ອິນໂດເນເຊຍ ແມ່ນມີກຳນົດທີ່ຈະເຄື່ອນເຂົ້າສູ່ລະດັບແຖວໜ້າຂອງປະເທດ ຕ່າງໆໃນ
ການຄົ້ນຫາວັກຊິນ ຕ້ານໂຄໂຣນາໄວຣັສອາທິດໜ້ານີ້ ດ້ວຍການເລີ້ມການທົດລອງ
ທາງ ຄລີນິກ ຂັ້ນທີສາມ ໃນເມືອງ ບັນດຸງ, ແຂວງ ຈາວາຕາເວັນຕົກ.
ຕົວຢ່າງຢາວັກຊີນທົດລອງປະມານ 2,400 ອັນໄດ້ຖືກສົ່ງຈາກປະເທດຈີນ ໄປຫາ
ບັນດຸງ ເພື່ອທຳການທົດລອງ ຊຶ່ງຈະເລີ້ມຂຶ້ນໃນວັນທີ 3 ສິງຫາ ຈະມາເຖິງນີ້. ວັກຊິນ
ທີ່ພັດທະນາໂດຍ ບໍລິສັດເພສັດຊະກຳຈີນ Sinovac Biotech ຊຶ່ງເປັນນຶ່ງໃນຈຳ
ນວນຫ້າຈາກ 166 ບໍລິສັດທີ່ເຂົ້າແຂ່ງຂັນນັ້ນ ໄດ້ກ້າວໄປເຖິງ ຂັ້ນທີ່ກ້າວໜ້າຂອງ
ການທົດລອງດັ່ງກ່າວແລ້ວ.
ບໍລິສັດນຶ່ງຂອງອາເມຣິກັນ ທີ່ເຂົ້າຮ່ວມໃນແຂ່ງຂັນເພື່ອຢາກວັກຊິນ, ເຊິ່ງຖືກ ພັດທະ
ນາໂດຍບໍລິສັດ Moderna, ແມ່ນໄດ້ເຂົ້າສູ່ການທົດລອງຂັ້ນທີ 3 ໃນສະຫະລັດ ແລ້ວ
ໃນວັນຈັນວານນີ້.
ການທົດລອງຂັ້ນທີສາມປະກອບມີການສັກຢາໃຫ້ແກ່ອາສາສະໝັກຫຼາຍພັນຄົນເພື່ອ
ເບິ່ງວ່າຈະມີຈັກຄົນຕິດແປດເຊື້ອ, ປຽບທຽບໃສ່ກັບຄົນທີ່ໄດ້ຮັບຢາທີ່ບໍ່ມີລິດ ທາງຢາ.
ລັດຖະມົນຕີຕ່າງປະເທດອິນໂດເນເຂຍ ທ່ານ ເຣັດໂນ ມາຊູດີ ໄດ້ປະກາດແຜນການ
ບັນດຸງ ຜ່ານທາງຄອມພິວເຕີຕໍ່ກອງປະຊຸມນັກຂ່າວອາທິດແລ້ວນີ້ວ່າໂຄງການນີ້ຊີ້ນຳ
ໂດຍກົງໃນ ອິນໂດເນເຊຍ ໂດຍບໍລິສັດການຢາທີ່ເປັນເຈົ້າຂອງ ໂດຍລັດຖະບານຊື່ວ່າ
Bio Farma.
ຜູ້ບໍລິຫານໃຫຍ່ຂອງ ບໍລິສັດ ທ່ານນາງ ໂຮເນສຕີ ບາສເຢີ ກ່າວວ່າການທົດລອງຢູ່ໃນ
ຫ້ອງທົດລອງມີກຳນົດທີ່ຈະດຳ ເນີນໄປຫົກເດືອນ ແລະ ຈະແລ້ວສຳເລັດໃນເດືອນ
ມັງກອນປີ 2021.
ທ່ານນາງກ່າວວ່າ Bio Farma ຄາດວ່າຈະແຈກຢາຍຢາວັກຊີນ 40 ລ້ານອັນຕໍ່ປີ ໄວ
ເທົ່າທີ່ລັດຖະບານອະນຸຍາດໃຫ້ເຂົາເຈົ້າໃຊ້ຢ່າງກວ້າງຂວາງ ແລະ ມີແຜນທີ່ຈະຂະ
ຫຍາຍການແຈກຢາບອອກໄປ 250 ລ້ານອັນ ຕໍ່ປີ.