ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໕ ຕຸລາ ໒໐໒໔

ການຕັດໄມ້ທຳລາຍປ່າ ຢູ່ໃນອິນໂດເນເຊຍ


ການຖາງແລະຈູດເຜົາປ່າ ເພື່ອເຮັດໄຮ່ ໃນເຂດເມືອງ Minas ແຂວງ Riau ເທິງເກາະສຸມາດຕຣາ ຂອງ ອິນໂດເນເຊຍ
ການຖາງແລະຈູດເຜົາປ່າ ເພື່ອເຮັດໄຮ່ ໃນເຂດເມືອງ Minas ແຂວງ Riau ເທິງເກາະສຸມາດຕຣາ ຂອງ ອິນໂດເນເຊຍ

ການ​ຫ້າມຖາງແລະຈູດເຜົາປ່າເປັນເວລາ 2 ປີຢູ່ອິນໂດເນເຊຍ ຊຶ່ງ​ຄວນຈະ​​ໄດ້ເລີ່​ມຂຶ້ນ​ໃນ​ຕົ້ນປີນີ້ ຍັງ​ຖືກ​ໂຈະ​ໄວ້​ຢູ່. ການ​ຫ້າມ​ທີ່​ວ່າ​ນີ້​ແມ່ນ​ພາກ​ສ່ວນນຶ່ງ​ຂອງຂໍ້ຕົກລົງ​ມູນ​ຄ່າ​ນຶ່ງ​ພັນ​ລ້ານ​ດອລລ່າກັບປະ​ເທດ​ນໍເວ​ເພື່ອ​ຫຼຸດຜ່ອນ​ການ​ປ່ອຍ​ແກັສ​ເຮືອນ​ແກ້ວຫລືແກັສຄາຣ໌ບອນ​ ໄດ​ອອັກ​ໄຊ​ທີ່​ພວກ​ນັກວິທະຍາສາດ​ບາງ​ຄົນ​ເວົ້າວ່າ​ເປັນສາ​ເຫດ​ຕົ້ນຕໍ​ທີ່​ພາ​ໃຫ້​ອາກາດ​ຂອງ​ໂລກ​ຮ້ອນ​ເອົ້າຂຶ້ນຫຼືສະພາ​ວະ​ໂລກ​ຮ້ອນ​ນັ້ນ. ນາຍ Brian Padden ຜູ້ສື່ຂ່າວ​ຂອງ VOA ລາຍ​ງານ​ມາ​ຈາກ​ ນະຄອນຫລວງຈາ​ກາ​ຕ້າ​ວ່າ ຄວາມ​ວິຕົກ​ກັງວົນກ່ຽວ​ກັບ​ຜົນກະທົບທາງ ​ດ້ານ​ເສດຖະກິດ ແມ່ນ​ມີ​ສ່ວນ​ໃນ​ການ​ເຮັດ​ໃຫ້ການຈັດຕັ້ງປະຕິບັດຂໍ້​ຫ້າມດັ່ງກ່າວມີ​ການ​ຊັກ​ຊ້າ

ອິນ​ໂດ​ເນ​ເຊຍ ​ເປັນ​ປະ​ເທດທີ່​ປ່ອຍ​ແກັສ​ເຮືອນ​ແກ້ວຫຼາຍ
ເປັນ​ອັນ​ດັບ 3 ຂອງ​ໂລກ. ການ​ຈູດ​ເຜົາແລະຕັດ​ໄມ້ທຳ
ລາຍ​ປ່າ​ ສ່ວນ​ໃຫຍ່​ແລ້ວ​ແມ່ນເພື່ອ​ເຮັດ​ໄຮ່​ປູກ​ຕົ້ນປາລມ໌​
ແລະ​ຂຸດ​ບໍ່​ແຮ່ ຊຶ່ງ​ໃນ​ປັດຈຸບັນ​ນີ້ ​ເກີດ​ຂຶ້ນໃນ​ອັດຕາ 100
ລ້ານເຮັກຕາ​ຕໍ່​ປີນັ້ນ ແມ່ນ​ປະກອບ​ເປັນ 50% ຂອງການ​
ປ່ອຍ​ແກັສ​ເຮືອນ​ແກ້ວ​ຂອງ​ອິນ​ໂດ​ເນ​ເຊຍ.

ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ ທ່ານ Susilo Bambang
Yudhoyono ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ວ່າ ອິນ​ໂດ​ເນ​ເຊຍ​ຈະ​
ຫຼຸດການ​ປ່ອຍ​ແກັສຄາຣ໌ບອນ​ໄດ​ອອັກ​ໄຊ ​ລົງ​ໃຫ້​ໄດ້ 26%
ພາຍໃນປີ 2020. ການໃຫ້ຢຸດ​ເຊົາ​ເປັນ​ເວລາ 2 ປີ​ໃນ​ການ
ພັດທະນາ​ພື້ນ​ທີ່​ໆເປັນເຂດ​ປ່າ​ໄມ້​ໃໝ່ຊຶ່ງ​ຄວນຈະ​ເລີ້ມຂຶ້ນ
ໃນ​ເດືອນ​ມັງກອນ​ປີນີ້ ແມ່ນ​ພາກສ່ວນ​ທີ່​ສຳຄັນ​ຂອງ​ຂໍ້​ລິ
ເລີ່​ມທາງດ້ານ​ສະແວດ​ລ້ອມ​ຂອງ​ອິນ​ໂດເນ​ເຊຍ ແລະ​ເປັນ
ສ່ວນ​ນຶ່ງ​ ຂອງ​ຂໍ້​ຕົກລົງໃນ​ມູນ​ຄ່າ 1,000 ລ້ານ​ໂດ​ລາ
ກັບປະ​ເທດ​ນໍ​ເວ​ ເພື່ອ​ປົກ​ປັກ​ຮັກສາ​ປ່າໄມ້​ແລະ​ຫຼຸດຜ່ອນ​ການ​ປ່ອຍ​ແກັສ​ເຮືອນແກ້ວລົງ​ນັ້ນ.

ແຕ່​ການ​ຫ້າມ​ດັ່ງ​ກ່າວ​ໄດ້​ມີ​ການ​ຊັກ​ຊ້າ​ແລະໜ່ວຍ​ງານ​ສະ​ເພາະ​ກິດ ທີ່​ຮັບຜິດຊອບ​ກ່ຽວ​ກັບ
ການ​ພັດທະນາ​ຂໍ້​ຫ້າມ​ສະບັບ​ນີ້ກຳລັງ​ດີ້ນຮົນ​ຂົນຂວາຍ​ເພື່ອ​ຊອກ​ຫາ​ຊ່ອງ​ທາງທີ່​ຈະ​ປົກ​ປັກ
ຮັກສາ​ສະພາບ​ແວດ​ລ້ອມ​ໂດຍປາດສະ​ຈາກ​ການ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ເສດ​ຖະກິດ.

ນາງ Nur Masripatin ຜູ້ອຳນວຍການ​ສູນ​ກາງກຳນົດ​ມາດຕະຖານ​ແລະ​ສິ່ງ​ແວດ​ລ້ອມຂອງ
ກະຊວງ​ປ່າ​ໄມ້​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ ມັນ​ເປັນ​ເລື່ອງ​ທີ່ເປັນ​ໄປບໍ່​ໄດ້​ທາງ​ດ້ານ​ເສດຖະກິດ​ທີ່​ຈະ
ຄາ​ດຫວັງໃຫ້​ອິນ​ໂດ​ເນເຊຍ​ຢຸດ​ເຊົາ​ການ​ພັດທະນາ​ ຢູ່​ໃນ​ເຂດ​ຊົນນະ​ບົດ​ ທີ່ສອກຫຼີກຫ່າງ​ໄກ
ທັງ​ໝົດ.

