ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ອິນໂດເນເຊຍຈະຈັດເອົາ ບັນຫາສິດທິມະນຸດ ເປັນບຸລິມະສິດຂອງອາຊ່ຽນ


ຕໍາຫລວດມຽນມາ ທີ່ປະກອບອາວຸດຄົບຊຸດ ຢືນກຽມຮັບມື ກັບການຈະລາຈົນ ທີ່ອາດເກີດຂຶ້ນໄດ້ ກ່ອນການປ່ອຍໂຕທ່ານນາງ ອອງ ຊານ ຊູ ຈີ, ວັນທີ 13 ພະຈິກ 2010

ລັດຖະມົນຕີຕ່າງປະເທດອິນໂດເນເຊຍກ່າວວ່າ ລັດຖະບານຂອງທ່ານຈະຈັດເອົາເລຶ່ອງ ສິດທິມະນຸດ ໃຫ້ເປັນບຸລິມະສິດອັນນຶ່ງສໍາລັບສະມາຄົມກຸ່ມປະຊາຊາດແຫ່ງຂົງເຂດເອເຊຍ ຕາເວັນອອກສຽງໃຕ້ ຫລືສະມາຄົມອາຊ່ຽນ.

ປີນີ້ ອິນໂດເນເຊຍໄດ້ເປັນປະທານໝຸນ​ວຽນ​ຂອງສະມາຄົມ
ອາຊ່ຽນ. ໃນການຖະແຫລງຂ່າວບັ້ນນຶ່ງເມື່ອວັນສຸກຜ່ານມາ
ນີ້ ທ່ານມາຕີ ນາຕາລີກາວາ ລັດຖະມົນຕີຕ່າງປະເທດອິນ
ໂດເນເຊຍກ່າວວ່າ ອິນໂດເນເຊຍວາງແຜນການທີ່ຈະຈັດ
ເອົາເລຶ່ອງສິດທິມະນຸດໃຫ້ເປັນບຸລິມະສິດອັນ​ດັບ​ສູງ​ອັນ​ນຶ່ງ ສໍາລັບກຸ່ມຈັດ​ຕັ້ງປະຈໍາຂົງເຂດດັ່ງກ່າວ.

ທ່ານ ກ່າວວ່າ ອິນໂດເນເຊຍຫວັງວ່າ ໃນປີ 2011 ນີ້
ຄະນະກໍາມາ​ທິການດ້ານສິດທິມະນຸດຂອງສະມາຄົມອາຊ່ຽນ
ຈະມີປະສິດທິຜົນຫລາຍຂື້ນ ໃນການປະຕິບັດງານພາລະ
ໜ້າ​ທີ່ຂອງຕົນ ໃຫ້ເຕັມເມັດເຕັມໜ່ວຍ ເພື່ອສະແດງໃຫ້
ເຫັນເຖິງຄວາມໝັ້ນໝາຍຂອງສະມາຄົມອາຊ່ຽນ ຕໍ່​ການ
ເຄົາລົບນັບຖືສິດທິມະນຸດນັ້ນ. ສະມາຄົມອາຊ່ຽນສັບປ່ຽນ
ຕໍາ​ແໜ່​ງຜູ້ນໍາ ໃນລະຫວ່າງສະມາຊິກຂອງຕົນ ໃນທຸກໆປີ.

ທ່ານ ປະ​ວິນ ຊັດ​ສະ​ວານ​ພົງພັນ ນັກວິເຄາະທີ່ສະຖາບັນ
ສຶກສາກ່ຽວ​ກັບເອເຊຍຕາເວັນອອກສຽງ​ໃຕ້ທີ່ສິງຄະໂປ ກ່າວວ່າ ການເນັ້ນຍໍ້າຄວາມ​ສໍາຄັນ​ ໃສ່​ເລື້ອງສິດທິມະນຸດ ຖືວ່າເປັນການປ່ຽນແປງຄັ້ງໃຫຍ່ ຈາກອະດີດຜ່ານມາ.

ທ່ານ​ປະ​ວິນ​ກ່າວ​ວ່າ ຜ່ານ​ມາ ອົງການປະຈໍາຂົງເຂດທີ່​ວ່າ​ນີ້ ໄດ້ປະສົບຜົນສໍາເລັດໃນບັນຫາ
ຕ່າງໆ ທີ່ໄດ້ຮັບການເຫັນພ້ອມຢ່າງກວ້າງຂວາງ ເປັນຕົ້ນວ່າ ການສົ່ງເສີມການຄ້າເສລີແລະ
ບັນຫາຄວາມໝັ້ນຄົງຕ່າງໆຂອງຂົງເຂດ.

