ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກອງປະຊຸມ ການຮ່ວມມື ເພື່ອແກ້ໄຂ ບັນຫາ ຄ້າມະນຸດ ຢູ່ທີ່ ອິນໂດເນເຊຍ (ວີດິໂອກ່ຽວຂ້ອງ)


ຕຳຫຼວດ ອູ້ມເດັກນ້ອຍຄົນນຶ່ງ ທີ່ໝົດສະຕິໄປ ຈາກເຮືອ ພວກທີ່ຊອກຫາບ່ອນລີ້ໄພ ທີ່ແລ່ນໄປຕຳໂງ່ນຫີນ ແລ້ວກໍຫຼົ້ມ ຢູ່ນອກແຄມຝັ່ງ Sukapura ໃນເຂດເມືອງ Cianjur ແຂວງ Java ຕາເວັນຕົກ ຂອງອິນໂດເນເຊຍ (24 ກໍລະກົດ 2013)
ຕຳຫຼວດ ອູ້ມເດັກນ້ອຍຄົນນຶ່ງ ທີ່ໝົດສະຕິໄປ ຈາກເຮືອ ພວກທີ່ຊອກຫາບ່ອນລີ້ໄພ ທີ່ແລ່ນໄປຕຳໂງ່ນຫີນ ແລ້ວກໍຫຼົ້ມ ຢູ່ນອກແຄມຝັ່ງ Sukapura ໃນເຂດເມືອງ Cianjur ແຂວງ Java ຕາເວັນຕົກ ຂອງອິນໂດເນເຊຍ (24 ກໍລະກົດ 2013)
ພວກເຈົ້າໜ້າທີ່ ຈາກ 10 ກວ່າປະເທດ ພວມຮ່າງແຜນການ ເພື່ອ
ປາບປາມການລັກລອບຂົນສົ່ງຜູ້ຄົນແລະການຄ້າມະນຸດ. Sara
Schonhardt ລາຍງານມາຈາກນະຄອນຫຼວງຈາກາຕ້າວ່າ ກອງ
ປະຊຸມ ຂອງເຈົ້າໜ້າທີ່ເຫລົ່ານັ້ນ ຢູ່ອິນໂດເນເຊຍ ໃນວັນອັງຄານ
ວານນີ້ແມ່ນໄດ້ເພັ່ງເລັງໃສ່ການຮ່ວມມື ເພື່ອຫາທາງຄົ້ນຫາ ປ້ອງ
ກັນ ແລະດຳເນີນຄະດີພວກລັກລອບຄ້າມະນຸດ ໃນຂະນະທີ່ປ້ອງ
ກັນພວກທີ່ຕົກເປັນເຫຍື່ອດັ່ງໄພສານຈະນຳເອົາລາຍລະອຽດມາ
ສະເໜີທ່ານ ໃນອັນດັບຕໍ່ໄປ.


ຈຳນວນພວກທີ່ຊອກສະແຫວງຫາບ່ອນລີ້ໄພ ຈາກປະເທດຕ່າງໆ
ເຊັ່ນອີຣ່ານແລະອັຟການິສຖານ ໄດ້ເພີ້ມຂຶ້ນຢ່າງຫຼວງຫຼາຍ ໃນໄລຍະສອງສາມປີທີ່ຜ່ານມາ
ນີ້ ແລະໄດ້ສ້າງຄວາມກັງວົນໃຈໃຫ້ແກ່ອົງການສະຫະປະຊາຊາດແລະກຸ່ມອື່ນໆກ່ຽວກັບໂຕ ເລກການເສຍຊີວິດໃນທະເລ ທີ່ສູງຂຶ້ນ ຂອງພວກຊອກສະແຫວງຫາບ່ອນລີ້ໄພນັ້ນ.

ພວກຊອກຫາບ່ອນລີ້ໄພ ແມ່ນມາຈາກທົ່ວຂົງເຂດເອເຊຍ ນັບແຕ່ພວກໂຣຮິງຢາ ທີ່ບໍ່ມີປະ ເທດຈາກມຽນມາ ຕະຫຼອດຈົນພວກທີ່ນັບຖືສາສະໜາກຸ່ມນ້ອຍໃນປາກິສຖານ ອີຣ່ານແລະ ອັຟການິສຖານ. ໃນຄວາມພະຍາຍາມເພື່ອຈະເດີນທາງໄປຍັງອອສເຕຣເລຍ ບ່ອນທີ່ພວກ ເຂົາເຈົ້າຫວັງວ່າ ຈະໄດ້ຕັ້ງຖິ່ນຖານໃໝ່ນັ້ນ ພວກເຂົາເຈົ້າມັກຈະຕົກເປັນເຫຍື່ອຂອງພວກ ລັກລອບຄ້າມະນຸດ ທີ່ຄິດໄລ່ຄ່າຈ້າງສູງ ສຳລັບການຂົນສົ່ງໄປນຳເຮືອທີ່ຮົ່ວ ແລະບັນທຸກຜູ້ ໂດຍສານເກີນຂອບເຂດ.

ທ່ານ Marty Natalegawa ລັດຖະມຸນຕີການຕ່າງປະເທດອິນໂດເນເຊຍກ່າວວ່າ ບໍ່ຄືກັນ ກັບການເຈລະຈາໃນເທື່ອກ່ອນກ່ຽວກັບບັນຫາດັ່ງກ່າວ ຊຶ່ງບໍ່ມີຜົນປະຈັກທີ່ເປັນຮູບປະທໍາ ຫຍັງຫຼາຍ ການປະຊຸມກັນ ໃນວັນອັງຄານວານນີ້ ແມ່ນມີລັກສະນະມຸ້ງໄປໃນທາງປະຕິບັດ ການ. ທ່ານເວົ້າວ່າ ປະເທດຕ່າງໆທີ່ເຂົ້າຮ່ວມການເຈລະຈາແມ່ນມີຄວາມໝາຍໝັ້ນທີ່ຈະ ດຳເນີນການຊອກຄົ້ນຫາແລະກູ້ໄພໃນສະຖານະການຈໍາລອງທີ່ເອີ້ນກັນວ່າການເຝິກແອບ ເທິງໜ້າໂຕະນັ້ນ.

ທ່ານ Natalegawa ເວົ້າວ່າ “ຖ້າຈະເວົ້າແລ້ວ ນີ້ແມ່ນນຶ່ງໃນຂົງເຂດວຽກງານທີ່ຫຼາຍ ຫຼາຍປະເທດຂອງພວກເຮົາ ໄດ້ຖືກຂັບດັນ ໃຫ້ເກີດມີຄວາມວິຕົກກັງວົນ ຢ່າງໃຫຍ່
ຫຼວງ ກ່ຽວກັບການສູນເສຍຊີວິດຍ້ອນອຸບັດຕິເຫດທາງທະເລແລະເວລານີ້ປະເທດ
ຕ່າງໆ ຢູ່ໃນຂົງເຂດ ພວກເຮົາແມ່ນມີຄວາມໝາຍໝັ້ນ ທີ່ຈະນຳສະເໜີ ຄວາມຄິດ
ກ່ຽວກັບການເຝິກແອບເທິງໜ້າໂຕະ.”


ພວກຜູ້ຕາງໜ້າຈາກປະເທດຕ່າງໆ ຮວມທັງອັຟການິສຖານ ບັງກລາແດັສ ກຳປູເຈຍ ມຽນ
ມາແລະປາກິສຖານ ໄດ້ຕົກລົງຮັບເອົາຄຳປະກາດ 10 ຂໍ້ ທີ່ຈະແກ້ໄຂບັນຫາການລັກລອບ ຄ້າມະນຸດ. ມາດຕະການເຫຼົ່ານີ້ ແມ່ນຮວມທັງການແບ່ງປັນຂໍ້ມູນຮ່ວມກັນທີ່ດີຂຶ້ນກວ່າເກົ່າ ລະຫວ່າງພວກເຈົ້າໜ້າທີ່ກວດຄົນເຂົ້າເມືອງ ສາຍການບິນຕ່າງໆ ແລະເຈົ້າໜ້າທີ່ປະຕິບັດ ກົດໝາຍ.

ນອກນັ້ນແລ້ວ ຄຳປະກາດເຫຼົ່ານີ້ແມ່ນຍັງຮວມທັງການເອົາບາດກ້າວ ເພື່ອຊຸກຍູ້ໃຫ້ມີການ ສົ່ງກັບດ້ວຍຄວາມສະໝັກໃຈ ພວກທີ່ພົບເຫັນວ່າ ບໍ່ຈຳເປັນຕ້ອງໄດ້ຮັບການຄຸ້ມຄອງຈາກ ນາໆຊາດ ແລະບັນດາປະເທດ ທີ່ໃຫ້ຄວາມໝາຍໝັ້ນ ຈະດຳເນີນງານໄປສູ່ ການຮັບຮອງ ເອົາການຄ້າມະນຸດ ເປັນຄວາມຜິດ ທີ່ຈະມີການສົ່ງຜູ້ຮ້າຍຂ້າມແດນໄດ້.

