ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບໍ່ມີໃຜໄດ້ຮັບເຄາະ ຈາກການໂຈມຕີສະລະຊີບ ຢູ່ອິນໂດເນເຊຍ


ແຜນທີ່ປະເທດອິນໂດເນເຊຍ ບ່ອນທີ່ມີການວາງລະເບີດສະລະຊີບ
ແຜນທີ່ປະເທດອິນໂດເນເຊຍ ບ່ອນທີ່ມີການວາງລະເບີດສະລະຊີບ
ຕໍາຫລວດຢູ່ໃນພາກກາງຂອງອິນໂດເນເຊຍ ເວົ້າວ່າ ຄົນວາງ
ລະເບີດສະລະຊີບທີ່ຂີ່ລົດຈັກໄປ ໄດ້ລະເບີດຕົນເອງ ຢູ່ສະ
ຖານີຕໍາຫລວດແຫ່ງນຶ່ງ ແຕ່ວ່າບໍ່ໄດ້ ເຮັດໃຫ້ຄົນອື່ນເສຍຊີວິດ ຫລືບາດເຈັບແຕ່ຢ່າງໃດ.

ພັນໂທ Sienadi ຫົວໜ້າຕໍາຫລວດເວົ້າວ່າ ຜູ້ຊາຍຄົນດັ່ງກ່າວ
ໄດ້ພະຍາຍາມ ຈະຂີ່ລົດຈັກເຂົ້າໄປໃນສະຖານີຕໍາຫລວດ ໃນ
ຕອນເຊົ້າວັນຈັນມື້ນີ້ຢູ່ໃນເມືອງ Poso ທາງພາກກາງຂອງເກາະ
Sulawesi ຕອນທີ່ລະເບີດຂອງລາວ ແຕກຂຶ້ນ ຊຶ່ງໄດ້ສັງຫານ
ລາວ ໃນທັນທີທັນໃດ.

ເມືອງ Poso ມີປະຫວັດ ໃນການກໍ່ຄວາມຮຸນແຮງດ້ານການແບ່ງແຍກທາງ ສາສະໜາ ລະຫວ່າງຊາວມຸສລິມແລະຊາວຄຣິສຕຽນ ຢູ່ໃນເຂດທີ່ເປັນບ່ອນລີ້ຊ່ອນຂອງພວກກໍ່ ຄວາມຮຸນແຮງທີ່ ທໍາການໂຈມຕີກໍາລັງຮັກສາຄວາມສະຫງົບ ຢູ່ເປັນປະຈໍາ.
XS
SM
MD
LG