ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດເນເຊຍ ກຽມພ້ອມ ການປະຫານຊີວິດ ນັກໂທດ ຄ້າຢາເສບຕິດ 10 ຄົນ


ບັນດາເຈົ້າໜ້າທີ່ ຕຳຫຼວດ ໄດ້ຊີ້ແນະໃຫ້ລົດ ຫຸ້ມເກາະຄັນນຶ່ງ ທີ່ນຳທາງຂະບວນລົດຕ່າງທີ່ບັນຈຸ ນັກໂທດຄ້າຢາເສບຕິດຍິງ ຊາວຟີລິບປິນ ນາງ Mary Jane Veloso ຜູ້ທີ່ລໍຖ້າການປະຫານຊີວິດ ຂະນະທີ່ ອອກຈາກຄຸກ ໃນເມືອງ Yogyakarta ຂອງອິນໂດເນເສຍ ໄປຍັງ ເກາະ Nusakambangan, ວັນທີ 24 ເມສາ 2015.
ບັນດາເຈົ້າໜ້າທີ່ ຕຳຫຼວດ ໄດ້ຊີ້ແນະໃຫ້ລົດ ຫຸ້ມເກາະຄັນນຶ່ງ ທີ່ນຳທາງຂະບວນລົດຕ່າງທີ່ບັນຈຸ ນັກໂທດຄ້າຢາເສບຕິດຍິງ ຊາວຟີລິບປິນ ນາງ Mary Jane Veloso ຜູ້ທີ່ລໍຖ້າການປະຫານຊີວິດ ຂະນະທີ່ ອອກຈາກຄຸກ ໃນເມືອງ Yogyakarta ຂອງອິນໂດເນເສຍ ໄປຍັງ ເກາະ Nusakambangan, ວັນທີ 24 ເມສາ 2015.

ອິນ​ໂດ​ເນ​ເຊຍ ​ໄດ້​ຂໍ​ໃຫ້ ບັນດາ​ສະຖານທູດ​ຕ່າງປະ​ເທດ ​ສົ່ງ
​ຜູ້​ຕາງໜ້າ ​ໄປ​ຍັງ​ຄຸກ​ໃຫຍ່​ທີ່​ມີ​ລະບົບຄວາມປອດ​ໄພ​ສູງ ຢູ່​ທີ່​
ເກາະ Nusakambangan ​ໃນ​ທ້າຍອາທິດ​ນີ້ ​ເພື່ອຢ້ຽມຢາມ
​ບັນດາ​ນັກ​ໂທດ​ຄ້າ​ຢາ​ເສບ​ຕິດ ທີ່​ລໍຖ້າ​ການ​ປະຫານ​ຊີວິດ.

ຍັງ​ບໍ່​ທັນ​ຮູ້ເທື່ອ​ວ່າ ​ເວລາ​ໃດ ພວກນັກ​ໂທດ​ຕ່າງ​ປະ​ເທດ 9 ຄົນ
​ແລະ ຄົນ​ອິນ​ໂດ​ເນ​ເຊຍ​ຜູ້​ນຶ່ງ ຈະຖືກຍິງເປົ້າ ​ແຕ່ຫາກ​ວ່າ
Jakarta ຍັງ​ບໍ່​ໄດ້​ອອກ​ແຈ້ງ​ການ​ພາຍ​ໃນ 72 ​ຊົ່ວ​ໂມງ​ເທື່ອ
ສຳ​ຫລັບ ການ​ປະຫານ​ຊີວິດ ທີ່​ໄດ້​ກຳນົດໄວ້​ໃນ​ກົດໝາຍ.

ລວມຢູ່​ໃນ​ບັນດາ​ຜູ້​ກະທຳ​ຄວາມ​ຜິດ​ໃນ​ດ້ານ​ຢາ​ເສບ​ຕິດ ​ແມ່ນ​ມີ​ຊາວ​ຕ່າງ​ປະ​ເທດ ຈາກ ອອສ​ເຕຣ​ເລຍ ບຣາຊີ​ລ ຝຣັ່ງ ​ແລະ ​ໄນ​ຈີ​ເຣຍ.

ການເອົາທ່າ​ທີແບບແຂງກະດ້າງ ຂອງອິນ​ໂດ​ເນ​ເຊຍ ກ່ຽວ​ກັບ​ໂທດ​ປະຫານ​ຊີວິດ​ ທີ່​ຈຳເປັນ ສຳ​ຫລັບພວກ​ຄ້າ​ຢາ​ເສບ​ຕິດນັ້ນ ​ໄດ້​ເຮັດ​ໃຫ້ສາຍ​ສຳພັນ ກັບ​ບັນດາ​ປະ​ເທດເຫຼົ່ານັ້ນ ​ເຄັ່ງ​ຕຶງ​.

ປະທານາທິບໍດີ ອິ​ໂດ​ເນ​ເຊຍ ທ່ານ Joko Widodo ຜູ້​ທີ່​ໄດ້ເຂົ້າ​ດຳລົງ​ຕຳ​ແໜ່​ງ ​ໃນ​ເດືອນ​
ຕຸລາ​ປີ​ກາຍ​ນີ້ ​ໄດ້​ເປັນ​ຜູ້​ສະໜັບສະໜຸນ ຢ່າງແຂງຂັນ​ຕໍ່​ການ​ປະຫານ​ຊີວິດ ​ພວກ​ທີ່​ມີຄວາມ​ ຜິດຖານ​ຄ້າ​ຢາ​ເສບ​ຕິດ ​ໂດຍ​ກ່າວ​ວ່າ ປະ​ເທດ​ພວມ​ປະ​ເຊີນ​ກັບ​ໄພ​ສຸກ​ເສີນ ​ກ່ຽວ​ກັບຢາ​ເສບ​ຕິດ.

​ໃນ​ເດືອນ​ມັງກອນ​ຜ່ານ​ມາ ປະ​ເທດ​ອິນ​ໂດ​ເນ​ເຊຍ ​ໄດ້​ປະຫານ​ຊີວິດ ນັກ​ໂທດຄ້າ​ຢາ​ເສບ​ຕິດ​ໄປ​ແລ້ວ 6 ຄົນ.

Indonesia Executions
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG