ຣັດເຊຍກ່າວວ່າ ຕົນບໍ່ໄດ້ພົວພັນກັບກິດຈະກຳຕ່າງໆທາງໄຊເບີ ທີ່ຜິດກົດໝາຍ
ໃດໆ ນຶ່ງມື້ຫລັງຈາກກະຊວງຍຸຕິທຳສະຫະລັດ ໄດ້ປະກາດການຟ້ອງຮ້ອງ ຕໍ່ຊາວ
ຣັດເຊຍ 2 ຄົນ ທີ່ໄດ້ເປັນນັກສືບລັບ ແລະອີກ 2 ຄົນ ທີ່ສົງໄສວ່າ ລັກຂະໂມຍເອົາ
ຂໍ້ມູນສ່ວນຕົວ ຂອງຜູ້ຄົນຈຳນວນຫຼາຍລ້ານຄົນ ຈາກການໂຈມຕີເຈາະຂໍ້ມູນບໍລິ
ສັດ Yahoo ໃນປີ 2014.
ໂຄສົກວັງ Kremlin ທ່ານ Dmitry Peskov ໄດ້ບອກກັບພວກນັກຂ່າວໃນວັນ
ພະຫັດມື້ນີ້ວ່າ ບໍ່ມີຫ້ອງການໃດໆຂອງຣັດເຊຍທີ່ໄດ້ພົວພັນ ຊຶ່ງຮວມທັງອົງການ
ຮັກສາຄວາມປອດໄພລັດຖະບານກາງ ຫຼື (FSB).
ຜູ້ຊ່ອຍລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານນາງ Mary McCord ໄດ້ກ່າວວ່າ
4 ຄົນ ທີ່ຖືກຟ້ອງນັ້ນ ແມ່ນຮວມທັງ ເຈົ້າໜ້າທີ່ອົງການ FSB 2 ຄົນແລະພວກລັກ
ເຈາະຂໍ້ມູນອີກ 2 ຄົນ ທີ່ຊ່ອຍເຫຼືອພວກເຂົາເຈົ້າໃນການເຈາະຂໍ້ມູນນີ້.
ເຊີນຊົມ: ການປະກາດເຖິງການກ່າວໂທດຂອງກະຊວງການຕ່າງປະເທດສະຫະລັດ
ເຈົ້າໜ້າທີ່ອົງການ FSB ແມ່ນລະບຸໂຕວ່າ ເປັນທ້າວ Dmitry Dokuchaev
ແລະທ້າວ Igor Sushchin ເປັນຜູ້ໃຫ້ການ “ປົກປ້ອງ ສັ່ງການ ອຳນວຍຄວາມ
ສະດວກ ແລະຈ່າຍເງິນໃຫ້ແກ່ພວກນັກເຈາະຂໍ້ມູນເພື່ອເກັບກຳຂໍ້ມູນຕ່າງໆ
ຜ່ານທາງການໃຊ້ເຄື່ອງຄອມພິວເຕີ ເຈາະເອົາຂໍ້ມູນ ຢູ່ ໃນສະຫະລັດ ແລະແຫ່ງ
ອື່ນໆໃນໂລກ,” ນັ້ນຄືຄຳເວົ້າຂອງທ່ານນາງ McCord ທີ່ໄດ້ກ່າວໄວ້.
ທ່ານນາງ McCord ໄດ້ກ່າວວ່າ ພວກລັກເຈາະຂໍ້ມູນ ແມ່ນແນເປົ້າໝາຍໃສ່ບັນດາ
ເຈົ້າໜ້າທີ່ລັດຖະບານຂອງສອງປະເທດ ທັງຣັດເຊຍ ແລະສະຫະລັດໃນການເຈາະ
ຂໍ້ມູນທີ່ຄ້າຍຄືກັນ ຕະຫລອດທັງພວກນັກຂ່າວ ພວກພະນັກງານ ໃຫ້ບໍລິການດ້ານ
ການເງິນ ແລະພວກທະຫານ.
ນຶ່ງໃນພວກສົມຮູ້ຮ່ວມຄິດ ທ້າວ Alexsey Belan ເຄີຍຖືກຟ້ອງຢູ່ສະຫະລັດ ມາແລ້ວ
2 ເທື່ອ ໃນການເຈາະຂໍ້ມູນທີ່ຄ້າຍຄືກັນນີ້ ແລະຍັງໄດ້ຖືກຈັດເຂົ້າໃນບັນຊີຂອງອົງການ
FBI ທີ່ທາງການຕ້ອງການຕົວຫລາຍທີ່ສຸດ ໃນຖານເປັນຜູ້ກະທຳຜິດກົດໝາຍທາງ
ໄຊເບີ້ ມາໄດ້ກວ່າ 3 ປີແລ້ວ.
ພວກເຈາະຂໍ້ມູນອີກຄົນນຶ່ງແມ່ນທ້າວ Karim Baratov ແມ່ນໄດ້ຖືກຈັບກຸມແລ້ວ
ໃນວັນອັງຄານຜ່ານມານີ້ ທີ່ການາດາ, ອີງຕາມຄຳເວົ້າຂອງທ່ານນາງ McCord.
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ເຊີນຊົມ: ທ່ານນາງ McCord ໃນຄວາມພະຍາຍາມທີ່ຈະຊ່ອຍເຫຼືອຊາວອາເມຣິກັນ