ້ໄດ້ ຖ້າລັດຖະບານຫາກອອກຄຳເຕືອນທາງລະບົບ
ເຕືອນໄພສຶນາມິ ທີ່ໄດ້ສ້າງຕັ້ງຂຶ້ນລຸນຫຼັງທີ່ໄດ້ເກີດສຶນາມິ ໃນເຂດມະຫາສະມຸດອິນເດຍໃນ
ປີ 2004 ນັ້ນ.

XS
SM
MD
LG