// ສຽງ //

ນາງ Nur Masripatin ເວົ້າວ່າ "ຖ້າ​ປະ​ເທດ​ຂອງ​ທ່ານຫາກ​ມີ​ດິນ​ດອນ​ທີ່​ປົກ​ຄຸມ​ໄປ​
ດ້ວຍປ່າ​ໄມ້​ຢູ່ 70% ​ແລະ​ຈຳນວນ​ປະຊາກອນ​ເພີ່ມ​ຂຶ້ນນັບ​ມື້ມັນ​ຈະເປັນ​ສິ່ງ​ທີ່​ຖືກ
ຕ້ອງ​ຕາມ​ສະພາ​ບ​ໂຕ​ຈິງ​ຫລື​ບໍ່ທີ່​ທ່ານ​ຈະ​ຄາດ​ຫວັງ​ວ່າໃນ​ອະນາຄົດຄື​ໃນ​ໄລຍະ
30 ປີ​ຂ້າງ​ໜ້າ ປ່າ​ໄມ້ຂອງ​ທ່ານຈະ​ຍັງ​ເຫຼືອຢູ່ 70% ຄື​ເກົ່າ?"

ໜ່ວຍ​ງານ​ສະ​ເພາະ​ກິດ​ກຳລັງ​ດຳ​ເນີນ​ວຽກ​ການ​ໃນ​ຈໍາກັດຄວາມ​ໝາຍຫລື​ຄໍາ​ນິຍາມ ​ທີ່​ນາງ
ເວົ້າວ່າ​ ຈະ​ຊ່ອຍ​ກຳນົດ​ວ່າ​ຂົງ​ເຂດ​ໃດ​ ຈະ​ໄດ້​ຮັບ​ຄວາມ​ກະທົບ​ກະ​ເທືອ​ນຈາກ​ການ​ຫ້າມດັ່ງ
ກ່າວ​ນີ້.

ນັກ​ປຸກລະດົມ​ຂອງ​ກຸ່ມປົກ​ປ້ອງ​ສະພາບ​ແວດ​ລ້ອມ Green Peace ນາຍ Yuyun Idradi
ມີ​ຄວາມ​ສົງ​ໄສ​ບໍ່​ແນ່​ໃຈ​ວ່າ ​ເວ​ລາ​ມີ​ການ​ປະກາດ​ໃຊ້​ກັນ​ຢ່າງ​ຈິງ​ຈັງ​ແລ້ວນັ້ນ ການ​ຫ້າມ​ທີ່​ວ່າ​ນີ້
ຈະ​ມີ​ຜົນ​ໃດໆ​ຕໍ່​ສະພາບ​ແວດ​ລ້ອມ. ລາວເວົ້າ​ວ່າ ການ​ຫ້າມ​ດັ່ງກ່າວ ຈະ​ມີ​ຜົນ​ບັງຄັບ ​ແຕ່​ຕໍ່​
ການ​ຂໍອະນຸຍາດ​ບຸກ​ເບີກດິນ​ໃໝ່ທໍ່​ນັ້ນບໍ່​ໄດ້​ກວມ​ເອົາ​ດິນ​ເກົ່າ​ແລະ​ພື້ນທີ່​ດັ່ງກ່າວ​ສ່ວນ​ໃຫຍ່
ກໍ​ແມ່ນ​ໄດ້​ຖືກ​ກຳນົດ​ໃຫ້​ເປັນ​ເຂ​ດ​ປ່າ​ສະຫງວນ​ຢູ່​ແລ້ວ. ລາວ​ກ່າວ​ຕື່ມວ່າ​ຂັ້ນຕອນທັງ​ໝົດນີ້​
ໄດ້ມີ​ການ​ຊັກ​ຊ້າ​ກໍ​ຍ້ອນ​ການ​ວິ່ງ​ເຕັ້ນຊັກ​ຊວນ​ຂອງ​ບໍລິສັດ.

// ສຽງ //

ນາຍ Yuyun ​ເວົ້າວ່າ "ການ​ເຈ​ລະ​ຈາ​ຫາລືແມ່ນ​ໄດ້​ມີ​ຂຶ້ນ​ແບບ​ປິດ​ລັບ​ແລະ​ບໍ່​ມີ​ຂໍ້​ມູນ​
ໃດໆເລີຍ​ ຈົນມາຮອດ​ປັດຈຸບັນ​ນີ້ ​ແລະ​ພວກ​ເຮົາ​ກໍ​ບໍ່​ຮູ້​ວ່າ ຮ່າງ​ຂໍ້​ຫ້າມ​ສະບັບ​ໃໝ່​
ເປັນ​ແບບ​ໃດ ​ແລະ​ເວລາ​ໃດ​ຈຶ່ງ​ຈະ​ມີ​ການ​ລົງ​ນາມກັນ."

