ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂົວພັງທີ່ອິນໂດເນເຊຍ ເຮັດໃຫ້ເສຍຊີວິດ 11 ຄົນ


ພວກຊ່ວຍກູ້ໄພ ຊອກຫາຜູ້ໄດ້ຮັບເຄາະຮ້າຍຈາກອຸບປັດຕິເຫດຂົວ Kutai Kartanegara ຢູ່ເກາະ ບໍນຽວ (Borneo) ເຂດ Tenggarong, ທາງຕາເວັນອອກຂອງແຂວງ Kalimantan, ປະເທດອິນໂດເນເຊຍ ໃນວັນທີ 27 ພະຈິກ, 2011.
ພວກຊ່ວຍກູ້ໄພ ຊອກຫາຜູ້ໄດ້ຮັບເຄາະຮ້າຍຈາກອຸບປັດຕິເຫດຂົວ Kutai Kartanegara ຢູ່ເກາະ ບໍນຽວ (Borneo) ເຂດ Tenggarong, ທາງຕາເວັນອອກຂອງແຂວງ Kalimantan, ປະເທດອິນໂດເນເຊຍ ໃນວັນທີ 27 ພະຈິກ, 2011.

ທີ່​ອິນ​ໂດ​ເນ​ເຊຍ ພວກ​ຊອກ​ຄົ້ນ​ແລະ​ກູ້​ໄພ ກ່າວ​ໃນ​ວັນ​ຈັນ​ມື້ນີ້ວ່າ ຈໍາ​ນວນ​ຄົນທີ່​ໄດ້ຮັບ
ການຢືນຢັນ​ວ່າເສຍ​ຊີ​ວິດແລ້ວ ໃນເຫດການ​ຂົວ​ແຫ່ງ​ນຶ່ງ​ພັງ​ລົງ​ນັ້ນ ​ໄດ້​ເພີ້ມຂຶ້ນ​ເຖິງ 11
ຄົນ ​ໂດຍ​ທີ່ມີ 30 ຄົນ​ ຍັງ​ຊອກ​ຫາ​ບໍ່​ເຫັນ ​ແລະຢ້ານ​ວ່າ​ຕາຍແລ້ວ.

ຢ່າງໜ້ອຍມີ 39 ຄົນໄດ້​ຮັບ​ບາດ​ເຈັບ ​ ເວລາ​ຂົວ​ທີ່​ຍາວ 720 ​ແມັດ ທີ່​ໄດ້​ຖືກ​ສ້າງໃຫ້ມີ​ລັກສະນະ​ຄ້າຍຄື​ກັນ​ກັບ​ຂົວ Golden Gate ​ທີ່​ນະ​ຄອນ San Francisco ຂອງ​ສະຫະ
ລັດນັ້ນ ​ໄດ້​ຫັກ​ພັງ​ລົງ​ໃນ​ວັນ​ເສົາ​ຜ່ານ​ມານີ້ ຢູ່​ເກາະ ບໍ​ນຽວ (Borneo) ​ຊຶ່ງ​ໄດ້​ເຮັດ​ໃຫ້​ລົດ​ຫລາຍ​ສິບຄັນ ​ຕົກລົງ​ໄປ​ໃນແມ່ນໍ້າ ມະຫາ​ຄາມ ທີ່​ຂຸ່ນນັ້ນ.

ເຊື່ອ​ກັນວ່າ ພວກຊອກ​ຫາ​ບໍ່​ເຫັນຫລາຍ​ຄົນ ​ ​ຖືກ​ຂັງ​ຢູ່​ໃນ​ລົດ​ແລະ​ລົດ​ເມ ທີ່​ຈົມ​ຢູ່​ໃຕ້​ນໍ້າ.

ພວກ​ນັກ​ກູ້​ໄພ​ເວົ້າວ່າ ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ໃນ​ການ​ຊອກ​ຄົ້ນຢູ່​ໃຕ້​ນໍ້າ ຍັງ​ບໍ່ທັນ​ໄດ້​ເລີ້ມຕົ້ນ​ຂຶ້ນເທື່ອ ​ເພາະ​ຢ້ານ​ວ່າ ຊາກຂົວທີ່​ຫັກ​ພັງ​ລົງ​ໄປ​ກອງ​ກັນ​ຢູ່​ນັ້ນ ​ອາດ​ຈະ​ພັງ​ລົງ​ອີກ​ກໍ​ເປັນໄດ້.

XS
SM
MD
LG