“Indigo Threads” ອີນດີໂກ ແທຣດສ໌ ຫລື ເສັ້ນຝ້າຍສີຟ້າສີຄາມ ມີຄວາມໝາຍເຖິງສິນ
ລະປະພຶ້ນເມຶອງລາວ ຊື່ງເປັນຜະລິດຕະພັນສີໄມ້ລາຍມືຂອງສັດຕີລາວ ຜູ້ມີຄວາມພາກ
ພ່ຽນອົດທົນຍ້ອມເສັ້ນຝ້າຍ ໃຫ້ມີສີສັນອັນງົດງາມ ແລ້ວນໍາມາຕໍ່າໃຫ້ເປັນແຜ່ນແພອັນ
ລະອຽດອ່ອນມີລວດລາຍທິ່ເປັນເອກກະລັກຂອງຕົນເອງ ອັນເປັນມະໂນພາບທີ່ລະບາຍ
ອອກມາຈາກຈິດໃຈອັນບໍລິສຸດຂອງສະຕິລາວ ແລະນັ້ນກໍແມ່ນແນວຄິດທີ່ນໍາໄປສູ່ຊື່ຂອງ
ອົງການ "Indigo Threads" ທີ່ເປັນອົງການເອກກະຊົນຊ່ວຍເຫລືອດ້ານມະນຸດສະທໍາ
ທີ່ບໍ່ສ້າງຜົນກໍາໄລ ຕັ້ງຂື້ນມາຢ່າງເປັນທາງການໃນປີ 2005 ໂດຍສະຕິອາເມຣິກັນທີ່ມີຊື່
ວ່າ Mary D. Meyer.
ອົງການ Indigo Threads
ຕັ້ງຢູ່ລັດຄາລີຟໍເນຍ ມີໃບອະ
ນຸຍາດຍົກເວັ້ນການເສຍພາສີ
ຈາກຣັຖບານສະຫະລັດ ຢ່າງ
ຖືກຕ້ອງ. ທ່ານນາງ Meyer
ເປັນຜູ້ກໍາກັບຫ້ອງການທັງໝົດ
ມີທີ່ປຶກສາສອງຄົນແລະມີແຕ່
ພຽງທ່ານນາງຄົນດຽວເທົ່ານັ້ນ
ທີ່ເຮັດວຽກຢູ່ໃນເມືອງລາວ.
ໂຄງການ Indigo Threds
ມີງົບປະມານໜ້ອຍທີ່ສຸດ
ເພາະວ່າ ມັນແມ່ນເງີນເບ້ຍ
ບໍານານສ່ວນຕົວຂອງທ່ານ
ນາງ Meyer ພ້ອມດ້ວຍ
ເງິນບໍລິຈາກຂອງໝູ່ເພື່ອນ
ແລະຍາດຕິພີ່ນ້ອງມາຊ່ວຍ
ອຸປະຖໍາໂຄງການດັ່ງກ່າວ. ທ່ານນາງ Mary D. Meyer ເກີດຢູ່ເມືອງ Deluce ລັດ
Minnesota ພາກກາງ ຂອງສະຫະລັດອາເມຣິກາ. ຫລັງຈາກໄດ້ເຮັດວຽກດ້ານທ່ອງ
ທ່ຽວມາເປັນເວລານານ ທ່ານນາງ ແມຣີ ໄດ້ລາອອກມາກີນເບ້ຍບໍານານ ແລະຖືໂອ
ກາດເດີນທາງໄປຢ້ຽມຢາມພາກພື້ນອາຊີ ໂດຍສະເພາະເມືອງລາວແຕ່ກ່ອນໜ້ານັ້ນ
ທ່ານເຄີຍໄດ້ໄປຢ້ຽມຢາມຫລາຍໆທະວີບ ໃນໂລກມາແລ້ວ.
ລະຫວ່າງປີ 2000-2005 ທ່ານນາງ
Meyer ໄດ້ເດີນທາງໄປທ່ຽວທັດສະນາ
ຈອນໃນພາກເໜືອຂອງລາວຫລາຍຄັ້ງ
ແລະຄັ້ງທີ່ສີ່ ກໍໄດ້ຜະຈົນໄພໄປຢ້ຽມຢາມ
ພາກໃຕ້ໃນເຂດເມືອງປາກເຊ. ຊຶ່ງເມື່ອ
ໄດ້ໄປເຫັນແລ້ວ ທ່ານນາງ Meyer ກໍ
ເກີດມີຄວາມຫລົງໄຫລຮັກເມືອງລາວ,
ຮັກຄົນລາວ ແລະເຫັນວ່າຄົນລາວມີ
ຄວາມຕ້ອງການໆຊ່ວຍເຫລືອຢ່າງໃຫ່ຍ
ຫລວງ. ແທນທີ່ວ່າ ທ່ານນາງ Meyer
ຈະດໍາເນີນສະແຫວງຫາການຊອກຫາຄວາມສຸກໃຫ້ແກ່ຕົວເອງ ທ່ານກັບຕັດສີນໃຈທັນທີ
ເລີຍວ່າ ແຫ່ງນີ້ລະເປັນບ່ອນທີ່ທ່ານນາງຈະມາໃຊ້ຊີວິດບັ້ນປາຍ ໂດຍອາໃສເງິນເບັ້ຍບໍາ
ນານ ແລະຊັບສີນຂອງຕົນເອງ ໃຫ້ການຊ່ວຍເຫລືອແກ່ປະຊາຊົນລາວທີ່ຢູ່ຫ່າງໄກ ແລະ
ໂດດດ່ຽວ. ນັບຕັ້ງແຕ່ໄດ້ເປີດໂຄງການນີ້ມາ ທ່ານນາງ Meyer ໄດ້ໃຊ້ເວລາຢູ່ເມືອງລາວ
ສິບເດືອນເຄິ່ງໃນແຕ່ລະປີ ເພື່ອເຮັດວຽກຊ່ວຍເຫລືອຂອງເພີ່ນຢູ່ທີ່ນັ້ນ ທ່ານນາງ Meyer
ຈະກັບຄືນມາບ້ານກໍໃນຍາມລະດູຮ້ອນເພື່ອກວດເບິ່ງຜົນງານທີ່ໄດ້ປະຕິບັດມາ ພ້ອມທັງຖື
ໂອກາດຊອກຫາທືນເພື່ອຕື່ມອີກ ເພື່ອນໍາໄປດໍາເນີນກິດຈະການຢູ່ໃນເມືອງລາວຕໍ່ໄປ ທ່ານ
ນາງ Meyer ກ່າວກ່ຽວກັບໂຄງການຂອງທ່ານນາງວ່າ:
“ຂ້ອຍເຮັດວຽກຫ້າໂຄງການ
ໃນແຕ່ລະປິ ເຊັ່ນວ່າ ປູງແຕ່ງ
ອາຫານກາງເວັນ ຢູ່ທີ່ເມືອງ
ປາກເຊ ແລ້ວເອົາໄປສົ່ງໃຫ້
ເດັກນ້ອຍນັກຮຽນຢູ່ໂຮງຮຽນ
ຕ່າງໆຕາມຊົນນະບົດ, ຊຶ່ງປີ
2011 ນີ້ພວກເຮົາໄດ້ແຕ່ງ
ອາຫານເວັນ 2800 ຊຸດຕໍ່
ອາທິດ ເອົາໄປແຈກໃຫ້ຫ້າ
ໂຮງຮຽນ ແລະພວກຊາວ
ບ້ານໃນເຂດອ້ອມແອ້ມ ແລ້ວ
ກໍມີໂຄງການອ່ານແລະຮຽນ
ຮູ້ແບບອື່ນໆໄປພ້ອມ ຢູ່ໂຮງ
ຮຽນທຸກໆວັນສຸກ ໂດຍໃຫ້
ເດັກນ້ອຍນໍາປື້ມອ່ານຂອງ
ໃຜລາວມາອ່ານ ຖ້າວ່າມີ
ພ້ອມດ້ວຍອຸບປະກອນຂອງຕົນເອງ. ນອກນັ້ນ ກໍມີໂຄງການສຸຂະພາບນັກຮຽນ ທີ່
ພວກເຮົາຈ້າງທ່ານໝໍ ແລະນາງພະຍາບານມາຈາກໂຮງໝໍ ເພື່ອມາກວດຮ່າງກາຍ
ເດັກນ້ອຍ. ພວກເຮົາຍັງແນະນໍາ ແລະສະເໜີອາຫານທີ່ມີຄູນປະໂຫຍດທາງໂພສະນາ
ການ ແລະມີຮ້ານຂາຢາທ້ອງຖິ່ນຮ້ານນຶ່ງໄດ້ບໍຣິຈາກຢາວິຕາມີນໃຫ້ເດັກນ້ອຍ ແລະ