ທ່ານ Robert Daniel ຈາກ​ພະ​ແນ​ກຮັບຜິດຊອບ​ ກ່ຽວ​ກັບການ​ປ່ຽນແປງຂອງດິນ​ຟ້​າອາ
ກາດປະຈຳ​ສະຖານທູດ​ອັງກິດ ​ທີ່ນະຄອນຫລວງຈາ​ກາ​ຕ້າ​ກ່າວ​ວ່າ ​ເວລາມີ​ການປະກາດ​ໃຊ້​
ແລ້ວນັ້ນ​ ຂໍ້​ຫ້າມສະບັບນີ້​ໃນ​ໄລຍະ​ສັ້ນ ​ແມ່ນຈະ​ບໍ່ຫຼຸດຜ່ອນການ​ປ່ອຍ​ແກັສ​ເຮືອນແກ້ວ​ລົງ
ຢ່າງ​ຫຼວງຫຼາຍ​ແຕ່​ປະການ​ໃດ.

// ສຽງ //

ທ່ານ Daniel ກ່າວ​ວ່າ "ສິ່ງ​ທີ່​ພວກ​ເຮົາ​ກໍາລັງ​ເວົ້າ​ກັນ​ຢູ່​ນີ້ ແມ່ນ​ກ່ຽວ​ກັບການ​ປ່ຽນ
ແປງ​ຂອງ​ອາກາດ​. ຈະ​ມີ​ປ່າ​ໄມ້​ແຕ່​ພຽງ​ໜ້ອຍ​ດຽວ​ເທົ່າ​ນັ້ນທີ່ຈະ​ໄດ້​ຮັບ​ການ​ປົກ
ປັກ​ຮັກສາ​ ອັນ​ເປັນ​ຜົນ​ເນື່ອງ​ມາຈາກ​ຂໍ້​ຫ້າມ​ສະບັບ​ນີ້. ​ແຕ່​ນັ້ນ ບໍ່​ແມ່ນ​ຈຸດຂອງ​
ເລື້ອງ​ນີ້. ດັ່ງ​ທີ່​ພວກ​ເຮົາໄດ້ເວົ້າມາ​ກ່ອນ​ແລ້ວມັນແມ່ນ​ຂັ້ນຕອນ. ມັນ​ເປັນ​ບາດ
ກ້າວ​ໃນ​ເສັ້ນທາງ​ໄປ​ສູ່​ການຫຼຸດຜ່ອນການ​ຕັດ​ໄມ້​ທຳລາຍ​ປ່າ​."


ທ່ານ​ເວົ້າຕໍ່​ໄປ​ວ່າ ຂັ້ນຕອນ​ທີ່​ວ່າ​ນີ້​ ແມ່ນ​ພົວພັນ​ກັບ​ການ​ນຳ​ເອົາ​ທຸລະ​ກິດ​ເຂົ້າມາ​ລົງທຶນໃນ
ຜົນປະ​ໂຫຍ​ດທາງ​ດ້ານ​ເສດຖະກິດ ຂອງ​ການ​ປະຕິບັດວິທີການ​ພັດທະນາ​ແບບ ທີ່​ຍືນ​ຍົງ.
ທ່ານ Daniel ​ກ່າວວ່າ ການ​ປູກ​ຕົ້ນ​ໄມ້ຄືນ​ຢູ່​ໃນ​ບໍ​ລິ​ເວນ​ທີ່​ມີ​ການ​ຕັດ​ໄມ້ ການ​ເພີ່ມ​ຜະ​ລິດ​
ຜົນ​ຢູ່​ໃນສວນ​ປາມ​ລ໌​ເຮັດນໍ້າມັນທີ່​ມີ​ຢູ່​ແລ້ວເພື່ອ​ສະໜອງ​ຕອບ​ຄວາມ​ຕ້ອງການ​ທີ່ມີ​ເພີ່ມ​ຂຶ້ນ ​
ແລະ​ການ​ພັດທະນາພະລັງງານຈາກ​ຄວາມ​ຮ້ອນ​ຂອງ​ໂລກ ຈະ​ນຳ​ມາທັງ​ຜົນ​ປະ​ໂຫຍດທາງ​
ດ້ານ​ເສ​ດຖະກິດ​ແລະຫຼຸດຜ່ອນ​ການ​ປ່ອຍ​ແກັສ​ເຮືອນ​ແກ້ວ​ໄປ​ພ້ອມໃນ​ໄລຍະ​ຍາວ.

