ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຫຼາຍຄົນບາດເຈັບ ໃນເຫດລະເບີດ ຢູ່ອິນໂດເນເຊຍ


ຕຳຫຼວດຢືນຍາມໃກ້ໆລົດຫຸ້ມເກາະຄັນນຶ່ງນອກປ້ອມຕຳຫຼວດ ຫຼັງຈາກເກີດເຫດລະເບີດ ທີ່ເມືອງ Cirebon ເຂດພາກຕາເວັນຕົກ ຂອງເກາະ Java (15 ເມສາ 2011)
ຕຳຫຼວດຢືນຍາມໃກ້ໆລົດຫຸ້ມເກາະຄັນນຶ່ງນອກປ້ອມຕຳຫຼວດ ຫຼັງຈາກເກີດເຫດລະເບີດ ທີ່ເມືອງ Cirebon ເຂດພາກຕາເວັນຕົກ ຂອງເກາະ Java (15 ເມສາ 2011)

ຕຳຫຼວດອິນໂດເນເຊຍກ່າວວ່າ ເຫດລະເບີດທີ່ສົງໄສວ່າ
ມາຈາກການໂຈມຕີສະລະຊີບ ໄດ້ເກີດຂຶ້ນທີ່ວັດແຫ່ງນຶ່ງ
ຂອງສາສະໜາອິສລາມໃນລະຫວ່າງພິທີສວດມົນພາວະ
ນາໃນວັນສຸກມື້ນີ້ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບຫຼາຍຄົນ.

ຜູ້ບັນຊາການຕຳຫຼວດອິນໂດເນເຊຍໃນເຂດເກາະ Java
ຕາເວັນຕົກ ທ່ານ Suparni Parto ກ່າວຕໍ່ສື່ມວນຊົນ
ທ້ອງຖິ່ນວ່າ ລະເບີດໄດ້ແຕກຂຶ້ນທີ່ວັດສາສະໜາອິສລາມ
ທີ່ຢູ່ຂ້າງໃນບໍລິເວນປ້ອມຕຳຫຼວດ ທີ່ເມືອງ Cirebon.

ທ່ານ Parto ກ່າວຕື່ມວ່າ ຜູ້ຊາຍຄົນນຶ່ງທີ່ສົງໄສວ່າເປັນ
ຜູ້ໂຈມຕີສະລະຊີບນັ້ນໄດ້ເສຍຊີວິດໃນເຫດລະເບີດດັ່ງກ່າວ
ຊຶ່ງນອກນັ້ນແລ້ວຍັງເຮັດໃຫ້ອີກ ຫຼາຍໆຄົນໄດ້ຮັບບາດ
ເຈັບແລະຖືກສົ່ງໄປຮັບການພະຍາບານທີ່ໂຮງໝໍ.

ຈຸດປະສົງຂອງການໂຈມຕີໃນຄັ້ງນີ້ຍັງບໍ່ທັນເປັນທີ່ຮູ້ກັນເທື່ອ.

XS
SM
MD
LG