ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທແລະກຳປູເຈຍຕົກລົງ ຈະເປີດການເຈລະຈາກັນ


ລັດຖະມົນຕີການຕ່າງປະເທດອິນໂດເນເຊຍທ່ານ Marty Natalegawa (ກາງ) ລັດຖະມົນຕີການຕ່າງປະເທດ ກຳປູເຈຍ ທ່ານ Hor Namhong (ຊ້າຍ) ແລະລັດຖະມົນຕີການຕ່າງປະເທດໄທ ທ່ານກະສິດ ພິຣົມ (ຂວາ) ຖະແຫຼງຂ່າວຮ່ວມກັນ ລຸນຫລັງການພົບປະ ທີ່ນະຄອນຫຼວງຈາກາຕ້າ (22 ກຸມພາ 2011)
ລັດຖະມົນຕີການຕ່າງປະເທດອິນໂດເນເຊຍທ່ານ Marty Natalegawa (ກາງ) ລັດຖະມົນຕີການຕ່າງປະເທດ ກຳປູເຈຍ ທ່ານ Hor Namhong (ຊ້າຍ) ແລະລັດຖະມົນຕີການຕ່າງປະເທດໄທ ທ່ານກະສິດ ພິຣົມ (ຂວາ) ຖະແຫຼງຂ່າວຮ່ວມກັນ ລຸນຫລັງການພົບປະ ທີ່ນະຄອນຫຼວງຈາກາຕ້າ (22 ກຸມພາ 2011)

ກຳປູເຈຍແລະໄທໄດ້ຕົກລົງ ທີ່ຈະເປີດການເຈລະຈາຢູ່ອິນ
ໂດເນເຊຍໃນເດືອນນີ້ ໂດຍແນໃສ່ຫາທາງຫຼຸດຜ່ອນຄວາມ
ເຄັ່ງຕຶງຢູ່ຕາມບໍລິເວນຊາຍແດນທີ່ໄດ້ເພີ່ມທະວີຄວາມຮ້າຍ
ແຮງຂຶ້ນຍ້ອນການຍິງປືນໃຫຍ່ໂຈມຕີກັນຢ່າງຮ້າຍແຮງໃກ້
ບໍລິເວນວັດຂະເໝນບູຮານ ທີ່ເຂົາພະວິຫານຊຶ່ງສ້າງໃນສັດ
ຕະວັດທີ 11 ນັ້ນ.

ການເຈລະຈາເປັນເວລາ 2 ມື້ທີ່ໄດ້ຮັບການສະໜັບສະໜຸນ
ໂດຍສະມາຄົມບັນດາປະຊາຊາຊາດໃນເຂດເອເຊຍຕາເວັນ
ອອກສຽງໃຕ້ຫຼືອາຊ່ຽນນັ້ນມີກຳນົດຈະເລີ້ມຂຶ້ນໃນວັນທີ 24
ມີນານີ້ ທີ່ເມືອງ Bogor ປະເທດອິນໂດເນເຊຍ.

ບັນຫາຂັດແຍ້ງກ່ຽວກັບດິນທີ່ຢູ່ຕິດກັບວັດເຂົາພະວິຫານນັ້ນ
ໄດ້ພາໃຫ້ມີການຍິງປືນໃຫຍ່ໂຈມຕີກັນເປັນເວລາ 4 ມື້ໃນ
ເດືອນແລ້ວ ທີ່ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 10 ຄົນ
ແລະໄດ້ຮັບບາດເຈັບອີກຫຼາຍສິບຄົນ.

ທັງໄທແລະກຳປູເຈຍຕ່າງກໍກ່າວຫາອີກຝ່າຍນຶ່ງວ່າ ເປັນຜູ້ເລີ່ມຍິງກ່ອນແລະນັບແຕ່ນັ້ນມາ
ກໍໄດ້ຕົກລົງໃຫ້ມີການຈັດສົ່ງຄະນະສັງເກດການທະຫານຂອງອິນໂດເນເຊຍ 30 ຄົນໄປຍັງ
ບໍລິເວນຊາຍແດນທີ່ມີການຂັດແຍ້ງ.

ສານໂລກໄດ້ຕັດສິນໃນປີ 1962 ມອບວັດດັ່ງກ່າວໃຫ້ກຳປູເຈຍແຕ່ປະເທດທັງສອງຍັງບໍ່ສາ
ມາດຕົກລົງກັນໄດ້ກ່ຽວກັບກຳມະສິດຂອງດິນຕອນນ້ອຍໆໃນບໍລິເວນອ້ອມແອ້ມວັດດັ່ງກ່າວ.

ຄວາມເຄັ່ງຕຶງລະຫວ່າງໄທ ແລະກຳປູເຈຍ ໄດ້ລະເບີດຂຶ້ນ ໃນປີ 2008 ຫຼັງຈາກອົງການ
UNESCO ໄດ້ຈັດເອົາວັດເຂົາພະວິຫານ ເຂົ້າໄວ້ໃນບັນຊີສະຖານທີ່ມໍລະດົກໂລກ.

XS
SM
MD
LG