ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄຳຖາມກ່ຽວກັບ ອົບພະຍົບ ໃນອິນໂດເນເຊຍ ກະທົບ ຕໍ່ການຢ້ຽມຢາມ ຂອງອັຟການິສຖານ

ປະທານາທິບໍດີ ອັຟການິສຖານ ທ່ານ Mohammad Ashraf Ghani (ຂວາ), ຄຽງຂ້າງໂດຍ ປະທານາທິບໍດີ ອິນໂດເນເຊຍ ທ່ານ Joko Widodo, ກວດ ກອງກຽດຕິຍົດ ໃນລະຫວ່າງ ພິທີການຕ້ອນຮັບ ຢູ່ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ Jakarta ຂອງອິນໂດເນເຊຍ, ວັນທີ 5 ເມສາ 2017.

ການເດີນທາງຢ້ຽມຢາມ ອິນໂດເນເຊຍ ຄັ້ງປະຫວັດສາດ ​ເປັນ​ເວລາ 2 ມື້ ຂອງ
ປະທານາທິບໍດີ ອັຟການິສຖານ ທ່ານ Ashraf Ghani ໂດຍສ່ວນໃຫຍ່ແລ້ວ ແມ່ນໄດ້
ເພັ່ງເລັງໃສ່ເລື່ອງ ການພົວພັນດ້ານເສດຖະກິດ ລະຫວ່າງສອງປະເທດ ປະຊາທິປະໄຕ
ທີ່ຍັງເຍົາໄວຢູ່.

ປະທານາທິບໍດີ Joko “Jokowi” Widodo ໄດ້ສັນຍາວ່າ ຈະສ້າງໂຮງໝໍໃຫຍ່ຫລັງນຶ່ງ
ແລະ ສູນສາສະໜາ ອິສລາມ ຢູ່ໃນອັຟການິສຖານ ນອກເໜືອຈາກການລົງນາມ ໃນຂໍ້ຕົກລົງຫຼາຍສະບັບ ເພື່ອການຮ່ວມມືເພີ່ມຕື່ມ.

ຜູ້ນຳທັງສອງ ຍັງໄດ້ປຶກສາຫາລື ກ່ຽວກັບ​ການ​ເຮັດ​ວຽກຮ່ວມກັນ ໃນເລື່ອງການຕໍ່ຕ້ານລັດທິທີ່ຕ້ອງການໃຫ້ມີການປ່ຽນແປງ ແລະ ລັດທິຫົວຮຸນແຮງຈັດ.

ແຕ່ປາກົດວ່າ ບໍ່ມີການກ່າວເຖິງ ຊາວອັຟການິຖານ ອົບພະຍົບ ແລະ ພວກທີ່ຂໍລີ້ໄພ ຢູ່ໃນອິນໂດເນເຊຍ ເກືອບ 8,000 ຄົນ ເລີຍ.

ຊາວອັຟການິຖານ ໂດຍສະເພາະ ພວກຊົນເຜົ່າ Hazara ເປັນກຸ່ມທີ່ຖືກປະຫັດປະຫານ ຊຶ່ງຄິດກັນວ່າ ມີເຊື້ອສາຍມາຈາກ ມົງໂກເລຍ ຫຼື ເຂດເອເຊຍກາງ ທີ່ ມີປະມານເຄິ່ງນຶ່ງ ຂອງຈຳນວນພວກອົບພະຍົບ ແລະ ພວກທີ່ຂໍລີ້ໄພ ຢູ່ໃນອິນໂດເນເຊຍ ທັງໝົດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG