ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອິນໂດເນເຊຍຈັບ ນັກຕໍ່ສູ້ຫົວຮຸນແຮງ ທີ່ປະເທດຕ້ອງການໂຕທີ່ສຸດ


ແຜນທີ່ອິນໂດເນເຊຍ.
ແຜນທີ່ອິນໂດເນເຊຍ.


















ທາງ​ການ​ອິນ​ໂດ​ເນ​ເຊຍ​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ​ເຂົາ​ເຈົ້າ​ໄດ້​ຈັບ​ກຸມ​ນັກຕໍ່ສູ້​ມຸສລິ​ມຫົວ​ຮຸນ​ແຮງ​ຄົນ​ນຶ່ງ ທີ່​ປະ​ເທດ​ຕ້ອງການ​ໂຕ​ທີ່​ສຸດ​ເພື່ອ​ມາ​ດໍາ​ເນີນ​ຄະດີ ທີ່​ຖືກ​ກ່າວ​ຫາ​ວ່າ ວາງ​ແຜນ​ທໍາ​ການ​ໂຈມ​ຕີ​ສະລະ​ຊີບ​ຫລາຍ​ບັ້ນ​ນັ້ນ.

ຕໍາ​ຫລວດ​ກ່າວ​ວ່າ ນາຍ Beni Asri ​ໄດ້​ຖືກ​ຈັບ​ກຸມ​ໃນ​ສັບປະດາ​ແລ້ວນີ້​ທີ່​ເມືອງ Solok ​ໃນ​ແຂວງ​ຊູ​ມາຕຣາຕາ​ເວັນ​ຕົກ​.

ນາຍ Asri ຖືກ​ສົງ​ໄສ​ວ່າ​ເປັນ​ຜູ້​ຊ່ອຍ​ເຫລືອ​ໃນ​ການວາງ​ແຜນ​ວາງ​ລະ​ເບີດ​ສະລະ​ຊີບ​ໃນ​ໂບດ​ແຫ່ງ​ນຶ່ງ​ໃນ​ເມືອງ Solo ​ແຂວງ Java ພາກ​ກາງຂອງ​ປະ​ເທດ​ໃນ​ວັນ​ທີ 25 ກັນຍາ​ຜ່ານ​ມາ​ນີ້ ທີ່ສົ່ງຜົນ​ໃຫ້​ພວກໄປ​ໂບດ​ໄດ້​ຮັບ​ບາດ​ເຈັບ 22 ຄົນ​ນັ້ນ.

ນອກ​ນີ້ ​ຜູ້ກ່ຽວ​ຍັງ​ຖືກ​ກ່າວ​ຫາວ່າ ​ເປັນ​ຜູ້​ວາງ​ແຜນ​ທໍາ​ການ​ໂຈມ​ຕີທໍານອງ​ດຽວ​ກັນ​ນີ້ ທີ່​ໂບດແຫ່ງ​ນຶ່ງຂອງຕໍາຫລວດ​ ເມື່ອ 5 ​ເດືອນ​ກ່ອນໃນ​ເມືອງ Cirebon ທີ່​ໄດ້​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ຕໍາຫລວດ 30 ຄົນ​ໄດ້​ຮັບບາດ​ເຈັບ​ນັ້ນ.

XS
SM
MD
LG