ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຫດການ ຮຸນແຮງ ລະຫວ່າງ ຊາວພຸດ ແລະມຸສລິມ ມຽນມາ ຢູ່ ອິນໂດເນເຊຍ


ເກີດ​ຜິດ​ຖຽງ​ກັນ​ຢ່າງ​ຮຸນ​ແຮງຫວ່າງຊາວ​ພຸດ ແລະ​ຊາວ​ມຸສລິ​ມ ຢູ່​ທີ່​ສູນ​ກັກ​ຂັງ ​ອິນ​ໂດ​ເນ​ເຊຍ ​ເຮັ​ດ​ໃຫ້ 8 ຄົນ​ເສຍ​ຊີວິດ.
ເກີດ​ຜິດ​ຖຽງ​ກັນ​ຢ່າງ​ຮຸນ​ແຮງຫວ່າງຊາວ​ພຸດ ແລະ​ຊາວ​ມຸສລິ​ມ ຢູ່​ທີ່​ສູນ​ກັກ​ຂັງ ​ອິນ​ໂດ​ເນ​ເຊຍ ​ເຮັ​ດ​ໃຫ້ 8 ຄົນ​ເສຍ​ຊີວິດ.
ບັນດາ​ເຈົ້າ​ໜ້າ​ທີ່ ​ກ່າວ​ວ່າ ​ໄດ້​ເກີດ​ການ​ຜິດ​ຖຽງ​ກັນ​ຢ່າງ​ຮຸນ​ແຮງ
ຂຶ້ນລ​ະ ຫວ່າງຊາວ​ພຸດ ແລະ​ຊາວ​ມຸສລິ​ມ ຢູ່​ທີ່​ສູນ​ກັກ​ຂັງ ​ພວກ​
ຂໍ​ລີ້​ໄພແຫ່ງ​ນຶ່ງ​ຂອງອິນ​ໂດ​ເນ​ເຊຍ ​ເຮັ​ດ​ໃຫ້ 8 ຄົນ​ເສຍ​ຊີວິດ.

ຕໍາຫລວດ​ກ່າວ​ວ່າ ການຕົບຕີ​ກັນ​ໄດ້​ເກີດຂື້ນ​ໃນ​ຕອນ​ເຊົ້າຂອງ
ວັນ​ສຸກ​ມື້ ນີ້ ທີ່​ສູນກັກ​ຂັງຢູ່​ແຂວງ Sumatra ​ເໜືອ ບ່ອນ​ທີ່​ຊາວ
​ມຸສລິ​ມ Rohingya ພາກັນ​ລົບ​ໜີ​ຄວາມ​ຮຸນ​ແຮງ​ໃນ​ມຽນມາ ​ແລະ​
ພວກຫາ​ປາ ຜິດ​ກົດໝາຍທີ່ຖືສາສະໜາ​ພຸດຈາກ​ມຽນມາ ​ໄດ້
​ຖືກ​ກັກ​ຂັງ​ໄວ້​ຮ່ວມ​ກັນ.

ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢືນຢັນ​ເທື່ອ​ວ່າ ມີຜູ້​ທີ່​ເສຍ​ຊີວິດ​ຈັກ​ຄົນ​ເປັນ​ຊາວ​ພຸດ ​ແລະ​ມີຈັກ​ຄົນ​ເປັນ​ຊາວ​ມຸສລິ​ມ.

​ຄວາມ​ຮຸນ​ແຮງດ້ານ​ສາສະໜາ ລະຫວ່າງຊາວ​ພຸດ​ແລະ​ຊາວມຸສລິ​ມ​ໃນ ມຽນມາ​ໄດ້​ເກີດ​ຂຶ້ນອີກ ຫລັງ​ຈາກໄດ້​ມີ​ການ​ປະ​ທະ​ກັນ​ໃນ​ເດືອນ​ແລ້ວ​ນີ້​ຢູ່​ທີ່​ເມືອງ Meikhtila ​ໃນ​ເຂດ​ພາກ​ກາງຂອງ​ປະ​ເທດ. ຕໍ່​ມາຄວາມ​ຮຸນ​ແຮງ​ໄດ້ແຜ່​ລາມ​ອອກ​ໄປ​ຫາ​ໂຕ​ເມືອງ​ຕ່າງໆ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ ໜ້ອຍ 43 ຄົນ.

ປີ​ກາຍ​ນີ້ ຄວາມ​ຮຸນ​ແຮງ​ລະຫວ່າງ ຊາວ​ພຸດ ​ແລະ​ຊາວ​ມຸສລິ​ມ Rohingya ທີ່​ເປັນ​ຊົນ​ກຸ່ມນ້ອຍ ​ໄດ້​ເຮັດ​ໃຫ້​ເກື​ອບ 200 ຄົນ​ເສຍ​ຊີວິດ ​ແລະ​ອີກຫລາຍ​ຮ້ອຍ​ພັນຄົນ ບໍ່​ມີ​ທີ່ຢູ່​ອາໄສ ທີ່​ລັດ Rakhine​ ​ໃນ​ພາກ ຕາ​ເວັນ​ຕົກ​ຂອງ​ມຽນມາ. ​
XS
SM
MD
LG