ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີອິນໂດເນເຊຍ ສັ່ງໃຫ້ຕາມລ່າ ແລະຈັບກຸມຄົນຮ້າຍ


ປະທານາທິບໍດີຊູຊີໂລບໍາບັງ ຢຸດໂທໂຢໂນະ ແຫ່ງອິນໂດເນເຊຍ
ປະທານາທິບໍດີຊູຊີໂລບໍາບັງ ຢຸດໂທໂຢໂນະ ແຫ່ງອິນໂດເນເຊຍ

ປະທານາທິບໍດີ ຊູຊີ​ໂລ​ບໍາ​ບັງ ຢຸດ​ໂທ​ໂຢ​ໂນະ ​ໄດ້ສັ່ງ​ໃຫ້​ຕໍາຫລວດ​ຕາມ​ລ່າແລະ​ຈັບ​ກຸມ​ພວກ​ຄົນ​ຮ້າຍ​ ທີ່​ທໍາ​ການ​ໂຈມ​ຕີຊາວ​ຄຣິສຕ໌ 2 ຄົນ​ ທີ່​ກໍາລັງ​ມຸ້ງ​ໜ້າ​ໄປ​ຮ່ວມ​ໃນ​ພິທີ​ທາງ​ ສາ​ສະໜາ ​ໂດຍເອົາ​ມີດ​ແທງ​ຄົນ​ນຶ່ງ​ແລະ​ທຸບ​ຕີ​ອີກ​ຄົນ​ນຶ່ງ​ນັ້ນ.

ພວກ​ຄົນ​ຮ້າຍ​ທີ່​ບໍ່​ຮູ້​ວ່າ​ແມ່ນ​ໃຜ ​ໄດ້​ເອົາ​ມີດ​ແທງ​ຜູ້​ເຊື່ອ​ຖື​ສາສະໜາ​ຄຣິສຄົນ​ນຶ່ງ ​ແລະຕີ​ຫົວ​ຜູ້​ສອນ​ສາສະໜາ​ດ້ວຍ​ໄມ້​ແປ້ນ​ແຜ່ນ​ນຶ່ງ ​ໃນ​ຂະນະ

ທ່ີ​ບຸກຄົນ​ທັງ​ສອງ​ກໍາລັງ​ມຸ້ງ​ໜ້າ​ໄປ​ຮ່ວມ​ພິທີ​ທາງ​ສາສະໜາ​ໃນ​ວັນ​ອາທິດວານ​ນີ້ ​ແຕ່​ປາກົດ​ວ່າ​ບາດ​ແຜ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ນັ້ນ ​ບໍ່​ເປັນ​ອັນຕະລາຍ​ເຖິງ​ຕາຍ.

ຄວາມ​ສໍາພັນ​ລະຫວ່າງ​ພວກ​ສະມາຊິກ​ຂອງ​ສາສະໜາ​ຄຣິສ ​ນິກາຍ protestant ​ແລະ​ພວກ​ກຸ່ມ​ມຸສລິ​ມ​ໃນ​ຄຸ້ມ​ Bekasi ໃນ​ເຂດ​ຊານ​ເມືອງຂອງ​ກຸງ Jakarta ​ໄດ້​ຕົກ​ຢູ່​ໃນ​ສະພາບ​ເຄັ່ງ​ຕຶງ​ມາ​ໄດ້ຫລາຍ​ ເດືອນແລ້ວ.

ນັບ​ແຕ່​ລັດຖະບານ​ທ້ອງ​ຖິ່ນ​ປະຕິ​ເສດບໍ່​ອະນຸຍາດໃຫ້​ຊາວ​ຄຣິສຕ໌ກໍ່ສ້າງ​ໂບດ​ແຫ່ງ​ນຶ່ງ​ຂຶ້ນໃນ​ທີ່​ ດິນ​ຕອນ​ນຶ່ງ​ທີ່​ເປົ່າ​ຫວ່າງຂອງ​ເຂົາ​ເຈົ້າ​ນັ້ນ ພວກຜູ້​ນໍາ​ໂບດ​ກໍໄດ້​ພາກັນ​ທໍາ​ພິທີ​ທາງ​ສາສະ​ໜາ​ ຢູ່​ກາງ​ແຈ້ງໃນ​ບໍລິ​ເວນທີ່ດິນຂອງ​ເຂົາ​ເຈົ້າ ​ແລະ​ພວກ​ກຸ່ມ​ມຸສລິ​ມກໍ​ໄດ້​ທໍາ​ການ​ປະ​ທ້ວງທຸກໆ​ອາທິດ​ມາເປັນ​ປະ​ຈໍາ ເພື່ອ​ລົບ​ກວນ​ການ​ປະກອບ​ສາສະໜາ​ກິດ​ຂອງ​ຊາວ​ຄຣິສຕ໌​ນັ້ນ.

XS
SM
MD
LG