ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຍິງອັງກິດ ຖືກຕັດສິນ ປະຫານຊີວິດ ໂດຍສານ ອິນໂດເນເຊຍ


ນາງ Lindsay Sandiford ຢືນຢູ່ຂ້າງນາຍພາສາຂອງນາງ ໃນຂະນະທີ່ມີການປະກາດການຕັດສິນໂທດ ຂອງຜູ້ກ່ຽວ ຢູ່ໃນສານເມືອງ Denpasar ໃນເກາະບາຫລີ ໃນວັນອັງຄານ 22 ມັງກອນ 2013.
ນາງ Lindsay Sandiford ຢືນຢູ່ຂ້າງນາຍພາສາຂອງນາງ ໃນຂະນະທີ່ມີການປະກາດການຕັດສິນໂທດ ຂອງຜູ້ກ່ຽວ ຢູ່ໃນສານເມືອງ Denpasar ໃນເກາະບາຫລີ ໃນວັນອັງຄານ 22 ມັງກອນ 2013.
ສານແຫ່ງນຶ່ງຂອງອິນໂດເນເຊຍ ໄດ້ຕັດສິນລົງໂທດປະຫານຊີ
ວິດ ແມ່ຍິງຊາວອັງກິດຄົນນຶ່ງ ທີ່ພະຍາຍາມລັກລອບນໍາເອົາ ຢາເສບຕິດເຂົ້າໄປໃນເກາະຕາກອາກາດບາຫລີ.

ນາງ Lindsay Sandiford ແມ່ຍິງໄວ 56 ປີ ຮ້ອງໃຫ້ຂຶ້ນ ເມື່ອ
ຜູ້ກ່ຽວໄດ້ຍິນ ຄໍາຕັດສິນໃນວັນອັງຄານມື້ນີ້ ແຕ່ກໍບໍ່ໄດ້ໃຫ້ຄໍາ
ເຫັນໃດໆ ໃນຂະນະທີ່ຜູ້ກ່ຽວຖືກນໍາຕົວກັບຄືນໄປເຂົ້າຄຸກ.

ເຖິງແມ່ນວ່າ ອິນໂດເນເຊຍມີຊື່ສຽງດ້ານກົດໝາຍ ກ່ຽວກັບ
ຢາເສບຕິດທີ່ເຄັ່ງຄັດ ການຕັດສິນລົງໂທດດັ່ງກ່າວ ແມ່ນໜັກ
ໜ່ວງກວ່າປົກກະຕິ. ພວກໄອຍະການ ສານແມ່ນແນະນໍາໃຫ້
ມີການຈໍາຄຸກພຽງ 15 ປີ ເທົ່ານັ້ນ.

ຄະນະຜູ້ພິພາກສາທີ່ສານເມືອງ Denpasar ເວົ້າວ່າ ບໍ່ມີເຫດຜົນໃດໆ ທີ່ຄວນຈະເຮັດ ໃຫ້ການລົງໂທດຂອງນາງ Sandiford ຜ່ອນເບົາໄດ້ ໂດຍໃຫ້ເຫດຜົນວ່າ ນາງໄດ້ທໍາ ລາຍພາບພົດຂອງເກາະບາຫລີ ໃນນາມທີ່ເປັນແຫລ່ງທ່ອງທ່ຽວນັ້ນ.

ນາງ Sandiford ໄດ້ຖືກຈັບກຸມໃນເດືອນພຶດສະພາຜ່ານມາ ທີ່ສະໜາມບິນສາກົນຂອງ ເກາະບາຫລີ ໂດຍມີຜົງໂຄເຄນເຊື່ອງໄວ້ຢູ່ໃນຜ້າຊັບໃນຫີບຂອງນາງ. ນາງເວົ້າວ່າ ແກ້ງ ອາດຊະຍາກໍາກຸ່ມນຶ່ງ ໄດ້ນາບຂູ່ທີ່ຈະທໍາຮ້າຍຮ່າງ ກາຍຂອງລູກນາງ ຖ້າຫາກນາງບໍ່ຂົນ ສົ່ງຢາເສບຕິດດັ່ງກ່າວ ທີ່ມີມູນຄ່າໃນ ທ້ອງຖະໜົນ 2 ລ້ານ 5 ແສນໂດລາ. ທະນາຍ ຄວາມຂອງນາງເວົ້າວ່າ ນາງຈະຂໍອຸທອນ ຕໍ່ຄໍາຕັດສິນດັ່ງກ່າວ.

ຊາວອັງກິດອີກສອງຄົນ ໄດ້ຮັບການຕັດສິນລົງໂທດທີ່ເບົາກວ່າ ຍ້ອນບົດບາດ ຂອງເຂົາ ເຈົ້າຢູ່ຄະດີດັ່ງກ່າວ. ສ່ວນຜູ້ທີສີ່ນັ້ນ ຄາດວ່າ ຈະໄດ້ຖືກຕັດສິນລົງໂທດໃນທ້າຍເດືອນນີ້.
XS
SM
MD
LG