ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດເນເຊຍ ຈັບໂຕຜູ້ຕ້ອງສົງໄສກໍ່ການຮ້າຍ ກ່ຽວກັບການວາງແຜນກໍ່ກວນການເລືອກຕັ້ງ


ແຟ້ມຮູບ-ເຈົ້າໜ້າທີ່ຕໍາຫຼວດຕິດອາວຸດ ຢືນຍາມປ້ອງກັນ ລຸນຫຼັງເຫດການລະເບີດຢູ່ທີ່ສະຖາຕໍາຫຼວດປະຈໍາເຂດ, ອີງຕາມເຈົ້າໜ້າທີ່ກ່າວວ່າ ສົງໄສວ່າເປັນການລະເບີດໂຕຕາຍ, ໃນເມືອງບານດັງ, ແຂວງຈາວາຕາເວັນຕົກ, ອິນໂດເນເຊຍ, ວັນທີ 7 ທັນວາ 2022.
ແຟ້ມຮູບ-ເຈົ້າໜ້າທີ່ຕໍາຫຼວດຕິດອາວຸດ ຢືນຍາມປ້ອງກັນ ລຸນຫຼັງເຫດການລະເບີດຢູ່ທີ່ສະຖາຕໍາຫຼວດປະຈໍາເຂດ, ອີງຕາມເຈົ້າໜ້າທີ່ກ່າວວ່າ ສົງໄສວ່າເປັນການລະເບີດໂຕຕາຍ, ໃນເມືອງບານດັງ, ແຂວງຈາວາຕາເວັນຕົກ, ອິນໂດເນເຊຍ, ວັນທີ 7 ທັນວາ 2022.

ໂຄສົກຂອງໜ່ວຍ​ງານຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ອິນ​ໂດ​ເນ​ເຊຍ ກ່າວໃນວັນອັງຄານມື້ນີ້ວ່າ ພວກເຂົາເຈົ້າໄດ້​ຈັບ​ໂຕ​ຜູ້​ຕ້ອງ​ສົງ​ໄສ​ຫົວ​ຮຸນ​ແຮງ 59 ຄົນ ​ໃນ​ນັ້ນລວມ​ມີ​ຜູ້​ຈົງ​ຮັກ​ພັກດີ​ຕໍ່​ກຸ່ມ​ລັດ​ອິສລາມ​ ຈາມາ ອັນຊາຣຸດ ດາອູລາ (Jamaah Ansharut Daulah) ຫຼື JAD ຈໍານວນນຶ່ງ ທີ່ສົງໄສວ່າ ວາງແຜນທີ່ຈະລົບກວນການເລືອກຕັ້ງ ທີ່ກໍາລັງຈະມາຮອດນີ້, ອີງຕາມລາຍງານຂອງອົງການຂ່າວ Reuters.

19 ຄົນ​ຂອງ​ພວກ​ທີ່​ຖືກ​ຈັບ​ກຸມເຫຼົ່າ​ນັ້ນ ​ແມ່ນ​ມາ​ຈາກ​ເຄືອ​ຂ່າຍ ເຈມາ ອິສລາມາຍອາ (Jemaah Islamiah) ຫຼື JI ​ທີ່​ມີ​ສາຍ​ພົວພັນ​ກັບກຸ່ມ ອາລກາອີດາ, ​ໃນ​ຂະນະ​ທີ່​ຜູ້​ຕ້ອງ​ສົງ​ໄສ 40 ຄົນ​ແມ່ນ​ມາ​ຈາກກຸ່ມ JAD, ​ເຊິ່ງໄດ້​ໃຫ້​ຄຳ​ປະຕິຍານ​ວ່າ ຈະ​ຈົງ​ຮັກ​ພັກດີ​ຕໍ່​ກຸ່ມ​ລັດ​ອິສລາມ ຫຼື IS.

ທ່ານອັສວິນ ຊີເຣກາ (Aswin Siregar), ໂຄສົກຂອງກອງບັນຊາການຕໍ່ຕ້ານການກໍ່ການຮ້າຍ Densus 88 ກ່າວວ່າ ພວກຫົວຮຸນແຮງ JAD ຖືກສົງໄສວ່າ ວາງແຜນການໂຈມຕີ ເພື່ອລົບກວນການເລືອກຕັ້ງປະທານາທິບໍດີ ແລະ ສະມາຊິກສະພາ ໃນວັນທີ 14 ກຸມພາທີ່ຈະມາເຖິງນີ້.

ທ່ານ ອັສວິນ ກ່າວຕໍ່ການຖະແຫຼງຂ່າວວ່າ "ສໍາລັບພວກເຂົາ, ການເລືອກຕັ້ງແມ່ນຜິດສິນລະທໍາ ແລະຜິດຕໍ່ກົດຫມາຍອິສລາມ."

ທ່ານກ່າວຕື່ມ ໂດຍບໍ່ໄດ້ໃຫ້ລາຍລະອຽດໃດໆເພີ່ມເຕີມກ່ຽວກັບການວາງແຜນທີ່ສົງໄສນັ້ນວ່າ "ພວກເຂົາວາງແຜນທີ່ຈະໂຈມຕີສະຖານີຕໍາຫຼວດ ໂດຍມັນກ່ຽວຂ້ອງກັບເປົ້າຫມາຍຫຼັກຂອງພວກເຂົາ ຄືການຍົກເລີກການເລືອກຕັ້ງ."

ທ່ານ ອັສວິນ ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສໄດ້​ຖືກ​ກັກ​ຂັງ​ໃນ​ການ​ປະຕິບັດ​ງານ ນັບ​ແຕ່​ວັນ​ທີ 2 ຕຸລາ ຫາ ​ວັນ​ທີ 28 ຕຸລາ ​ແລະເຈົ້າໜ້າທີ່ຕຳຫຼວດ​ຍັງ​ໄດ້​ຍຶດ​ປືນຈໍານວນນຶ່ງ ​ແລະ​ສານ​ເຄ​ມີ​ຈຳ​ເພື່ອ​ເຮັດ​ລະ​ເບີດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG