ຕໍາຫລວດອິນໂດເນເຊຍ ກ່າວວ່າ ເຂົາເຈົ້າໄດ້ຈັບກຸມ ນາຍ Abu BakarBashir ນັກ
ບວດມຸສລິມຫົວຮຸນແຮງ ໃນຂໍ້ຫາມີສ່ວນພົວພັນ ກັບເຄືອຂ່າຍກໍ່ການຮ້າຍ ຫົວຮຸນແຮງ
ກຸ່ມໃໝ່. ໂຄສົກກົມຕໍາຫລວດແຫ່ງຊາດ ທ່ານ Edward Aritonangກ່າວວ່າ ນາຍ
Bashir ໄດ້ພົວພັນນໍາການເຝິກອົບຮົມ ຄັດເລືອກເອົາຜູ້ນໍາວາງແຜນກໍ່ການຮ້າຍແລະ
ຫາທຶນຮອນໃຫ້ກຸ່ມal-Qaida ໃນແຂວງ ອາເຈ ຊຶ່ງເປັນກຸ່ມກໍ່ການຮ້າຍທີ່ຫາກໍຈັດຕັ້ງຂຶ້ນ
ມາໃໝ່ໆ ໂດຍພວກສະມາຊິກທີ່ບໍ່ພໍໃຈຂອງກຸ່ມ Jemaah Islamiyah ທີ່ເປັນຜູ້ຮັບຜິດ
ຊອບການວາງລະເບີດໂຈມຕີໃນປີ 2002 ທີ່ເກາະຕາກອາກາດບາຫລີຂອງອິນໂດເນເຊຍ
ທີ່ໄດ້ເຮັດໃຫ້ປະຊາຊົນເສຍຊີວິດໄປ 202 ຄົນນັ້ນ.
ເຈົ້າໜ້າທີ່ກ່າວວ່າ ນາຍ Bashir ໄດ້ຖືກຈັບກຸມໃນເຊົ້າວັນຈັນມື້ນີ້ ທີ່ເມືອງ Ciamis
ໃນແຂວງ Java ຕາເວັນຕົກ ແລະຜູ້ກ່ຽວໄດ້ຖືກນໍາໄປຍັງນະຄອນຫລວງ Jakarta
ເພື່ອສອບປາກຄໍາ. ນາຍ Bashir ເຄີຍໄດ້ຖືກຈັບມາແລ້ວ 2 ຄັ້ງໃນຂໍ້ຫາມີສ່ວນພົວພັນ
ກັບກຸ່ມກໍ່ການຮ້າຍ.