ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອິນໂດເນເຊຍ ຮຽກຮ້ອງ ໃຫ້ຝຶກອົບຮົມພາສາອິນໂດເນເຊຍ ໃຫ້ພະນັກງານ ຕ່າງປະເທດ


ພະນັກງານຄົນ ອິນໂດເນເຊຍ ຍ່າງຜ່ານລາງລົດໄຟ ໃນເວລາ
ທີ່ເຂົາເຈົ້າກຳລັງເດີນທາງໄປເຮັດວຽກຢູ່ສະຖານີ ຕານາ ອາບັງ ໃນນະຄອນຫຼວງ ຈາກາຕ້າ. 15 ຕຸລາ, 2015.
ພະນັກງານຄົນ ອິນໂດເນເຊຍ ຍ່າງຜ່ານລາງລົດໄຟ ໃນເວລາ ທີ່ເຂົາເຈົ້າກຳລັງເດີນທາງໄປເຮັດວຽກຢູ່ສະຖານີ ຕານາ ອາບັງ ໃນນະຄອນຫຼວງ ຈາກາຕ້າ. 15 ຕຸລາ, 2015.

ບັນຍັດປະທານາທິບໍດີ ອິນໂດເນເຊຍ ສະບັບນຶ່ງ ທີ່ຮຽກຮ້ອງໃຫ້ຜູ້ຈ້າງງານທຸກຄົນ
ສະໜອງການຝຶກອົບຮົມພາສາ ບາຮາຊາ ອິນໂດເນເຊຍ ຕໍ່ພະນັກງານຕ່າງປະເທດ
ທັງຫຼາຍນັ້ນ ໄດ້ກໍ່ໃຫ້ເກີດການຕຳໜິຕິຕຽນຈາກປະຊາຄົມທຸລະກິດ ແລະ ຄວາມສົງ
ໄສວ່າ ມັນຈະຖືກບັງຄັບໃຊ້ຫຼືບໍ່.

ຂໍ້ຮຽກຮ້ອງການຝຶກອົບຮົມພາສາໄດ້ມີຜົນບັງຄັບໃຊ້ໃນວັນທີ 29 ມິຖຸນາທີ່ຜ່ານມາ.
ມັນຈະປະຕິບັດຕາມດຳລັດປີ 2013 ໂດຍກະຊວງແຮງງານຂອງ ອິນໂດເນເຊຍ ທີ່
ພະນັກງານຕ່າງປະເທດ ຕ້ອງສາມາດເວົ້າພາສາ ບາຮາຊາ ອິນໂດເນເຊຍ ໄດ້, ເຊິ່ງ
ມັນບໍ່ຄ່ອຍຖືກບັງຄັບໃຊ້ປານໃດ. ໃນປີ 2014, ປະທານາທິບໍດີ ໂຈໂກ ວິໂດໂດ, ຜູ້
ທີ່ຖືກເລືອກເອົາໃນປີ 2015 ໃນຂົງເຂດຂອງການເຕີບໂຕທາງເສດຖະກິດ ແລະ
ການພັດທະນານັ້ນ, ໄດ້ລົບລ້າງມັນອອກທັງໝົດ. ແຕ່ຫຼັງຈາກນັ້ນ ທ່ານເບິ່ງຄືວ່າໄດ້
ນຳມັນກັບຄືນມາອີກຄັ້ງນຶ່ງໃນປີນີ້ ພ້ອມກັບບັນຍັດປະທານາທິບໍດີທີ່, ບາງເທື່ອເປັນ
ການເຍາະເຢີ້ຍນັ້ນ, ໄດ້ຖືກອອກແບບມາເພື່ອເຮັດໃຫ້ຂະບວນການອອກໃບອະນຸ
ຍາດເຮັດວຽກ ແລະ ວີຊາສຳລັບຄົນຕ່າງປະເທດນັ້ນມີຄວາມລຽບງ່າຍຂຶ້ນຕື່ມ.

ຫຼາຍຄົນໃນປະຊາຄົມທຸລະກິດໄດ້ຕິຕຽນບັນຍັດດັ່ງກ່າວ, ໂດຍໂຕ້ຖຽງວ່າມັນອາດ
ຂັດຂວາງການລົງທຶນຂອງຕ່າງປະເທດ ແລະ ກີດກັ້ນບໍລິສັດຕ່າງໆຈາກການຈ້າງຄົນ
ຕ່າງປະເທດ. ກະຊວງແຮງງານ ແລະ ຫ້ອງການຂອງປະທານາທິບໍດີ ນັບຕັ້ງແຕ່ນັ້ນ
ມາໄດ້ປ່ຽນທ່າທີ ກ່ຽວກັບ ໂອກາດໃນຄວາມບໍ່ແນ່ນອນຂອງຄຳສັ່ງນັ້ນ.

ໂຄສົກປະທານາທິບໍດີ ທ່ານ ໂຈຮານ ບູດີ ໄດ້ກ່າວຕໍ່ອົງການຂ່າວ ວີວາ ຂອງ ອິນໂດ
ເນເຊຍ ໃນສັບປະດານີ້ວ່າ “ມັນບໍ່ແມ່ນຄວາມຈິງທີ່ວ່າ ຂໍ້ກຳນົດປະທານາທິບໍດີແຫ່ງ
ສາທາລະນະລັດອິນໂດເນເຊຍ ຫຼື Perpres ຈະບັງຄັບໃຫ້ພະນັກງານຕ່າງປະເທດ
ຮູ້ພາສາ ບາຮາຊາ ອິນໂດເນເຊຍ ເພື່ອທີ່ຈະສາມາດເຮັດວຽກໃນ ອິນໂດເນເຊຍ ນັ້ນ,
ບໍ່ແມ່ນຄວາມຈິງ.”

ໂຄສົກກະຊວງແຮງງານໄດ້ກ່າວຕໍ່ໜັງສືພິມ Straits Times ວ່າ “ຖ້າພະນັກງານຄົນ
ຕ່າງປະເທດສາມາດເວົ້າພາສາ ອິນໂດເນເຊຍໄດ້, ຂັ້ນຕອນການສົ່ງຕໍ່ທາງເທັກໂນ
ໂລຈີ ກໍຈະດຳເນີນໄປໄດ້ຢ່າງດີທີ່ສຸດຫຼາຍຂຶ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG