ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ອິນ​ໂດ​ເນ​ເຊຍ ​ສົ່ງ​ເຮ​ລີ​ຄອບ​ເຕີ ​ຊ່ວຍ​ມອດ ໄຟ​ໄໝ້​ປ່າ (ສະໄລລ໌/ວີດີໂອ)


ອິນ​ໂອ​ເນ​ເຊຍ ກໍາລັງ​ສົ່ງ​ເຮືອບິນເຮ​ລີ​ຄອບ​ເຕີ ​ໄປ​ຊ່ວຍ​ມອດໄຟ​
ໄໝ້​ປ່າ ທີ່​ເຮັດ​ໃຫ້ຊາວ​ສິງກະ​ໂປພາກັນ​ຫາຍ​ໃຈ​ຍາກ ຍ້ອນ​ຄວັນ
ໄຟໜາຕຶບ​ເປັນ​ປະຫວັດ​ການ ເປັນ​ມື້​ທີ​ສາມ​ລຽນ​ຕິດ​.

ພ້ອມໆ​ກັບ​ການ​ໃຊ້​ເຮືອບິນ​ເຮຣີຄອບ​ເຕີ​ເພື່ອ​ຊ່ວຍ​ມອດໄຟ​ແລ້ວ
ໃນ​ອີກ​ສອງ​ສາມ ມື້ຂ້າງ​ໜ້າ ກໍ​ຈະ​ມີ​ການ​ນຳ​ໃຊ້ເຮືອບິນຊ່ວຍ​ເຮັດ
ໃຫ້​ເກີີດເມກ​ເຝື້ອ ​ໃນ​ຄວາມ​ພະ​ຍາ​ຍາ​ມຢ່າງ​ແຮງ ເພື່ອ​ໃຫ້​ເກີດ
​ຝົນ​ຕົກລົງ​ມາ​ ໃສ່​ໄຟ​ທີ່​ກໍາລັງ​ໄໝ້ຢູ່​ນັ້ນ.

ດັດຊະນີມົນ​ລະ​ພິດທາງອາກາດຂອງ​ສິງກະ​ໂປ ​ໄດ້ຖີບສູງ​ຂື້ນ​
ເປັນ​ປະຫວັດ​ການ ອີກ​ຄັ້ງນຶ່ງ ຄື​ເຖິງລະດັບ 400 ​ໃນ​ຕອນ​ບ່າຍ​ຂອງວັນ​ສຸກມື້​ນີ້ ຊຶ່ງ​ເປັນ​ລະດັບ​ທີ່​ເປັນ ອັນຕະລາຍ​ຮ້າຍ​ແຮງ​ຕໍ່​ຜູ້​ຄົນ ​ທີ່​ມີ​ບັນຫາ​ກ່ຽວ​ກັບ​ການຫາຍ​ໃຈ. ບາງ​ເຂດ​ທີ່​ຕັ້ງຢູ່ ​ໃກ້​ຄຽງ​ຂອງມາເລ​ເຊຍ ກໍ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ສະພາບ​ອາກາດ​ທີ່​ເປັນ​ອັນຕະລາຍ​ດັ່ງກ່າວ​ເຊັ່ນ​ດຽວ​ກັນ.

​ນາຍົກລັດຖະມົນຕີ ສິງກະ​ໂປ ທ່ານ Lee Hsein Loong ກ່າວ​ໃນ​ວັນ​ພະຫັດ ວານ​ນີ້​ວ່າ ຄວັນ​ໄຟ​ຊຶ່ງ​ເລີ້ມ​ລົບ​ກວນສິງກະ​ໂປ​ໃນ​ວັນ​ຈັນຜ່ານ​ມາ ອາດຍັງ​ຈະ​ດຳ ​ເນີນຕໍ່​ໄປ ​ຈົນ​ເຖິງ​ທ້າຍ​ລະດູ​ແລ້ງ ຂອງເກາະ Sumatra ໃນອິນ​ໂດ​ເນ​ເຊຍ ຄືຈົນ​ຮອດ​ເດືອນ​ກັນຍາ​ຫລື​ຕຸລາ.

ຫົວໜ້າຄຸ້ມ​ຄອງສິ່ງແວດ​ລ້ອມ​ແຫ່ງ​ຊາດ ຂອງ​ສິງກະ​ໂປ ທ່ານ Andrew Tan ​ໄດ້​ຮຽກ
ຮ້ອງ​ໃຫ້ອິນ​ໂດ​ເນ​ເຊຍ ຈົ່ງ​ເອົາ “ມາດ​ຕະການແບບ​ເດັດຂາດ” ​ຕໍ່​ບັນດາ ​ບໍລິສັດ ທີ່​ສົງ
ໄສ​ວ່າ ຈູດ​ປ່າຢູ່​ທີ່​ເກາະ Sumatra ຊຶ່ງເປັນ​ທາງ​ອອກ​ຖືກ​ທີ່​ສຸດ​ໃນ​ການ​ບຸກ​ເບີກ​ໜ້າ
ດິນເພື່ອ​ການ​ປູກຝັງ.

XS
SM
MD
LG