ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄື້ນ ຊຸ​ນາ​ມິ ໃນ ອິນ​ໂດ​ເນ​ເຊຍ ສັງ​ຫານ​ຢ່າງ​ໜ້ອຍ 165 ຄົນ


ຊາກ​ເພ​ພັງ​ຂອງ​ເຮ​ືອນຢູ່​ຕາມ​ຖະ​ໜົນ, ຫ​າດ​ຊາຍ​ ກາ​ຣິ​ຕາ ວັນ​ທີ 23 ທັນ​ວາ 2018 ຫຼັງ​ຈາກ​ຖືກ​ຖະ​ຫລົ່ມ​ໂດຍ​ຄຶ້​ນ ຊຸ​ນາ​ມິ.
ຊາກ​ເພ​ພັງ​ຂອງ​ເຮ​ືອນຢູ່​ຕາມ​ຖະ​ໜົນ, ຫ​າດ​ຊາຍ​ ກາ​ຣິ​ຕາ ວັນ​ທີ 23 ທັນ​ວາ 2018 ຫຼັງ​ຈາກ​ຖືກ​ຖະ​ຫລົ່ມ​ໂດຍ​ຄຶ້​ນ ຊຸ​ນາ​ມິ.

ຄື້ນ​ຊຸ​ນາ​ມິ ໄດ້​ພັດ​ເຂົ້າ​ຫາດ​ຊາຍ​ທັງຫຼາຍ​ຢູ່​ຕາມ​ຊ່ອງ​ແຄບ ຊຸນ​ຕາ​ຂອງ​ປະ​ເທດ ອິ​ນ​ໂດ
​ເນ​ເຊຍ​ໃນ​ຕອນ​ແລງວັນ​ເສົາ​ວານນີ້​ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ. ຈຳ​ນວນ​ຜູ້​ເສຍ​ຊີ​ວິ​ດ​ສູງ​ສຸດ
​ໄດ້​ເພີ່ມ​ຂຶ້ນ​ເປັນ 168 ຄົນ ພ້ອມ​ກັບຫຼາຍກວ່າ 700 ຄົນ​ໄດ້​ຮັບ​ບາດ​ເຈັບ, ອີງ​ໂອ​ກາດ​
ໄພ​ພິ​ບັດ​ແຫ່ງ​ຊາດ​ໃນ​ວັນ​ອາ​ທິດ​ວານນີ້.

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ແມ່ນ​ມີ​ຢູ່​ສາມ​ພາກ​ພື້ນໄດ້​ແກ່, ພາ​ກ​ພື້ນ ລຳ​ປຸງ​ໃຕ້
ໃນ​ເກາະ ສຸ​ມາດ​ຕາ ແລະ ພາ​ກ​ພື້ນ ເຊ​ຣັງ ແລະ ປານ​ເດກ​ລາງ ໃນ​ເກາະ ຈາ​ວາ, ທາງ
​ພາກ​ຕາ​ເວັນ​ຕົກ​ຂອງ​ນະ​ຄອນຫຼວງ ຈາ​ກາ​ຕາ, ຕາມ​ຊ່ອງ​ແຄບ ຊຸນ​ດາ, ອີງ​ຕາມ​ການ​
ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງ​ທ່ານ ຊູ​ໂຕ​ໂປ ເປີ​ໂວ ນູ​ໂກ​ຣ​ໂຮ, ໂຄ​ສົກ​ອົງ​ການ
ຫຼຸດ​ຜ່ອນ​ໄພ​ພິ​ບັດ​ແຫ່ງ​ຊາດ (BNBP).

ເຮືອນຫຼາຍ​ຮ້ອຍຫຼັງ, ໂຮງ​ແຮມ 9 ຫຼັງ ແລະ ເຮືອ 10 ລຳ​ໄດ້​ຮັບ​ຄວາມ​ເສຍ​ຫາຍ, ອີງ
​ຕາມ​ກ່າ​ວ​ຂອງອົງ​ການ BNBP ໃນ​ວັນ​ອາ​ທິດ​ມື້ນີ້.

ອົງ​ການ​ອຸ​ຕຸ​ນິ​ຍົມ, ພູມ​ອາ​ກາດ​ວິ​ທະ​ຍາ ແລະ ຟີ​ສິກ​ກ່ຽວ​ກັບ​ພື້ນ​ໂລກ (BMKG) ໄດ້
ລາຍງານວ່າຜູ້​ເຂົາ​ໄຟ ຄ​ຣາ​ໂກ​ຕາ ໄດ້​ປະ​ທຸ​ຂຶ້ນ​ຕອນ​ປະ​ມານ 9 ໂມ​ງ​ແລງຂອງວັນ​ເສົາ
ວານນີ້ຕາມ​ເວ​ລາ​ໃນ​ທ້ອງ​ຖິ່ນ, ແລະ ຄື້ນ​ຊຸ​ນາ​ມິ​ກໍ​ໄດ້​ພັດ​ເຂົ້າ​ຝັ່ງ​ບໍ່​ດົນຫຼັງ​ຈາກ​ນັ້ນ, ປະ​
ມານຕອນຄ່ຳ 9:30.

ອົງ​ການ BMKG ໄດ້​ກ່າ​ວ່າ “ສາ​ເຫດ​ຂອງ​ຄື້ນ​ຊຸ​ນາ​ມິ ແມ່ນ​ຍ້ອມ​ດິນ​ເຈື່ອນ​ຢູ່​ໃຕ້​ທະ​ເລ
ຫຼັງ​ຈາກ​ການ​ປະ​ທຸ​ຂຶ້ນ​ຂອງ​ພູ​ເຂົາ​ໄຟ ອາ​ນັກ ຄ​ຣາ​ໂກ​ຕາ ແລະ ຄື້ນ​ທະ​ເລ​ແມ່ນ​ເກີດ​ຂຶ້ນ
​ຍ້ອມ​ພະ​ຈັນ​ເຕັມ​ດວງ.”

ຈຳ​ນວນ​ຂອງ​ຜູ້​ເສຍ​ຊີ​ວິດ​ແມ່ນ​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ ເພາະ​ວ່າບັນ​ດາ​ເຈົ້າ​ໜ້າ​ທີ່​ຍັງ​ບໍ່​ສາ​
ມາດ​ທີ່​ຈະ​ຕິດ​ຕໍ່​ຫາ​ພື້ນ​ທີ່​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ໂດຍ​ຄື້ນ​ຊຸ​ນາ​ມິ, ອີງ​ຕາ​ມ​ການ​ກ່າວ​ຂອງ​
ຖະ​ແຫຼງ​ການ. ທາງຫຼວງ​ທີ່​ເຊື່ອມ​ຕໍ່​ພາກ​ພື້ນ ເຊ​ຣັງ ແລະ ປານ​ເດກ​ລັງ ກໍ​ໄດ້​ຮັບ​ຄວາມ
​ເສຍ​ຫາຍ​ເຊັ່ນ​ກັນ.

ສ່ອງ​ແຄບ​ຊຸນ​ດ​າ ລະ​ຫວ່າງ​ບັນ​ດາ​ໝູ່​ເກາະ​ຈາ​ວາ ແລະຊູ​ມາ​ຕ​ຣາ.
ສ່ອງ​ແຄບ​ຊຸນ​ດ​າ ລະ​ຫວ່າງ​ບັນ​ດາ​ໝູ່​ເກາະ​ຈາ​ວາ ແລະຊູ​ມາ​ຕ​ຣາ.

ຫົວ​ໜ້າ​ອົງ​ການ​ໄພ​ພິ​ບັດ ທ່ານ ເອັນ​ດານ ເປີ​ມາ​ນາ ໄດ້​ກ່າວ​ຕໍ່​ສື່ມວນ​ຊົນ​ໃນ​ທ້ອງ​ຖິ່ນ
​ວ່າ ຫຼາຍ​ຄົນ​ໄດ້​ຫາຍ​ສາບ​ສູນ​ໃນ​ເມືອງ ຕັນ​ຈຸງ ເລ​ຊຸງ, ແຂວງ ບານ​ເຕັນ ທີ່​ເປັນ​ຈຸ​ທ່ອງ
​ທ່ຽວ​ຂອງ​ທ້ອງ​ຖິ່ນ, ໃກ້​ກັບ​ນະ​ຄອນຫຼວງ ຈາ​ກາ​ຕາ, ແລະ ວ່າ​ຕຳ​ຫຼວດ​ໄດ້​ສະ​ໜອງ​ການ
​ຊ່ວຍ​ເຫຼືອ​ໃຫ້, ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ສຸກ​ເສີນ ຍັງ​ບໍ່​ທັນ​ໄດ້​ເດີນ​ທາງ​ໄປ​ຮອດ​ພື້ນ​ທີ່​ເທື່ອ,
ອີງ​ຕາມ​ອົງ​ການ​ຂ່າວ ຣອຍ​ເຕີ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG