ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ຢູ່ໃນ​ອິນ​ໂດ​ເນຍ​ເຊຍ ຄາດ​ວ່າ​ຈະ​ເພີ້ມ​ຂຶ້ນ​ກາຍ​ 800 ຄົນ


ປະ​ທາ​ນາ​ທິບ​ໍ​ດີ ອິນ​ໂດ​ເນ​ເຊຍ ທ່ານ ໂຈ​ໂກ (ໂຈ​ໂກວີ) ໄປເຖິງ​ເມືອງ​ປາ​ລູ ພາ​ກ​ກາງ​ຂອງ​ເກາະ​ຊູ​ລາ​ເວຊີ ວັນ​ທີ 30 ກັນ​ຍາ 2018.
ປະ​ທາ​ນາ​ທິບ​ໍ​ດີ ອິນ​ໂດ​ເນ​ເຊຍ ທ່ານ ໂຈ​ໂກ (ໂຈ​ໂກວີ) ໄປເຖິງ​ເມືອງ​ປາ​ລູ ພາ​ກ​ກາງ​ຂອງ​ເກາະ​ຊູ​ລາ​ເວຊີ ວັນ​ທີ 30 ກັນ​ຍາ 2018.

ປ​ະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ທ່ານ​ໂຈ​ໂກວີ ວີ​ໂດ​ໂດ ໄດ້​ອະ​ນຸ​ຍາດ​ໃຫ້​ຮັບ​ເອົາ​ການ​
ຊ່ວຍ​ເຫຼືອ​ຈາກ​ສາ​ກົນ ທີ່​ພົວ​ພັນ​ກັບ​ແຜ່ນ​ດິນ​ໄຫວ ແລະ​ຄຶ້ນຊູ​ນາ​ມິ ທີ່​ໄດ້​ທຳ​ລາຍ​ພາກ
​ກາງ​ຂອງ​ເກາະ​ຊູ​ລ​າ​ເວ​ຊີ.

ປະ​ທານ​ຄະ​ນະ​ກຳ​ມະ​ການ ປະ​ສານ​ງານການ​ລົງ​ທຶນ​ອິນ​ໂດ​ເນ​ເຊຍ ທ່ານ​ໂທ​ມັ​ສ ແລມ
ບອງ ໄດ້​ປະ​ກາດ​ຢູ່​ໃນ​ການ​ສົ່ງ​ຂໍ້​ຄວາມ​ທາງ​ທວີດ​ເຕີ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ມື້​ນີ້.

ໄດ້ມີການ​ຢັ້ງ​ຢືນ​ວ່າ ໄດ້​ມີ 832 ຄົນເສຍ​ຊີ​ວິດ​ ໃນ​ຕອນ​ແລງວັນ​ອາ​ທິດວານນີ້ ຢູ່​ໃນ​ເກາະ​
ຊູ​ລາ​ເວ​ຊີ ທີ່​ຮັບການ​ເສຍ​ຫາຍ​ໜັກ​ທີ່​ສຸດນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ ເຂົາ​ເຈົ້າ​ຢ້ານ​ວ່າ ຈຳ​ນວນ​ການ​ເສຍ​ຊີ​ວິດ​ຈາກ
​ແຜ່ນ​ດິນ​ໄຫວ​ໃນ​ວັນ​ສຸກ ແລະ​ຄຶ້ນ​ຊູ​ນາ​ມິ ອ​າດ​ເພີ້ມ​ເຂົ້າ​ສູ່​ຫຼາ​ຍ​ພັນ​ຄົນ ເວ​ລາ​ພວກ​ກູ້​ໄພ
​ສາ​ມາ​ດ​ເຂົ້າ​ໄປ​ເຖິງເຂດທີ່ສອກ​ຫລີກ.

Indonesia's Death Toll Expected to Be In Thousands
please wait

No media source currently available

0:00 0:01:56 0:00

ເດີ່ນ​ເຮືອ​ບິນ​ເກືອບ​ປະ​ຕິ​ບັດ​ງານ​ບໍ່​ໄດ້ ໂຮງ​ງານ​ໄຟ​ຟ້າ​ທັງ​ໝົດ​ໄດ້​ຖືກ​ເພ​ພັງ ແລະ​ຖະ​ໜົນ
​ຫົນ​ທາງ​ເພ​ພັງ ແລະ​ບິດ​ບ້ຽວ.

ໃນການສຳ​ຫຼວດ​ເບິ່ງ​ເມືອງ​ປາ​ລູ​ໃນ​ວັນ​ອາ​ທິດ​ວານ​ນີ້ ປະ​ທາ​ນາ​ທິບໍ​ດີ ວີ​ໂດ​ໂດ ກ່າວ​ວ່າ
ສິ່ງ​ນຶ່ງ​ທີ່​ຕ້ອງ​ການ​ຢ່າງ​ກະ​ທັນ​ຫັນ​ກໍ​ຄື​ ​ອຸ​ບ​ປະ​ກອນເຄື່ອງ​ມື​ໜັກ ທີ່​ຕ້ອງ​ການ​ຍົກ​ຍ້າຍ​ຊິ້ນ
​ສ່ວນ​ໃຫຍ່​ອອກ​ຈ​າກ​ສິ່ງ​ທີ່​ຫັກ​ພັງ.

ທິມ​ກູ້​ໄພ​ກຳ​ລັງ​ຊອກ​ຄົ້ນ​ຫາ​ຜູ້​ເຄາະ​ຮ້າຍ.
ທິມ​ກູ້​ໄພ​ກຳ​ລັງ​ຊອກ​ຄົ້ນ​ຫາ​ຜູ້​ເຄາະ​ຮ້າຍ.

ທ່ານ​ໄດ້​ກ່າວ​ຕໍ່​ບັນ​ດາ​ຜູ້​ເຄາະ​ນ​ຮ້າຍ​ວ່າ “ພວກ​ເຮົາ​ບໍ່​ຄາດ​ຝັນ​ວ່າ​ຈະ​ເປັນ​ເຊັ່ນ​ນີ້. ເພາະ​
ສະ​ນັ້ນ​ພວກ​ເຮົາ​ຈຶ່ງຫວັງ ແລະ​ວິ້ງວອນບັນ​ດາ​ປະ​ຊາ​ຄົມທັງຫຼາຍ ​ໃຫ້​ພາ​ກັນ​ອົດ​ທົນ.
ພວກ​ເຮົາ​ຮູ້​ວ່າ​ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ ​ທີ່​ຈະຕ້ອງໄດ້​ເຮັດ​ຢ່າງ​ຮີບ​ດ່ວນ ແຕ່​ສະ​ພາບ​ການ
​ປັດ​ຈຸ​ບັນ​ນີ້​ເປັນ​ໄປ​ບໍ່​ໄດ້.”

ທ່ານ​ໄດ້​ກ່າວ​ຕໍ່​ພ​ວກ​ທະ​ຫານ​ທີ່​ສົ່ງ​ອອກ​ໄປ​ຢູ່​ໃນ​ເຂດ ໃຫ້​ຕຽມ​ພ້ອ​ມ​ປະ​ຕິ​ບັດ​ງານ​ຢ່າງ​
ບໍ່​ຢຸດ​ບໍ່ເຊົາ.

ຮູບ​ພາບ​ຈາກ​ບັນ​ດາ​ໂທ​ລະ​ພາບ​ຈາກ​ເມືອງ​ປາ​ລູ ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ຕຶກ​ຕ່າງໆ
ລົດ​ລາ ແລະ​ຕົ້ນ​ໄມ້​ທີ່​ຫັກ​ພັງກອງ​ຄູນເຂົ້າ​ຫາ​ກັນ​.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG