ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນໂດເນເຊຍ ຈະ​ອວນເອົາ ນັກບວດມຸສລິມ ມາຊ່ວຍ ໃນການ​ປຸກລະດົມຮັກສາ​ປ່າ​ໄມ້


ການ​ລັກລອບ​ຕັດ​ໄມ້​ເຖື່ອນ
ການ​ລັກລອບ​ຕັດ​ໄມ້​ເຖື່ອນ

ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ​ຕົນ​ຈະຮັບ​ສະໝັກ​ນັກ​ສອນ​ສາສະໜາຊາວ​ມຸສລິ​ມຈໍ​ານວນ 5,000 ຄົນ ເພື່ອ​ຊ່ວຍ​ໃນ​ການ​ປຸກລະດົມ​ເພື່ອ​ຮັກສາ​ປ່າ​ໄມ້.

ໜັງສືພິມ​ Jakarta Post ລາຍ​ງານ​ຂ່າວໃນ​ວັນ​ອາທິດວານ​ນີ້​ວ່າ ພວກນັກ​ສອນ​ສາສະໜາ
ຈະ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ແລະ​ເງິນ​ເດືອນ​ ປະມານ 240 ​ໂດ​ລ່າເພື່ອ ​ໃຫ້​ໄປ​ເວົ້າ​ລົມ​ກັບ
ປະຊາຊົນ ກ່ຽວ​ກັບຄວາມ​ຜິດ​ກົດໝາຍ​ໃນການ​ຕັດ​ໄມ້ເຖື່ອ​ນ​ແລະ​ການ​ເຜົາ​ປ່າ​ນັ້ນ. ໜັງສື
ພິມຍັງ​ກ່າວ​ອີກວ່າ ​ໂຄງການ​ນີ້​ຈະ​ເລີ່​ມ​ຂຶ້ນໃນ​ທ້າ​ຍ ປີນີ້ ຈົນ​ເຖິງ​ທ້າຍປີ 2012.

ລັດຖະມົນຕີກະຊວງ​ປ່າ​ໄມ້ ​ທ່ານ Zulkifli Hasan ​ໄດ້​ກ່າວ​ເຖິງ​ບັນຫາ​ນີ້ໃນ​ວັນ​ອາທິດ​ວານ​ນີ້ ໃນ​ກອງ​ປະ​ຊຸມ​ລະດັບ​ຊາດ​ຂອງ​ກຸ່ມ ​Muhammadiyah ຊຶ່ງ​ເປັນ​ອົງການມຸສລິ​ມທີ່​ໃຫຍ່​ທີ່​ສອງ​ຂອງ​ປະ​ເທດ. ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ພວກບັນດິດ ຊາວມຸສລິ​ມ ສະໜັບ​ສະ​ໜຸນຄວາມ​ພະຍາຍາມຂອງ​ລັດຖະບານ​ໃນ​ການຮັກສາ​ປ່າ​ໄມ້​ໄວ້ ​ແລະ​ປູກ​ປ່າ​ໃໝ່​ນັ້ນ.

ລັດຖະບານ​ອິນ​ໂດ​ເນ​ເຊຍ ​ໄດ້​ພະຍາຍາມຕໍ່ສູ້​ຕ້ານ​ການ​ທໍາລາຍປ່າ​ມາ​ເປັນ​ເວລາ​ຫລາຍ​ປີ​ແລ້ວ ​ແຕ່​ກໍໄດ້​ຮັບ​ຜົນ​ສໍາ​ເລັດ​ໜ້ອຍ​ຫລາຍ.

XS
SM
MD
LG