ແຈກຂອງຂວັນເລັກໆນ້ອຍໆທີ່ກ່ຽວກັບສຸຂະພາບອານາໄມ. ພວກເຮົາຍັງສະໜອງ
ອຸບປະກອນການຮຽນ ແລະແມ່ນແຕ່ລົດຖິບໃຫ້ໂຮງຮຽນ ແລະນາຍຄູນໍາ ແລະກໍມີ
ທຶນໃຫ້ນັກຮຽນຝຶກຫັດຄູຢູ່ເຈັດທືນ ເພື່ອໄປຮຽນທີ່ວິທະຍາໄລສ້າງຄູທີ່ປາກເຊ. ມີ
ນັກຮຽນສີ່ຄົນຮຽນຈົບໄປແລ້ວ ແລະໄດ້ສອນຢູ່ຕາມໂຮງຮຽນຊົນນະບົດ. ນອກນັ້ນ
ພວກເຮົາຍັງໄດ້ຊ່ວຍເຫລືອຫລາຍໆໝູ່ບ້ານທີ່ປະສົບບັນຫາຕ່າງໆເປັນຕົ້ນວ່າຫລັງ
ຄາເຮືອນຊາວບ້ານຮົ່ວ ເຂົາເຈົ້າຕ້ອງການຢາແກ້ໄຂ້ມາລາເຣຍບໍ ຄວາມຕ້ອງການນັ້ນ
ແມ່ນຫລວງຫລາຍ ແຕ່ເງິນທຶນນັ້ນຊໍ້າພັດໜ້ອຍ. ແຕ່ມັນກໍຍາກ ທີ່ຈະນັ່ງເບິ່ງຢູ່ລ້າໆ
ໂດຍບໍ່ຊ່ວຍ ບໍ່ເຮັດຫຍັງເລີຍ."
ສໍາລັບໂຄງການກວດສຸກຂະພາບນັ້ນ ທ່ານນາງ Mary ໄດ້ດໍາເນີນມາເປັນປີທີ່ 4 ນີ້ແລ້ວ
ຊຶ່ງໄດ້ຈັດຂື້ນເປັນເວລາ 7 ວັນ ໃນເດືອນກຸມພາຜ່ານມາ ດ້ວຍການຮ່ວມມືກັບພະແນກ
ສຶກສາແລະສາທາລະນະສຸກຂອງເມືອງປະທຸມພອນ ແລະຮ້ານຂາຍຢາຮ້ານນຶ່ງທີ່ສະໜອງ
ວິຕາມີນໃຫ້ສໍາລັບໂຄງການນີ້ ທີ່ໃຫ້ການຊ່ວຍເຫລືອແກ່ໂຮງຮຽນປະຖົມ 9 ແຫ່ງໃນເຂດ
ຊົນນະບົດສອກຫລີກ ຊຶ່ງສ່ວນໃຫຍ່ແມ່ນໂຮງຮຽນຊົນເຜົ່າ ທີ່ຖືກກະທົບໂດຍພະຍາດຂີ້
ທູດ. ທ່ານນາງອະທິບາຍຕຶ່ມວ່າ:
“ມີສາມໝູ່ບ້ານເປັນຂີ້ທູດ ແຕ່ກໍບໍ່
ໄດ້ໝາຍຄວາມວ່າ ທຸກໆຄົນຢູ່ໃນ
ບ້ານເປັນຂີ້ທູດໝົດ ແຕ່ຍ້ອນວ່າມີ
ຄົນເປັນຂີ້ທູດ ຫລາຍໆຄົນຈື່ງບໍ່
ຢາກເຂົ້າໄປໃນໝູ່ບ້ານເຫລົ່ານັ້ນ
ເພາະສະນັ້ນ ຂ້າພະເຈົ້າຕ້ອງໄດ້
ຈ້າງນາຍໝໍ ແລະນາງພະຍາບານ
ຈາກພະແນກສາທາລະນະສຸກ
ແຂວງ ສີ່ຄົນດ້ວຍກັນ ເພື່ອໄປສັກ
ຢາ ໄປກວດເດັກນ້ອຍນັກຮຽນ ຢູ່
9 ໂຮງຮຽນດ້ວຍກັນໃນປີກາຍນີ້
ຊຶ່ງມີນັກຮຽນ 1300 ຄົນມາຮັບ
ການບໍລິການ 7 ມື້ ຊຶ່ງກົງກັບສັບ
ປະດາສຸຂະພາບແຫ່ງຊາດລາວ.
ພວກນາຍໝໍກັບພະຍາຍາບານ
ຈະວັດແທກຄວາມຕໍ່າຄວາມສູງ ແລະນໍ້າໝັກຂອງເດັກນ້ອຍ ຕະຫລອດທັງອຸນນະ
ພູມ ຄວາມດັນເລືອດ ແລະຖ້າມີຫຍັງຜິດປົກກະຕິ ພວກເຮົາກໍຈະຂຽນໝັງສືເມືອ
ບອກຄອບຄົວວ່າ ເດັກນ້ອຍຄົນນີ້ມີບັນຫາທາງສຸຂະພາບ ຕ້ອງໄປຮັບການຮັກສາ.
ໃນເບື້ອງຕົ້ນນັ້ນ ຂ້າພະເຈົ້າເຄີຍເອົາຢາໃຫ້ເດັກນ້ອຍເມືອກີນເອງ ແຕ່ດຽວນີ້ ບໍ່ເຮັດ
ແລ້ວ ເພາະມັນອັນຕະລາຍ.”
ທ່ານນາງແມຣີ ລົງເຮັດວຽກໂດຍກົງ
ກັບພະນັກງານລາວສອງຫາຫ້າຄົນ.
ເຂົາເຈົ້າບໍ່ມີຍານພາຫານະຈັກຄົນ ຕ້ອງ
ໄດ້ເຊົ່າລົດຕຸກໆ ຂົນອາຫານຈາກຕົວ
ເມືອງປາກເຊ ໄປລ້ຽງເດັກນ້ອຍຢູ່ໂຮງ
ຮຽນ ທີ່ຢູ່ໄກອອກໄປ 80 ກິໂລແມດ
ຊຶ່ງບາງຄັ້ງກໍປະສົບກັບບັນຫາ ຍ້ອນ
ຖະໜົນຫົນທາງກັນດານ. ທ່ານນາງ
ເລົ່າວ່າ ມີຄັ້ງນຶ່ງທີ່ລົດຕຸກໆປີ້ນຂ້ວມ
ເຮັດໃຫ້ອາຫານເສຍໝົດ ເດັກນ້ອຍກໍເລິຍບໍ່ໄດ້ກີນເຂົ້າໃນມື້ນັ້ນ. ທ່ານນາງແມຣີກ່າວວ່າ
7 ປີແລ້ວແລະເງິນສ່ວນຕົວທີ່ເກັບສະສົມໄວ້ນັ້ນ ກໍກໍາລັງຈະໝົດໄປ. ແຕ່ເຖິງຢ່າງໃດກໍດີ
ທ່ານນາງຈະບໍ່ທໍ້ຖອຍຈະສູ້ຊົນຕໍ່ໄປເພາະໄດ້ລົງມືເຮັດວຽກນີ້ມາໜັກຫລາຍແລ້ວ ແລະ
ມັນເປັນສິ່ງສໍາຄັນທີ່ສຸດ ແລະມັນເປັນຄວາມສຸກຄວາມພໍໃຈສ່ວນຕົວ ທີ່ໄດ້ຊ່ວຍເຫລືອ
ພວກຄົນທີ່ຂາດສົນ ຢູ່ຕາມຊົນນະບົດຂອງປະເທດລາວ ໂດຍສະເພາະແມ່ນພວກເດັກ
ນ້ອຍທີ່ບໍລິສຸດໜ້າຮັກໜ້າອີ່ດູຕົນນັ້ນ ແຕ່ບາງຄັ້ງ ທ່ານນາງແມຣີກໍອົດນ້ອຍໃຈບໍ່ໄດ້ ທີ່
ບໍ່ສາມາດລະດົມທືນມາຊ່ວຍສະໜັບສະໜູນໂຄງການຂອງຕົນໄດ້ຫລາຍເທົ່າທີ່ຄາດຫວັງ
ໄວ້ ເພາະບໍ່ໄດ້ຮັບຄວາມສົນໃຈຈາກປະຊາຊົນລາວອາເມຣິກັນຫລາຍເທົ່າທີ່ຄວນ ແລະ
ການຂໍທືນຈາກລັດຖະບານສະຫະລັດກໍຍາກລໍາບາກ ເພາະມີກົດລະບຽບເຄ່ງຄັດຫລາຍ
ຂື້ນ. ທ່ານນາງລະບາຍຄວາມຮູ້ສືກອອກມາວ່າ:
“ກໍເປັນຕາໜ້າເສຍໃຈຢູ່ ທີ່ມັນບໍ່ໄດ້ເປັນໄປຕາມທີ່ຂ້ອຍໄດ້ຄາດຫວັງໄວ້. ທ່ານ
ຮູ້ບໍ່ວ່າ ອາດມີປະຊາກອນລາວ-ອາເມຣິກາ ຫລາຍຮອດປະມານນຶ່ງລ້ານຄົນ
ຢູ່ໃນສະຫະຣັດ ອາເມຣິກາ ແລະແຕ່ມີພຽງແຕ່ຄົນດຽວເທົ່ານັ້ນ ທີ່ໃຫ້ທືນການ
ສຶກສາ ແລະຂ້ອຍກໍໄດ້ເຮັດວຽກນີ້ມາໄດ້ 7 ປີແລ້ວ. ສະນັ້ນ ມັນເປັນໜ້າໝົດ
ກໍາລັງໃຈທີ່ສຸດ ແລະ ຂ້ອຍກໍກໍາລັງຈົນປັນຍາຈະເຮັດແລ້ວ."
ຢ່ງໃດກໍຕາມ ທ່ານນາງແມຣີ
ມາຍເອີສ໌ ກັບອົງການ Indigo
Threads ກໍຈະດໍາເນີນການ
ຊ່ວຍເຫລືອໃຫ້ແກ່ບັນດາເດັກ
ນ້ອຍ ແລະ ຄອບຄົວຊາວຊົນ
ນະບົດຢູ່ເຂດພາກໃຕ້ຂອງປະ
ເທດລາວຕໍ່ໄປ. ທ່ານນາງແມຣີ
ຫວັງວ່າ ທ່ານຜູ້ຟັງທີ່ໄດ້ຍິນ
ລາຍການນີ້ຈະມີຄວາມເຫັນໃຈ
ແລະສົ່ງປັດໃຈມາອູ້ມຊູ ສະໜັບ
ສະໜູນ ອົງການຂອງທ່ານນາງ
ເພື່ອໃຫ້ໄດ້ຊ່ວຍເຫລືອບັນດາ
ຊົນເຜົ່າທີ່ດ້ອຍໂອກາດໃນເຂດ
ຊົນນະບົດຂອງເມືອງປາກເຊຕໍ່
ໄປ. ທ່ານນາງ ກ່າວຈໍ່ໄປວ່າ
ຕົນເອງເປັນຜູ່້ຍິງ ແລະວຽກນີ້
ບໍ່ແມ່ນວຽກຂອງຜູ້ຍິງທີ່ຈະມາພົວພັນ ໂດຍສະເພາະເຮັດຕາມລໍາພັງຄົນດຽວຊໍ້າ ແຕ່ວ່າ
ນັບແຕ່ເລີ້ມຕົ້ນມາເຖິງປັດຈຸບັນນີ້ ທ່ານນາງ ບໍ່ໄດ້ຮັບບັນຫາໃດໆເລີຍ ແລະຫວັງຢ່າງຍິງ
ວ່າຈະບໍ່ໄດ້ຮັບບັນຫາໃດໆໃນອານາຄົດ. ທ່ານນາງຈະສຶບຕໍ່ໃຫ້ການຊ່ວຍເຫລືອທຸກວິທີ
ທາງ ບໍ່ວ່າຈະເປັນອາຫານ, ເຄື່ອງນູ່ງຫົ່ມແລະຢາປົວພະຍາດ ແລະເພື່ອໃຫ້ວຽກນີ້ດໍາເນີນ
ໄປໄດ້ຜົນດີນັ້ນ ທ່ານນາງແມ່ນຕ້ອງການໆອູ້ມຊູສະໜັບສະໜູນຈາກສັງຄົມລາວແລະຕ່າງ
ປະເທດທັງໃນດ້ານປັດໃຈແລະເງິນຄໍາ ໂດຍທ່ານຈະເປັນຜູ້ຮັບເຮັດວຽກທັງໝົດ ດ້ວຍຄວາມ
ເຕັມໃຈ ແລະພູມໃຈເປັນຢ່າງຍິ່ງ ຈົນກ່ວາຈະຊະລາພາບຫລາຍຈົນເຮັດບໍ່ໄດ້ແລ້ວ. ທ່ານນາງ
ກ່າວວ່າ ມັນເປັນກຽດອັນສູງທີ່ໄດ້ຮັບໃຊ້ຊ່ວຍເຫລືອຄົນລາວ ເພາະວ່າຄົນລາວເປັນຊົນຊາດ
ທີ່ດີ ມີອັດທະຍາໄສໄມຕິຈິດ ແລະຈິດໃຈງົດງາມ.
ທ່ານໃດທີ່ຢາກຊ່ວຍເຫລືອສະໜັບສະໜູນວຽກງານຂອງທ່ານນາງແມຣີ ມາຍເອີ ເຊີນບໍລິ
ຈາກເງິນອຸບປະຖໍາໄດ້ ທີ່:
http://www.indigothreads.org/
Lao mobile 856-020-5535-9915
US 1-760-564-2679
ກິ່ງສະຫວັນ ປະຖໍາມະວົງ VOA.