ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລະເບີດແຕກທີ່ນະຄອນຫຼວງ ຂອງອິນໂດເນເຊຍ


ເຈົ້າໜ້າທີ່ສືບສວນພວມກວດກາເບິ່ງບ່ອນທີ່ລະເບີດປື້ມໄດ້ແຕກຂຶ້ນ ທີ່ກຸງຈາກາຕ້າ (15 ມີນາ 2011)
ເຈົ້າໜ້າທີ່ສືບສວນພວມກວດກາເບິ່ງບ່ອນທີ່ລະເບີດປື້ມໄດ້ແຕກຂຶ້ນ ທີ່ກຸງຈາກາຕ້າ (15 ມີນາ 2011)

ຕຳຫຼວດອິນໂດເນເຊຍກ່າວໃນວັນສຸກມື້ນີ້ວ່າລະເບີດນ້ອຍ
ລູກນຶ່ງໄດ້ແຕກຂຶ້ນ ໃນເຂດກໍ້າຕາເວັນອອກຂອງນະຄອນ
ຫຼວງຈາກາຕ້າ ແຕ່ບໍ່ມີຜູ້ໃດໄດ້ຮັບອັນຕະລາຍ.

ຜູ້ບັນຊາການຕຳຫຼວດໃນເຂດທ້ອງຖິ່ນ ທ່ານ Dadang
Rahaje ກ່າວວ່າ ລະເບີດລູກນີ້ ໄດ້ຖືກພົບເຫັນໃນຄຸ້ມ
ເຮືອນແຫ່ງນຶ່ງ ແລະໜ່ວຍທຳລາຍລະເບີດໄດ້ຍ້າຍອອກ
ໄປ ເວລາລະເບີດແຕກຂຶ້ນ.

ໃນມື້ວັນອັງຄານຜ່ານມາ ລະເບີດທີ່ໃສ່ໄວ້ໃນປື້ມໄດ້ເຮັດ
ໃຫ້ມືຕຳຫຼວດຄົນນຶ່ງຂາດແລະອີກ 3 ຄົນໄດ້ຮັບບາດເຈັບ.

ເຈົ້າໜ້າທີ່ກ່າວວ່າລະເບີດທີ່ວ່ານີ້ໄດ້ຖືກ ສົ່ງໄປໃຫ້ນັກວິ
ຊາການມຸສລິມ Ulil Abshar Ab-dallah ຂອງຕາໜ່າງ
ອິສລາມຫົວເສລີ. ທ່ານ Abdallah ຊຶ່ງເປັນນັກວິຊາການ
ທີ່ມີຊື່ສຽງຮຽນຈົບຈາກສະຫະລັດນັ້ນໄດ້ຕໍ່ສູ້ຫຼືໃຫ້ການສະໜັບສະໜຸນກ່ຽວກັບການມີຫຼາຍ
ພັກຝ່າຍ ແລະການອະນຸໂລມຜ່ອນຜັນທາງດ້ານສາສະໜາ.

XS
SM
MD
LG