ແຕ່ທ່ານກ່າວຕື່ມວ່າ ການຍົກເອົາບັນຫາຕ່າງໆທີ່ມັກເປັນຂໍ້ໂຕ້ຖຽງກັນ ເຊັ່ນບັນຫາສິດທິ
ມະນຸດນັ້ນ ມາໂອ້ລົມກັນ ອາດຈະຖືກມອງເຫັນໂດຍບາງຄົນວ່າ ເປັນການຝ່າຝືນຫລັກການ
ຂອງສະມາຄົມອາຊ່ຽນ ທີ່ບົ່ງໄວ້ວ່າ ຈະບໍ່ແຊກແຊງ​ເຂົ້າ​ໃນກິດຈະການພາຍໃນຂອງປະເທດ​ ສະມາຊິກຂອງຕົນ. ທ່ານ​ປະ​ວິນ​ເວົ້າ​ວ່າ

"ບັນດາປະເທດສະມາຊິກຍິນດີທີ່ຈະເວົ້າກັນເລຶ່ອງສິດທິມະນຸດ ຕາບໃດທີ່ມັນບໍ່
ກະທົບກະ​ເທືອ​ນຕໍ່ຜົນປະໂຫຍດຢ່າງໃດຢ່າງນຶ່ງ ຂອງປະເທດຂອງພວກເຂົາເຈົ້າ ແຕ່ຖ້າເວົ້າເຖິງບັນຫາທີ່ໜັກໜ່ວງຕ່າງໆ ເຊັ່ນປະຊາທິປະໄຕ ແລະສິດທິມະນຸດ
ນັ້ນ ພວກເຮົາຕ້ອງຍອມຮັບວ່າ ບໍ່​ແມ່ນ​ວ່າ​ໝົດ​ທຸກປະເທດສະມາຊິກຂອງອາຊ່ຽນ
ເປັນປະເທດປະຊາທິປະໄຕ."

ໃນສິບປະເທດສະມາຊິກຂອງສະມາຄົມອາຊ່ຽນນັ້ນ ສປປ ລາວ ແລະຫວຽດນາມ ມີລັດຖະ
ບານທີ່​ມີພັກດຽວ ​ແລະນໍາພາໂດຍພັກຄອມມີວນີສ. ພວກກຸ່ມສິດທິມະນຸດທັງ​ຫລາຍ ຖືວ່າ
ລັດຖະບານທະຫານມຽນມາ ​ແມ່ນ​ນຶ່ງ​ໃນບັນດາລັດຖະບານ ທີ່ກົດ​ຂີ່ປາບປາມປະຊາຊົນ ​ຂອງ​ຕົນທີ່ສຸດ​ໃນໂລກ.

ຊົນເຜົ່າມຽນມາໄປຈົດທະບຽນເພື່ອປະ ກອບສ່ວນໃນການເລືອກຕັ້ງ, ວັນທີ 18 ຕຸລາ 2010. ການເລືອກຕັ້ງສະພາ ຄັ້ງທໍາອິດໃນຮອບ 20 ປີ ຂອງມຽນມາ ໄດ້ຈັດຂຶ້ນເມື່ອວັນທີ 7 ພະຈິກ 2010.
ຊົນເຜົ່າມຽນມາໄປຈົດທະບຽນເພື່ອປະ ກອບສ່ວນໃນການເລືອກຕັ້ງ, ວັນທີ 18 ຕຸລາ 2010. ການເລືອກຕັ້ງສະພາ ຄັ້ງທໍາອິດໃນຮອບ 20 ປີ ຂອງມຽນມາ ໄດ້ຈັດຂຶ້ນເມື່ອວັນທີ 7 ພະຈິກ 2010.

ການເລືອກຕັ້ງໃນພະມ້າ ຫລືທີ່ຮູ້ກັນໃນອີກ
ຊື່ນຶ່ງວ່າ ມຽນມາ ເມື່ອປີຜ່ານມານີ້ ໄດ້ນໍາເອົາ
ບັນຫາສິດທິມະນຸດພາຍໃນສະມາຄົມອາຊ່ຽນ
ຂື້ນມາຢູ່ຖັ້ນແຖວໜ້າ. ພວກທີ່ວິຈານລັດຖະ
ບານມຽນມາກ່າວວ່າ ລັດຖະບານ​ຈັດແຈງການ
ເລືອກຕັ້ງຂຶ້ນ​ມາ ເພື່ອຮັບປະກັນໃຫ້ຝ່າຍທະ
ຫານກໍາອໍານາດຢູ່ຕໍ່ໄປ. ພວກອົງການສິດ
ທິມະນຸດໄດ້ຕໍາໜິຕິຕຽນ ສະມາຄົມອາຊ່ຽນ
ທີ່ບໍ່ຕໍ່ວ່າມຽນມາ ກ່ຽວກັບການຝ່າຝືນສິດທິ ມະນຸດຢູ່ທີ່ນັ້ນ.

ທ່ານ ປະວິນ ຊັດສະວານພົງພັນ ກ່າວວ່າ
ຖ້າຫາກວ່າ ອິນໂດເນເຊຍຢາກ​ໃຫ້ສະມາຄົມ
ອາຊ່ຽນ ເອົາຈິງເອົາຈັງກ່ຽວກັບເລື້ອງສິດທິ
ມະນຸດນັ້ນແລ້ວ ອາ​ຊ່ຽນ​ກໍຕ້ອງ​ໄດ້ລົບລ້າງ
ຫລັກການບໍ່​ເຂົ້າແຊກແຊງຂອງຕົນນັ້ນເສຍ ກ່ອນ ຊຶ່ງທ່ານປະວິນ ກ່າວຕື່ມວ່າ:

"ນອກນີ້ ຂ້າພະເຈົ້າຍັງຄິດວ່າ ມັນເຖິງເວລາແລ້ວທີ່ສະມາຄົມອາຊ່ຽນຈະເລີ່ມ
ເວົ້າກັນ ເລຶ່ອງການລົງໂທດ​ແບບ​ໃດ​ແບບ​ນຶ່ງ ອາດຈະ​ບໍ່ຕ້ອງເຖິງຂັ້ນຂັບໄລ່
ສະມາຊິກອອກກໍ​ໄດ້ ​ແຕ່ມັນຕ້ອງ ມີການປະຕິບັດຕາມກົດ​ຂອງ​ສະມາຄົມ​ໃນ​
ລະດັບ​ໃດ​ລະດັບ​ນຶ່ງ ແລະການລົງໂທດໂດຍວິທີໃດນຶ່ງ ສໍາລັບນໍາໃຊ້ຕໍ່ສະມາ
ຊິກ ໃນກໍລະນີທີ່​ແລະ​ເຫັນ​ໄດ້​ວ່າສະມາຊິກປະ​ເທດນັ້ນ ບໍ່ປະຕິບັດຕາມກົດ."

ລັດຖະມົນຕີຕ່າງປະເທດອິນໂດເນເຊຍ ທ່ານ Marty Natalegawa (File)
ລັດຖະມົນຕີຕ່າງປະເທດອິນໂດເນເຊຍ ທ່ານ Marty Natalegawa (File)

ລັດຖະມົນຕີຕ່າງປະເທດອິນໂດ
ເນເຊຍ ທ່ານ ນາຕາລີກາວາ
ກ່າວວ່າ ສະຖານະການໃນມຽນ
ມາເມື່ອປີຜ່ານມານີ້ ໄດ້ມີສ່ວນ
ເຮັດ​ໃຫ້​ປະ​ເທດ​ຂອງ​ທ່ານ​ມີ
ຄວາມໝັ້ນໝາຍ ທີ່ຈະເນັ້ນຍໍ້າ
ໃສ່ບັນຫາສິດທິມະນຸດໃນສະມາ
ຄົມອາຊ່ຽນນັ້ນ. ແຕ່ທ່ານບໍ່ໄດ້
ແນະນໍາວ່າ ຄວນ​ມີການປະຕິ
ບັດການສະເພາະ​ແບບ​ໃດ ແລະ
ກ່າວວ່າ ສະຖານະການໃນມຽນ
ມາ​ໄດ້ດີຂື້ນແດ່ແລ້ວ ນັບຕັ້ງແຕ່
ການເລືອກຕັ້ງເປັນຕົ້ນມາ ຊຶ່ງ
ທ່ານໃຫ້ຂໍ້ສັງເກດໃນຕົວຢ່າງນຶ່ງ
ວ່າ ຜູ້ນໍາພັກຝ່າຍຄ້ານທ່ານນາງ
ອອງ ຊານ ຊູຈີ ກໍໄດ້ຖືກປ່ອຍ
ໃຫ້ເປັນອິດສະຫລະ ຈາກການຖືກກັກບໍລິເວນ​ແລ້ວ ຫລັງຈາກເລືອກຕັ້ງ.

ທ່ານ ນາຕາລີກາວາ ກ່າວໃນທີ່ສຸດວ່າ ແທນທີ່ຈະລົງໂທດຜູ້ຝ່າຝືນນັ້ນ ອິນໂດເນເຊຍມີ
ຄວາມຕັ້ງໃຈຈະໃຊ້ວິທີທາງການທູດແບບງຽບໆແລະສ້າງຄວາມເຫັນພ້ອງຕ້ອງກັນ ເພື່ອ​
ເກ້​ຍກ່ອມໃຫ້ບັນດາສະມາຊິກຂອງສະມາຄົມອາຊ່ຽນ ເຄົາລົບນັບຖືສິດທິມະນຸດ.

XS
SM
MD
LG