ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິນໂດເນເຊຍ ຈັບ​ກຸມ​ຜູ້ຊາຍ 5 ຄົນ ທີ່​ສົງ​ໄສວ່າ ພົວພັນ​ກັບກຸ່ມ​ລັດ​ອິສລາມ


ແຜນທີ່ອິນໂດເນເຊຍ
ແຜນທີ່ອິນໂດເນເຊຍ

ອິນ​ໂດ​ເນ​ເຊຍ​ ກ່າວ​ວ່າ ຕົນ​ໄດ້​ຈັບ​ກຸມ​ຜູ້ຊາຍ 5 ຄົນ ທີ່​ສົງ​ໄສວ່າ
ຫາລາຍໄດ້ ​ແລະເກັບ​ເກນເອົາ​ສະມາ​ຊິກ​ໃໝ່​ ໃຫ້ແກ່​ກຸ່ມ​ລັດ
​ອິສລາມ ທີ່​ຈາ​ກາ​ຕາ​ເອີ້ນ​ວ່າ ກຸ່ມ ISIS ນັ້ນ.

​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ໃນ​ວັນ​ຈັນ​ວານ​ນີ້ ຮອງ​ຜູ້​ບັນຊາ
​ການ​ຕຳຫຼວດ ນາຍ​ພົນ Badrodin Haiti ​ໄດ້​ກ່າວວ່າ ຊາຍ​ທັງ
5 ຄົນ ​ໄດ້​ຢູ່ໃນການຄວບ​ຄຸມ​ຕົວຂອງ​ຕຳຫຼວດ​ແລ້ວ ​ໃນ​ວັນ​ເສົາ
​ຜ່ານ​ມາ​ນີ້ ​ຢູ່​ໃນເຂດຊານເມືອງນະຄອນຈາ​ກາ​ຕາ.

ທ່ານໄດ້ກ່າວຕື່ມວ່າ “ພວກ​ເຮົາກຳລັງ​ຢູ່​ໃນລະຫວ່າງ​ການ​ສອບ​ສວນ​ຄະດີ, ​ແຕ່ອິງ​ຕາມ​ຂໍ້​ມູນ​ໃນ​ຂັ້ນ​ຕົ້ນ​ທີ່​ພວກ​ເຮົາ​ມີຢູ່ນັ້ນ ພວກ​ເຂົາ​ເຫຼົ່ານີ້​ແມ່ນ​ພົວພັນ​ກັບ​ເຄືອຂ່າ​ຍ​ກຸ່ມ​ລັດ​ອິສລາມ.”

ທ່ານ​ໄດ້​ກ່າວ​ເພີ້​ມຕື່ມ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ພົບ​ເຫັນ​ຫຼັກ​ຖານ​ໃນ​ເອກ​ກະສາ​ນການ​ເດີນທາງເຊັ່ນ​ໜັງສື​ຜ່ານ​ແດນ ປີ້​ເຮືອບິນ ໂທລະ​ສັບ​ມື​ຖື​ຫຼາຍໜ່ວຍ ​ແລະ​ເງິນສົດ​ທີ່​ເປັນ​ເງິນ​ສະກຸນ​ອິນ​ໂດ​ແລະ​ໂດ​ລ່າ​ສະຫະລັດ ເວລາເຈົ້າໜ້າທີ່​ໄດ້​ເຂົ້າ​ບຸກເຂົ້າໄປກວດຄົ້ນບ້ານ​ເຮືອນຂອງ​ນຶ່ງ​ໃນ​ຈຳນວນ​ພວກ​ທີ່ຕ້ອງ​ສົງ​ໄສ​ນັ້ນ.

ພວກ​ຕ້ອງ​ສົງ​ໄສຍັງ​ບໍ່​ທັນ​ໄດ້​ມີ​ໂອກາດ​ທີ່​ຈະໃຫ້ການຊີ້ແຈງໃດໆເພື່ອເປັນການ​ໂຕ້​ຕອບຢ່າງເປີດ ເຜີຍ ​ໃນ​ການ​ກ່າວ​ຫາ​ຕໍ່​ພວກ​ຕົນ​ເທື່ອ.

ອິນ​ໂດ​ເນເຊຍ​ ໄດ້ພະຍາຍາມດຳເນີນງານຢ່າງຂຸ້ນຂ້ຽວ​ເພື່ອຕໍ່ຕ້ານການເກັບເກນຂອງກຸ່ມ​ລັດ​ອິສລາມ ຊຶ່ງ​ໄດ້​ຖືກ​ຫ້າມ​ໃນ​ປີ​ກາຍ​ນີ້ ​ແຕ່​ນາຍພົນຕຳຫຼວດທ່ານນີ້ກໍກ່າວວ່າ ການເກັບ​ເກນສະມາຊິກ​ຂອງ​ກຸ່ມ​ດັ່ງກ່າວ​ ​ແມ່ນ​ໄດ້​ຂະຫຍາຍ​ອອກ​ໄປ​ໃນຫຼາຍໆ​ເຂດ​ທົ່ວ​ປະເທດ.

ຂ່າວ​ຂອງ​ການ​ຈັບ​ກຸມນີ້ ມີ​ຂຶ້ນ ​ໃນ​ຂະນະ​ທີ່​ອິນໂດເນເຊຍໄດ້​ເປີດ​ກອງ​ປະຊຸມ​ທີ່ຈາ​ກາ​ຕາ ກ່ຽວ​ກັບ​ການຂົ່ມຂູ່ຈາກກຸ່ມ​ລັດ​ອິສລາມ. ຮອງ​ປະທານ ທ່ານ Jusuf Kalla ​ໄດ້​ກ່າວ​ເປີດ​ກອງ​ປະຊຸມ ໂດຍ​ເວົ້າວ່າ ພວກຫົວຮຸນແຮງຈຸນີ້ ​ແມ່ນ​ໄດ້​ສວຍໃຊ້ບັນຫາ​ຢູ່ໃນ​ຊີ​ເຣຍ​ແລະ​ອີຣັກ.

ວີດີໂອ ພາສາລາວ: ອິນໂດເນເຊຍ ພະຍາຍາມຕໍ່ຕ້ານ ພວກກຸ່ມລັດອິສລາມ:

XS
SM
MD
LG