ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບັນທຸກພວກຂໍລີ້ໄພ ຫຼົ້ມຢູ່ນອກແຄມຝັ່ງທະເລ ຂອງອິນໂດເນເຊຍ


Map of Indonesia
Map of Indonesia
ພວກກູ້ໄພທີ່ປະຕິງານຢູ່ນອກແຄມຝັ່ງຂອງອິນໂດເນເຊຍ
ໄດ້ຊ່ວຍຊີວິດ 45 ຄົນໃຫ້ລອດຈາກຄວາມຕາຍ ລຸນຫລັງທີ່
ເຮືອລໍານຶ່ງ ທີ່ບັນທຸກພວກຂໍລີ້ໄພຫຼົ້ມ ຢູ່ນອກແຄມຝັ່ງຂອງ
ປະເທດດັ່ງກ່າວ.

ອົງການຮັກສາຄວາມປອດໄພທາງທະເລຂອງອັອສເທຣເລຍ
ເວົ້າວ່າ 3 ຄົນ ໃນພວກທີ່ ຖືກຊ່ວຍຊີວິດໄວ້ ໃນວັນພະຫັດນີ້
ໄດ້ຮັບບາດເຈັບສາຫັດ ແຕ່ວ່າ ຢູ່ໃນສະພາບທີ່ດີຂຶ້ນແດ່ແລ້ວ
ໃນປັດຈຸບັນນີ້.

ເຮືອລາດຕະເວນຂອງກອງທັບເຮືອອັອສເທຣເລຍລໍານຶ່ງ ໄດ້
ປະຕິບັດງານຮ່ວມກັບ ເຮືອພໍ່ຄ້າຫລາຍລໍາ ເພື່ອຊອກຫາອີກ
105 ຄົນທີ່ເດີນທາງໄປນຳເຮືອລໍາດັ່ງກ່າວ ໃນເວລາທີ່ມີຄົນຜູ້ນຶ່ງ ໂທລະສັບໄປຫາເຈົ້າໜ້າທີ່ອອສເຕຣເລຍ ໃນວັນພຸດວານນີ້ ເພື່ອຂໍຄວາມຊ່ວຍເຫລືອ ແລະ ລາຍງານວ່າ ຈັກເຮືອມີບັນຫາ.

ຫລາຍຄົນໃນຈໍານວນທີ່ຖືກຊ່ວຍຊີວິດໄວ້ ໃນວັນພະຫັດມື້ນີ້ ແມ່ນໄດ້ລອຍຢູ່ໃນນໍ້ານານ ກວ່າມື້ນຶ່ງ ໃນບໍລິເວນທາງຕາເວັນຕົກສຽງໃຕ້ຂອງເກາະ Java ຂອງອິນໂດເນເຊຍ.

ລັດຖະມົນຕີກະຊວງພາຍໃນຂອງອັອສເທຣເລຍ ທ່ານ Jason Clare ເວົ້າວ່າ ມີຄວາມ “ເປັນຫ່ວງຢ່າງແທ້ຈິງ” ສໍາລັບພວກທີ່ຍັງຫາຍສາບສູນຢູ່.

ພວກຂໍລີ້ໄພຊ່ວຍ ມັກຈະພະຍາຍາມເດີນທາງແບບກັນດານຈາກອິນໂດເນເຊຍ ໄປຫາເກາະ Christmas ຂອງອັອສເທຣເລຍ ຊຶ່ງສ່ວນໃຫຍ່ແມ່ນໄດ້ຮັບການຊ່ວຍເຫລືອຂອງພວກລັກລອບ ເອົາຄົນເຂົ້າເມືອງຜິດກົດໝາຍ.
XS
SM
MD
LG