ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຳນວນຜູ້ເສຍຊີວິດ ຈາກການໂຈມຕີ ກໍ່ການຮ້າຍໃນ ຈາກາຕ້າ ເພີ່ມສູງຂຶ້ນ


Indonesia Vows to Counter Islamic State
please wait

No media source currently available

0:00 0:02:04 0:00

ວີດີໂອ ລາຍງານໂດຍ Steve Herman ຈາກນະຄອນຫຼວງ ຈາກາຕ້າ.

ພົນລະເຮືອນຄົນທີສາມທີ່ໄດ້ຮັບບາດເຈັບ ຈາກການໂຈມຕີກໍ່ການ ຮ້າຍໃນສັບປະດາທີ່ຜ່ານມາ ທີ່ນະຄອນຫຼວງຂອງປະເທດ ອິນໂດ ເນເຊຍ ໄດ້ເສຍຊີວິດແລ້ວ.

ໂຄສົກຕຳຫຼວດນະຄອນຫຼວງ ຈາກາຕ້າ ທ່ານ Mohammad Igbal ໃນວັນອາທິດມື້ນີ້ ໄດ້ລະບຸຜູ້ທີ່ໄດ້ຮັບເຄາະຮ້າຍຄົນຫຼ້າສຸດ ຊື່ວ່າ Rais Karna ອາຍຸ 37 ປີ ເປັນພະນັກງານທະນາຄານ, ເຊິ່ງ ລາວໄດ້ຖືກຍິງໃນເວລາທີ່ພວກຫົວຮຸນແຮງ ລັດອິສລາມ ໄດ້ໂຈມຕີ ໃສ່ຕຳຫຼວດດ້ວຍລູກລະເບີດມື, ຍິງປືນໃສ່ ແລະ ລະເບີດເປົ້າໝາຍ ອື່ນໆໃນຕົວເມືອງ.

ພວກຫົວຮຸນແຮງ ຫ້າຄົນທີ່ໄດ້ມີສ່ວນຮ່ວມໃນການໂຈມຕີແມ່ນໄດ້ຖືກຂ້າຕາຍໝົດ. ໜຶ່ງໃນຈຳ ນວນຄົນຮ້າຍທີ່ຖືກຂ້າຕາຍນັ້ນ ແມ່ນເຄີຍຖືກຈັບມາກ່ອນຍ້ອນການຄອບຄອງອາວຸດ ໃນລະ ຫວ່າງປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ຢ້ຽມຢາມປະເທດ.

ບັນດາເຈົ້າໜ້າທີ່ຕຳຫຼວດ ໃຊ້ລົດເພື່ອເປັນທີ່ກັນບັງໃນລະຫວ່າງ ການປະທະກັນກັບພວກກໍ່ການຮ້າຍ ໃນນະຄອນຫຼວງ ຈາກາຕ້າ, ອິນໂດເນເຊຍ. 14 ມັງກອນ 2016.
ບັນດາເຈົ້າໜ້າທີ່ຕຳຫຼວດ ໃຊ້ລົດເພື່ອເປັນທີ່ກັນບັງໃນລະຫວ່າງ ການປະທະກັນກັບພວກກໍ່ການຮ້າຍ ໃນນະຄອນຫຼວງ ຈາກາຕ້າ, ອິນໂດເນເຊຍ. 14 ມັງກອນ 2016.

ຫົວໜ້າຕຳຫຼວດແຫ່ງຊາດ ອິນໂດເນເຊຍ ທ່ານ Badrodin Haiti ໄດ້ກ່າວວ່າ​ 12 ຄົນທີ່ໄດ້ມີ ການເຊື່ອມຕໍ່ກັບການໂຈມຕີ ນະຄອນຫຼວງ ຈາກາຕ້າ ແມ່ນໄດ້ຖືກຈັບກຸມຈາກການກວດຄົ້ນ ທົ່ວປະເທດ ໃນວັນເສົາວານນີ້. ທ່ານ Haiti ເວົ້າວ່າ ກຸ່ມດັ່ງກ່າວໄດ້ຮັບເງິນສະໜັບສະໜູນ ຈາກແຫຼ່ງທີ່ມາກັບພວກ ລັດອິສລາມ ທີ່ບໍ່ສາມາດລະບຸຊື່ໄດ້ ເຊິ່ງພວກເຂົາເຈົ້າໄດ້ອ້າງເອົາ ຄວາມຮັບຜິດຊອບສຳລັບການໂຈມຕີຄັ້ງນີ້.

ມັນເປັນການໂຈມຕີກໍ່ການຮ້າຍທີ່ໂຫດຮ້າຍທີ່ສຸດໃນນະຄອນຫຼວງຂອງ ອິໂດເນເຊຍ, ເປັນ ເມືອງທີ່ມີປະຊາຊົນຊາວ ມຸສລິມໜາແໜ້ນທີ່ສຸດໃນປະເທດ, ຕັ້ງແຕ່ການໂຈມຕີໂຮງແຮມຕຶກ ແຝດທີ່ນະຄອນຫຼວງ ຈາກາຕ້າ ໃນປີ 2009 ທີ່ເຮັດໃຫ້ມີຄົນເສຍຊີວິດ 7 ຄົນ.

ປະເທດອື່ນໆພາຍໃນພາກພື້ນໄດ້ຟ້າວຝັ່ງ ເພີ່ມມາດຕະການຮັກສາຄວາມປອດໄພ ເພື່ອກຽມ ພ້ອມຕອບຮັບຕໍ່ສະຖານະການດັ່ງກ່າວ.

ໃນປະເທດ ມາເລເຊຍ ທີ່ຢູ່ໃກ້ຄຽງ, ຕຳຫຼວດໄດ້ກ່າວໃນວັນເສົາວານນີ້ວ່າ ພວກເຂົາເຈົ້າໄດ້ ຈັບກຸມຜູ້ຕ້ອງສົງໄສ ສະມາຊິກຂອງພວກ ລັດອິສລາມ ທີ່ໄດ້ສາລະພາບວ່າຈະວາງແຜນໂຈມ ຕີລະເບີດສະຫຼະຊີບໃນປະເທດ. ຜູ້ຕ້ອງສົງໄສ ອາຍຸ 28 ປີໄດ້ຖືກຄວບຄຸມຕົວໄວ້ທີ່ສະຖານີ ລົດໄຟໃນນະຄອນຫຼວງ ກົວກາລຳເປີ.

ບັນດາເຈົ້າໜ້າທີ່ໄດ້ກ່າວວ່າ ຜູ້ຕ້ອງສົງໄສໄດ້ມີການພົກອາວຸດ ແລະ ຫ້ອຍທຸງ ລັດອິສລາມ ຫຼາຍຄັ້ງ. ແຕ່ບໍ່ໄດ້ໃຫ້ຂໍ້ມູນເພີ່ມເຕີມກ່ຽວກັບການວາງແຜນດັ່ງກ່າວ.

Indonesia attacks
please wait
Embed

No media source currently available

0:00 0:00:41 0:00

XS
SM
MD
LG