ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິນໂດເນເຊຍ ທັບມ້າງແຜນການ ລອບວາງລະເບີດ


ເຈົ້າໜ້າທີ່ຈາກໜ່ວຍທຳລາຍລະເບີດອິນໂດເນເຊຍພວມຍ່າງໄປໃກ້ໆຈຸດ ບ່ອນທີ່ຕຳຫຼວດໄດ້ພົບລະເບີດຫຼາຍລູກ ໃກ້ໂບດແຫ່ງນຶ່ງທີ່ເມືອງ Serpong ໃນເຂດເກາະຊາວາຕາເວັນຕົກ (21 ເມສາ 2011)
ເຈົ້າໜ້າທີ່ຈາກໜ່ວຍທຳລາຍລະເບີດອິນໂດເນເຊຍພວມຍ່າງໄປໃກ້ໆຈຸດ ບ່ອນທີ່ຕຳຫຼວດໄດ້ພົບລະເບີດຫຼາຍລູກ ໃກ້ໂບດແຫ່ງນຶ່ງທີ່ເມືອງ Serpong ໃນເຂດເກາະຊາວາຕາເວັນຕົກ (21 ເມສາ 2011)

ອິນໂດເນເຊຍພວມຢູ່ໃນສະພາບລະວັງໄພລະດັບສູງ ຫຼັງ
ຈາກຕຳຫຼວດກ່າວວ່າ ຕົນໄດ້ຄົ້ນພົບແຜນການທີ່ຈະວາງ
ລະເບີດໂຈມຕີໂບດແຫ່ງນຶ່ງໃນຂະນະທີ່ພວກເຫຼື້ອມໃສໄປ
ຮ່ວມພິທີທາງສາສະໜາສະຫຼອງວັນສຸກສັກສິດ.

ຕຳຫຼວດກ່າວວ່າ ໃນມື້ວານນີ້ຕົນໄດ້ຈັບຜູ້ຕ້ອງສົງໄສ 19
ຄົນແລະນຶ່ງມື້ກ່ອນ ນັ້ນໄດ້ປົດຂະບວນລະເບີດ 5 ລູກຢູ່
ອ້ອມແອ້ມພະວິຫານຂອງສາສະໜາຄຣິສຕ໌ແຫ່ງນຶ່ງທີ່ຄຸ້ມ
Tangerang ໃນເຂດຊານເມືອງຂອງນະຄອນຫຼວງຈາກາ
ຕ້າ. ລູກລະເບີດທັງ 5 ໄດ້ຕັ້ງເວລາໃຫ້ແຕກຂຶ້ນໃນຕອນ
9 ໂມງເຊົ້າຂອງວັນສຸກວານນີ້ໃນເວລາທີ່ພະວິຫານຈະເຕັມໄປດ້ວຍຜູ້ຄົນໄປຮ່ວມພິທີທາງ
ສາສະໜາຊຶ່ງເປັນມື້ສັກສິດທີ່ສຳຄັນສຸດມື້ນຶ່ງຂອງສາສະໜາຄຣິສຕ໌.

ທ່ານ Anton Bachrul Alam ໂຄສົກຂອງກົມຕຳຫຼວດແຫ່ງຊາດອິນໂດເນເຊຍກ່າວວ່າ
ພວກວາງແຜນຕັ້ງໃຈທີ່ຈະຖ່າຍຮູບເອົາເຫດລະເບີດ ແລະຫຼັງຈາກນັ້ນກໍຈະນຳໄປລົງຂ່າວ
ທາງເວັບໄຊທ໌ ຂອງພວກມຸສລິມຫົວຮຸນແຮງ. ໄດ້ມີຄຳສັ່ງໃຫ້ຕຳຫຼວດຫຼາຍໆພັນໄປຍາມ
ຮັກສາການຢູ່ຕາມໂບດຕ່າງໆໃນລະຫວ່າງການສະຫຼອງວັນສັກສິດຂອງສາສະໜາຄຣິສຕ໌ ຮວມທັງວັນບຸນອິສເຕີ້ນຳດ້ວຍ.

ອິນໂດເນເຊຍ ເປັນປະເທດທີ່ມີຜູ້ນັບຖືສາສະໜາອິສລາມຫຼາຍທີ່ສຸດໃນໂລກ ຄືຫຼາຍກວ່າ
200 ລ້ານຄົນ ຊຶ່ງສ່ວນໃຫຍ່ແລ້ວ ນັບຖືສາສະໜາອິສລາມແນວທາງສາຍກາງ. ອິນໂດເນ
ເຊຍ ມີລັດຖະບານທີ່ບໍ່ພົວພັນກັບເລື່ອງສາສະໜາ ແລະໃຫ້ການຄໍ້າປະກັນແກ່ອິດສະຫຼະ
ພາບໃນການນັບຖືສາສະໜາ. ແຕ່ແນວໃດກໍຕາມອິນໂດເນເຊຍ ໄດ້ຕໍ່ສູ້ກັບພວກມຸສລິມ
ຫົວຮຸນແຮງ ມາໄດ້ຫຼາຍກວ່ານຶ່ງທົດສະວັດແລ້ວ. ໃນໄລຍະສອງສາມປີຜ່ານມານີ້ ມີລາຍ ງານວ່າການໂຈມຕີຕໍ່ສາສະໜາກຸ່ມນ້ອຍໄດ້ມີຈຳນວນເພີ່ມຂຶ້ນ.

XS
SM
MD
LG