ນາງ Nur Masripatin ຈາກ​ກະຊວງ​ປ່າ​ໄມ້​ຂອງ​ອິນ​ໂດ​ເນ​ເຊຍ ກໍມອງເຫັນ​ຂໍ້​ຫ້າມ​ດັ່ງກ່າວ
ນີ້​ ວ່າເປັນ​ພາກ​ສ່ວນນຶ່ງ​ຂອງຂັ້ນຕອນ​ໄລຍະ​ຍາວ ​ໃນ​ການ​ຄຸ້ມ​ຄອງຊັບພະຍາກອນ​ທຳ​ມະ
ຊາດ​ຂອງ​ອິນ​ໂດ​ເນ​ເຊຍຄື​ກັນ.

// ສຽງ //

ນາງ Nur Masripatin ​ເວົ້າວ່າ "ພວກ​ເຮົາ​ບໍ່​ຄວນຈະມອງ​ຫາ​ ຜົນ​ຮັບສະ​ເພະ​ໜ້າ
ຈາກ​ຂໍ້​ຫ້າມ​ຕັດ​ໄມ້​ຊົ່ວຄາວທີ່​ວ່າ​ນີ້. ມັນເປັນ​ການສຳຄັນ​ຫຼາຍສຳລັບ​ພວກ​ເຮົາ ​
ທີ່​ຈະ​ຕ້ອງໃຫ້​ເວລາ​ແກ່​ພວກ​ເຮົາ​ເອງ ​ໃນ​ການ​ທົບທວນ​ເບິ່ງ​ວ່າ ພວກ​ເຮົາ​ໄດ້​
ຄຸ້ມ​ຄອງ​ຊັບພະຍາກອນ​ປ່າ​ໄມ້​ຂອງພວກ​ເຮົາ​ແບບ​ໃດ​ ໃນ​ອະດີດຜ່ານ​ມາ​ແລະ​
ພວກ​ເຮົາ​ຈຳ​ເປັນ​ຈະ​ຕ້ອງ​ໄດ້ເຮັດ​ຫຍັງ​ຕື່ມ​ໃນ​ອະນາຄົດ​ຂ້າງ​ໜ້າ."

ນາງ Nur Masripatin ກ່າ​ວວ່າ ມັນ​ເປັນ​ການ​ດີ​ກວ່າ ທີ່​ຈະ​ເລື່ອນ​ເວລາ​ໃນ​ການ​ປະກາດ
ໃຊ້​ຂໍ້​ຫ້າມ​ຕັດ​ໄມ້​ຊົ່ວຄາວອອກ​ໄປເພື່ອພັດທະນາ​ແຜນການທີ່​ສາມາດ​ຈັດຕັ້ງປະ​ຕິບັດ​ຢ່າງ
ໄດ້​ຜົນ​ຂຶ້ນ​ມາຢ່າງ​ລະມັດລະວັງ​ແທນ​ທີ່​ຈະ​ມີ​ການ​ປະກາດອອກໄປຢ່າງ​ຟ້າວ​ຟັ່ງ​ກວມ​ລວມ
ຊຶ່ງອາດ​ຈະສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ເສດຖະກິດ​ ແລະ​ຖືກ​ຕ່າວ​ປີ້ນ​ຢູ່ໃນສານ.

XS
SM
MD
LG