ການຕົກລົງກັນເມື່ອໄວໆມານີ້ ລະຫວ່າງອອສເຕຣເລຍແລະປາປົວນິວກີເນຍກ່ຽວກັບພວກ ຊອກສະແຫວງຫາບ່ອນລີ້ໄພກໍໄດ້ຖືກຍົກຂຶ້ນມາຫາລືກັນ. ພາຍໃຕ້ນະໂຍບາຍດັ່ງກ່າວເຮືອ ລຳໃດກໍຕາມ ທີ່ບັນທຸກພວກອົບພະຍົບໄປອອສເຕຣເລຍ ຈະຖືກສົ່ງໄປຍັງປາປົວນິວກີເນຍ ບ່ອນທີ່ພວກເດີນທາງ ໄປນຳເຮືອທັງໝົດ ຈະໄດ້ຮັບການພິຈາລະນາ ກ່ຽວກັບການຂໍລີ້ໄພ ຂອງພວກເຂົາເຈົ້າແລະບາງທີອາດຈະໄດ້ຕັ້ງຖິ່ນຖານໃໝ່. ນະໂຍບາຍດັ່ງກ່າວຍັງສືບຕໍ່ເປັນ ບັນຫາໂຕ້ແຍ້ງ ທັງນີ້ກໍຍ້ອນມັນໄດ້ຫ້າມ ບໍ່ໃຫ້ພວກທີ່ຊອກສະແຫວງຫາບ່ອນລີ້ໄພ ເຂົ້າໄປ ຕັ້ງຖິ່ນຖານໃໝ່ຢູໃນອອສເຕຣເລຍ.

ເບິ່ງວີດິໂອພາສາລາວ ກ່ຽວກັບການຕ້ອງຕິນະໂຍບາຍໃໝ່ຂອງອອສເຕຣເລຍ:


ທ່ານ Rimbink Pato ລັດຖະມົນຕີການຕ່າງປະເທດປາປົວນິວກີເນຍ ໃຫ້ການອະທິບາຍ
ກ່ຽວກັບການຈັດແຈງດັ່ງກ່າວນີ້ວ່າ.

“ເນື້ອໃນກໍມີຢູ່ວ່າ ພວກເຮົາຢາກໃຫ້ສາທາລະນະຊົນຮູ້ວ່າ ຖ້າພວກທ່ານຫາກ ເດີນທາງມາໂດຍທາງເຮືອ ເພື່ອໄປລີ້ໄພ ຢູ່ອອສເຕຣເລຍ ພວກທ່ານຈະບໍ່ໄດ້
ໄປອອສເຕຣເລຍ ແຕ່ຈະມາປາປົວນິວກີເນຍ ແລະຢູ່ປາປົວນິວກີເນຍ ພວກເຮົາ
ຍິນດີຕ້ອນຮັບທ່ານ.”


ນຶ່ງໃນບັນດາປະເທດສຳຄັນໆ ທີ່ບໍ່ໄດ້ເຂົ້າຮ່ວມການປະຊຸມໃນວັນອັງຄານວານນີ້ ກໍແມ່ນ
ອີຣ່ານຊຶ່ງນັ້ນອາດຈະພົວພັນກັບນະໂຍບາຍໃໝ່ຂອງອິນໂດເນເຊຍ ຊຶ່ງພາຍໃຕ້ນະໂຍບາຍ ດັ່ງກ່າວນີ້ ອິນໂດເນເຊຍ ຈະບໍ່ອອກວີຊ່າກັບບ່ອນ ໃຫ້ແກ່ຊາວອີຣ່ານ ທີ່ເດີນທາງໄປເຖິງ. ການຫ້າມດັ່ງກ່າວຊຶ່ງມີຂຶ້ນລຸນຫຼັງການກົດດັນຈາກອອສເຕຣເລຍມີກຳນົດຈະເລີ້ມມີຜົນບັງ ຄັບໃຊ້ໃນອາທິດນີ້.
XS
SM
MD
LG