ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອຸບັດຕິເຫດເຮືອບິນຕົກ ທີ່ອິນໂດເນເຊຍ


ອຸບັດຕິເຫດເຮືອບິນຕົກ ທີ່ປະເທດອິນໂດເນເຊຍ
ອຸບັດຕິເຫດເຮືອບິນຕົກ ທີ່ປະເທດອິນໂດເນເຊຍ

ເຈົ້າໜ້າທີ່ອິນໂດເນເຊຍກ່າວວ່າ ເຮືອບິນນ້ອຍລຳນຶ່ງທີ່ບັນທຸກຜູ້ໂດຍສານ 18 ຄົນໄດ້ປະສົບ
ອຸບັດຕິເຫດຕົກໃນເຂດພູຜາແຫ່ງນຶ່ງທີ່ເກາະສຸມາຕຣາ.

ເຮືອບິນ CASA 212 ທີ່ສ້າງໂດຍສະເປນ ໄດ້ບິນຂຶ້ນ ຈາກພາກເໜືອຂອງເກາະສຸມາຕຣາ
ເພື່ອເດີນທາງໃນໄລຍະໃກ້ໆໄປຍັງແຂວງອາເຈທີ່ຕັ້ງຢູ່ໃກ້ຄຽງ ເວລາເຮືອບິນລຳນີ້ຂາດການ ຕິດຕໍ່ກັບຫໍຄວບຄຸມອາກາດສະຍານ. ພວກເຈົ້າໜ້າທີ່ເວົ້າວ່າເຮືອບິນດັ່ງກ່າວໄດ້ສົ່ງສັນຍານ
ຂໍການຊ່ອຍເຫຼືອສຸກເສີນບໍ່ດົນກ່ອນທີ່ຈະຕົກ.

ທາງການອິນໂດເນເຊຍ ພວມສົ່ງຄະນະກູ້ໄພແລະຊອກຄົ້ນຫາ ໄປຍັງບໍລິເວນທີ່ເກີດອຸບັດ
ຕິເຫດແລ້ວ.

ໝູ່ເກາະອິນໂດເນເຊຍທີ່ຍາວຢຽດແລະກວ້າງໃຫຍ່ ໄດ້ປະສົບກັບອຸບັດຕິເຫດທາງອາກາດ
ແລະທາງທະເລຫລາຍໆ​ຄັ້ງ ໃນໄລຍະບໍ່ເທົ່າໃດປີຜ່ານມານີ້ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນໄດ້ມີ ການຖິ້ມໂທດໃສ່ມາດຕະຖານດ້ານຄວາມປອດໄພທີ່ບໍ່ໄດ້ລະດັບ

XS
SM
MD
LG