ບັນດາເຈົ້າໜ້າທີ່ໄດ້ຢືນຢັນໃນວັນພຸດມື້ນີ້ວ່າ ອິນໂດເນເຊຍ
ໄດ້ປະຫານຊີວິດ ນັກໂທດຄ້າຢາເສບຕິດແປດຄົນ ຮວມທັງ
ຊາວຕ່າງປະເທດເຈັດຄົນ ຊຶ່ງໄດ້ພາໃຫ້ມີການປະນາມຢ່າງ
ແຮງຈາກຫລາຍປະເທດ.
ບັນດານັກໂທດເຫຼົ່ານີ້ ໄດ້ຖືກປະຫານຊີວິດ ໂດຍການຍິງ
ເປົ້າ ອີງຕາມອະທິ ໄອຍະກນ ທ່ານ Muhammad Pra-
setyo ທີ່ໄດ້ກ່າວປ້ອງກັນ ການເຄຶ່ອນໄຫວດັ່ງກ່າວວ່າ ມີ
ຄວາມຈຳເປັນ “ເພື່ອປົກປ້ອງປະເທດຊາດຈາກໄພອັນຕະ
ລາຍຂອງຢາເສບຕິດ.”
ທ່ານກ່າວວ່າ “ການປະຫານຊີວິດ ບໍ່ເປັນທີ່ຕື່ນເຕັ້ນ ມັນເປັນວຽກທີ່ບໍ່ມ່ວນຊື່ນ. ແຕ່ເພື່ອ
ທີ່ຈະປົກປ້ອງປະເທດນີ້ຈາກຢາເສບຕິດ ພວກເຮົາກໍຄວນປະຕິບັດການລົງໂທດ. ພວກ
ເຮົາບໍ່ໄດ້ລົງໂທດເພື່ອຕ້ານປະເທດໃດໆ ພວກເຮົາລົງໂທດເພື່ອປາບປາມຄວາມຜິດການ
ຄ້າຢາເສບຕິດ.”
ຊາວໄນຈີເຣຍ ສີ່ຄົນ ອອສເຕຣເຣຍ ສອງຄົນ ບຣາຊິລ ນຶ່ງຄົນ ແລະອິນໂດເນເຊຍ ນຶ່ງຄົນ
ໄດ້ຖືກປະຫານຊີວິດຢູ່ໃນປ່າແຫ່ງນຶ່ງ ຢູ່ທີ່ເກາະດອນຄຸກ Nusakambangan ໃນເຂດ
ພາກກາງ Java ໃນຂະນະທີ່ບັນດາຄອບຄົວແລະຜູ້ສະໜັບສະໜູນນັກໂທດໄດ້ເຕົ້າໂຮມ
ກັນຢູ່ໃກ້ໆນັ້ນດ້ວຍນຳ້ຕາ ໂດຍບໍ່ໄດ້ຫລັບນອນ.
ຜູ້ຍິງຟິລິບປີນຄົນນຶ່ງ ທີ່ຖືກພົບເຫັນວ່າມີຄວາມຜິດໃນການຄ້າຢາເສບຕິດ ກໍມີ ກຳນົດທີ່ຈະຖືກປະຫານຊີວິດພ້ອມກັບຄົນອື່ນໆ ແຕ່ວ່າຊີວິດຂອງນາງໄດ້ຖືກຍົກເວັ້ນເປັນການຊົ່ວ
ຄາວ ໃນນາທີສຸດທ້າຍ. ນາງຈະມີໂອກາດອີກເທຶ່ອນຶ່ງເພື່ອສະເໜີຫລັກຖານຕໍ່ໄປ ຫລັງ
ຈາກຜູ້ຍິງອີກຄົນນຶ່ງ ທີ່ຖືກກ່າວຫາວ່າພົວພັນ ໃນການ ວາງແຜນ ໄດ້ມອບໂຕໃຫ້ຕໍ່ຕຳ
ຫລວດຟິລິບປີນ.
ອອສເຕຣເລຍ ຊຶ່ງໄດ້ທຳການກົດດັນຢ່າງຮີບດ່ວນຕໍ່ ລັດຖະບານອິນໂດເນເຊຍ ເພື່ອ
ຍົກເລີກການປະຫານຊີວິດ ໄດ້ຖອນເອກອັກຄະລັດຖະທູດຂອງຕົນ ຈາກ ນະຄອນ
Jakarta ເພື່ອເປັນການຕອບໂຕ້ ຕໍ່ການປະຫານຊີວິດຄັ້ງນີ້. ນາຍົກ ລັດຖະມົນຕີ
Tony Abbott ໄດ້ປະນາມການປະຫານຊີວິດວ່າ “ໂຫດຮ້າຍ ແລະບໍ່ມີຄວາມຈຳເປັນ.”
ປະທານາທິບໍດີ ບຣາຊິລ ທ່ານນາງ Dilma Rousseff ໄດ້ສະແດງຄວາມເສົ້າເສຍໃຈ
ຢ່າງເລິກເຊິ້ງ ແລະກ່າວເຖິງການເຄື່ອນໄຫວດັ່ງກ່າວນີ້ວ່າ “ເປັນເຫດ ການອັນຮ້າຍແຮງ”
ຕໍ່ຄວາມສຳພັນຂອງສອງປະເທດ. ກະຊວງຕ່າງປະເທດ ບຣາຊິລກ່າວວ່າ ຕົນກຳລັງຊັ່ງຊາ
ເບິ່ງຄວາມສຳພັນກັບ ອິນໂດເນເຊຍ ກ່ອນທີ່ ຈະຕັດສິນໃຈວ່າ ຈະເອົາບາດກ້າວຢ່າງໃດ.