ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ອິນໂດເນເຊຍ ປ່ອນບັດ ຄືນໃໝ່ ແບບຈຳກັດ ຫຼັງຈາກ ມີການກ່າວຫາ ສໍ້ໂກງຄະແນນ


ບັດທີ່ປ່ອນເອົາຜູ້ສະໝັກປະທານາະທິບໍດີ ທ່ານ Prabowo Subianto ແລະທ່ານ Joko Widodo ໄດ້ມີການນັບ ໂດຍຄະນະກຳມາທິການເລືອກຕັ້ງ ທີ່ນະຄອນຈາກາຕ້າ (16 ກໍລະກົດ 2014)
ບັດທີ່ປ່ອນເອົາຜູ້ສະໝັກປະທານາະທິບໍດີ ທ່ານ Prabowo Subianto ແລະທ່ານ Joko Widodo ໄດ້ມີການນັບ ໂດຍຄະນະກຳມາທິການເລືອກຕັ້ງ ທີ່ນະຄອນຈາກາຕ້າ (16 ກໍລະກົດ 2014)

ຫລັງຈາກການກ່າວຫາວ່າ ມີການສໍ້ໂກງຄະແນນສຽງ ຢູ່ທີ່ໜ່ວຍ
ປ່ອນບັດຈຳນວນນຶ່ງໃນອິນໂດເນເຊຍ ພວກເຈົ້າໜ້າທີ່ພວມຈັດ
ໃຫ້ມີການປ່ອນບັດຄືນໃໝ່ ແລະເລີ້ມທຳການສືບສວນແລ້ວ.

ປະຊາຊົນຈຳນວນຫຼາຍໆຮ້ອຍຄົນ ໄດ້ພາກັນໄປປ່ອນບັດຄືນອີກ
ທີ່ເມືອງ Sukoharjo ໃກ້ເມືອງ Solo ໃນວັນພະຫັດວານນີ້. ທ່ານ
Muladi ຜູ້ກຳກັບ ນຳການເລືອກຕັ້ງປະຈຳເຂດ ກ່າວວ່າ ຄະນະ ຂອງທ່ານໄດ້ພົບເຫັນຫລັກຖານກ່ຽວກັບການສໍ້ໂກງຄະແນນສຽງ ຢູ່ທີ່ໜ່ວຍປ່ອນບັດດັ່ງກ່າວ ຈາກວີດີໂອທີ່ນຳອອກເຜີຍແຜ່ທາງຢູ
ທູບ.

ທ່ານ Muladi ເວົ້າວ່າ “ຊະນິດຂອງການຈີກແມ່ນຄືກັນໝົດມັນມີລັກສະສະແບບດຽວກັນ ທີ່ຈິງແລ້ວໃນວັນອັງຄານຜ່ານມານີ້ ພວກເຮົາໄດ້ຮັບຫລັກຖານທີ່ເປັນວີດີໂອຢ່າງຖືກຕ້ອງ ສົມບູນ ກ່ຽວກັບການສໍ້ໂກງຄະແນນສຽງ ຫລັງຈາກພວກເຮົາກວດສອບເບິ່ງ ໃສ່ກັບບັດທີ່ ປ່ອນແທ້ໆແລ້ວ ແລະພວກເຮົາພົບເຫັນວ່າ ການສໍ້ໂກງຄະແນນ ແມ່ນມີຂຶ້ນແທ້ ຖ້າຮອຍ ຈີກຫາກບໍ່ຄືກັນ ພວກເຮົາກໍຈະ ບໍ່ສືບຕໍ່ກໍລະນີດັ່ງກ່າວນີ້.”

ປະທານ ຄະນະກຳມາທິການເລືອກຕັ້ງ ໃນເຂດພາກກາງ ຂອງເກາະ Java ທ່ານ Joko Purnomo ກ່າວວ່າ ຫ້ອງການຂອງທ່ານໄດ້ໄລ່ພວກເຈົ້າໜ້ທີ່ໆຮັບຜິດຊອບກ່ຽວກັບການ ປ່ອນບັດຕ່າງໆທີ່ມີບັນຫານັ້ນອອກແລ້ວ.

ທ່ານ Abhan Misbah ຫົວໜ້າກຳກັບ ນຳການເລືອກຕັ້ງ ໃນເຂດພາກກາງ ຂອງເກາະ
Java ກ່າວຕໍ່ວີໂອເອວ່າ ພວກທີ່ກະທຳຜິດ ກ່ຽວກັບການສໍ້ໂກງຄະແນນສຽງຈະປະເຊີນ ກັບການຟ້ອງຮ້ອງ ໃນຂໍ້ຫາອາຍາ ທີ່ອາດຈະມີໂທດແຕ່ 6 ເດືອນ ຫາ 1 ປີເຄິ່ງ.

ທ່ານ Prabowo Subianto ແລະທ່ານ Joko Widodo ຊຶ່ງຮູ້ກັນຢ່າງກວ້າງຂວາງໃນອີກ ຊື່ນຶ່ງວ່າ Jokowi ນັ້ນ ຕ່າງກໍອ້າງວ່າ ຕົນເປັນຜູ້ໄດ້ຮັບໄຊຊະນະ ໃນການປ່ອນບັດເລືອກ ຕັ້ງປະທານາທິບໍດີ ເມື່ອວັນທີ 9 ກໍລະກົດຜ່ານມາ. ຜົນການປ່ອນບັດຮອບສອງຢ່າງເປັນ ທາງການຄາດວ່າ ຈະເປັນທີ່ຮູ້ກັນໃນຕົ້ນອາທິດໜ້າ.

XS
SM
MD
LG